📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ
ຂ່າວການນຳແຂວງ

ຜູ້ບັນຊາການທະຫານເຂດ II ຫວຽດນາມ ຢ້ຽມຢາມ ແລະ ອວຍພອນປີໃໝ່ລາວ ແຂວງອຸດົມໄຊ

📅 09/04/2026  ·  ✍ ຜູ້ຄຸ້ມຄອງລະບົບ  ·  👁 209 ເທື່ອ

ໃນວັນທີ 7 ເມສາ 2026 ນີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງອຸດົມໄຊ ສະຫາຍ ພົຈວ ເຈິນ ວັນ ບັກ, ກຳມະການສູນກາງພັກ ,ຜູ້ບັນຊາການທະຫານເຂດ II ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າພົບປະຢ້ຽມຢາມ ແລະ ອວຍພອນການນຳແຂວງອຸດົມໄຊ ເນື່ອງໃນໂອກາດບຸນປີໃໝ່ລາວ ປີ 2026 ທີ່ກຳລັງຈະມາເຖິງນີ້

ໃນໂອກາດອັນດີງາມນີ້ ຝ່າຍແຂວງອຸດົມໄຊ ນຳໂດຍສະຫາຍ ບຸນຄົງຫຼ້າ ຈຽມພອນ, ກຳມະການສູນກາງພັກ ເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງ ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ມີມິດຕະພາບ ສະທ້ອນໃຫ້ເຫັນເຖິງສາຍສຳພັນອັນແນ່ນຫນາ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງພັກ ສອງລັດ ລາວ-ຫວຽດນາມ

ໃນການພົບປະຄັ້ງນີ້ ສະຫາຍ ພົຈວ ເຈິນ ວັນ ບັກ ໄດ້ສະແດງຄວາມດີໃຈ ທີ່ໄດ້ນຳຄະນະມາຢ້ຽມຢາມແຂວງອຸດົມໄຊ ອີກຄັ້ງ ພ້ອມທັງໄດ້ອວຍພອນໃຫ້ການນຳ ແລະ ປະຊາຊົນແຂວງອຸດົມໄຊ ມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນວຽກງານ ແລະ ມີຄວາມຈະເລີນຮຸ່ງເຮືອງ ໃນໂອກາດບຸນປີໃໝ່ລາວ 2026 ນີ້

ພ້ອມກັນນັ້ນ ສະຫາຍ ບຸນຄົງຫຼ້າ ຈຽມພອນ ກໍໄດ້ກ່າວຕ້ອນຮັບ ແລະ ຂອບໃຈຢ່າງສູງ ຕໍ່ຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນໃນໂອກາດອັນສຳຄັນນີ້ ພ້ອມທັງໄດ້ອວຍພອນກັບຄືນໃຫ້ການນຳ ແລະ ປະຊາຊົນຫວຽດນາມ ມີຄວາມສຸກ ສະຫງົບ ແລະ ພັດທະນາຢ່າງຕໍ່ເນື່ອງ

ນອກຈາກນັ້ນ ທັງສອງຝ່າຍ ຍັງໄດ້ແລກປ່ຽນ ແລະ ລາຍງານສະພາບລວມ ກ່ຽວກັບຜົນງານ ແລະ ການພັດທະນາ ໃນແຕ່ລະຂົງເຂດ ພ້ອມທັງຫາລືແນວທາງ ໃນການສືບຕໍ່ສ້າງສາ ແລະ ເສີມຂະຫຍາຍ ສາຍສຳພັນອັນດີງາມ ໃຫ້ນັບມື້ແນ່ນຫນາ ແລະ ມີປະສິດທິຜົນຍິ່ງຂຶ້ນ

ການພົບປະໃນຄັ້ງນີ້ ດຳເນີນໄປໃນບັນຍາກາດ ທີ່ເປັນມິດຕະພາບ ອົບອຸ່ນ ແລະ ສ້າງສັນ ຊຶ່ງເປັນການຢືນຢັນອີກຄັ້ງ ເຖິງຄວາມສຳພັນອັນດີງາມ ແລະ ຍາວນານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ຍັງຄົງດຳລົງ ແລະ ເຕີບໃຫຍ່ຕໍ່ໄປໃນອະນາຄົດ.