📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ
ຂ່າວຫ້ອງວ່າການ

ສະຫຼຸບວຽກງານ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ ຂອງຫ້ອງວ່າການແຂວງອຸດົມໄຊ

📅 17/07/2025  ·  ✍ ຜູ້ຄຸ້ມຄອງລະບົບ  ·  👁 3610 ເທື່ອ

ຕອນແລງວັນທີ 16 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂື້ນໂດຍການເປັນປະທານຂອງທ່ານ ພິໄລທອງ ຈິດມະນີ ຫົວໜ້າຫ້ອງວ່າການແຂວງ,ມີຄະນະພັກ,ຄະນະຫ້ອງວ່າການ ພ້ອມດ້ວຍພະນັກງານ-ວິຊາການເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ 2025 ໃນໄລຍະ 6 ເດືອນຜ່ານມາ ຫ້ອງວ່າການແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນທ່າມກາງສະພາບແວດລ້ອມພາຍໃນປະເທດ ກໍຄືທ້ອງຖິ່ນມີການຜັນແປຢ່າງສະຫຼັບສັບຊ້ອນ, ມີທັງກາລະໂອກາດທີ່ເອື້ອອຳນວຍ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ເປັນຕົ້ນແມ່ນ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ງົບປະມານຈຳກັດ, ເຊິ່ງໄດ້ກາຍເປັນສິ່ງທ້າທາຍໂດຍກົງຢ່າງຫຼີກລ້ຽງບໍ່ໄດ້ ຕໍ່ກັບການຈັດຕັ້ງປະຕິບັດວຽກງານເສນາທິການລວມຂອງຫ້ອງວ່າການແຂວງ. ແຕ່ດ້ວຍການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນຳ ສົມທົບກັບຄວາມຮັບຜິດຊອບຂອງພະນັກງານຫຼັກແຫຼ່ງ ຂອງຫ້ອງວ່າການແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານ,ຄວາມເສຍສະຫຼະເພື່ອສ່ວນລວມ ຈິ່ງເຮັດວຽກງານເສນາທິການໂດຍລວມມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ,ໃນກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຊອກຫາບັນຫາທີ່ຍັງຄົງຄ້າງສືບຕໍ່ປັບປຸງແກ້ໄຂເຂົ້າໃນທິດທາງແຜນການ 6 ເດືອນທ້າຍປີ 2025 ໃຫ້ຜົນສຳເລັດໃຫ່ມຍິ່ງໃຫ່ຍກວ່າເກົ່າ