📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
Oudomxay Government Office

ຫ້ອງວ່າການແຂວງ ຈັດພິທີປະກາດການຈັດຕັ້ງຄະນະໜ່ວຍປ້ອງກັນພາຍໃນ

📅 30/07/2026  ·  ✍ ຜູ້ຄຸ້ມຄອງລະບົບ  ·  👁 227 ເທື່ອ

ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2026 ນີ້, ທີ່ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດພິທີປະກາດການຈັດຕັ້ງຄະນະໜ່ວຍປ້ອງກັນພາຍໃນ ຫ້ອງວ່າການແຂວງອຸດົມໄຊ ຂຶ້ນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ນາງ ຈັນທະລາ ໄຊບຸນເຮືອງ ກຳມະການພັກແຂວງ, ຫົວໜ້າ ຫ້ອງວ່າການແຂວງ ແລະ ສະຫາຍ ພັນໂທ ທອງສະຫວັນ ປັນຍາຂັນ ຮອງກອງບັນຊາການ ປກສ ແຂວງ. ພ້ອມດ້ວຍຄະນະຫ້ອງ, ຫົວໜ້າຂະແໜງ, ຮອງຂະແໜງ ຕະຫຼອດພະນັກງານ ຫ້ອງວ່າການແຂວງ ເຂົ້າຮ່ວມ. 
ໃນພິທີໄດ້ຮັບຟັງ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ຫ້ອງວ່າການແຂວງ ໃນໄລຍະຜ່ານມາ. ເຊິ່ງ ໜ່ວຍປ້ອງກັນພາຍໃນ ຫ້ອງວ່າການແຂວງ ແມ່ນກົນຈັກສຳຄັນໃນການຈັດຕັ້ງຂອງຫ້ອງວ່າການແຂວງ ມີພາລະບົດບາດເປັນເສນາທິການໃຫ້ແກ່ການນຳແຂວງ ໃນການຄຸ້ມຄອງ ແລະ ມາດຕະການປ້ອງກັນພາຍໃນ ເພື່ອໃຫ້ມີຄວາມສະຫງົບ ແລະ ປອດໄພພາຍໃນສຳນັກງານ. ໃນໄລຍະຜ່ານມາ ຄະນະໜ່ວຍປ້ອງກັນພາຍໃນຊຸດເກົ່າ ມີ 06 ສະຫາຍ, ຍິງ 01 ສະຫາຍ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດານິຕິກຳ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການປ້ອງກັນເອກະສານ, ສະຫຼຸບ-ລາຍງານວຽກງານຢ່າງເປັນປົກກະຕິ ສາມາດເຮັດໃຫ້ ສຳນັກງານຫ້ອງວ່າການແຂວງ ມີຄວາມສະຫງົບດີ. ຈາກນັ້ນ, ໄດ້ຜ່ານມະຕິຕົກລົງການແຕ່ງຕັ້ງ ຄະນະໜ່ວຍປ້ອງກັນພາຍໃນ ຫ້ອງວ່າການແຂວງອຸດົມໄຊ ຊຸດໃໝ່ ຈຳນວນ 5 ສະຫາຍ ພ້ອມທັງຮັບມະຕິຕົກລົງ.
ໃນໂອກາດນີ້ ສະຫາຍ ພັນໂທ ທອງສະຫວັນ ປັນຍາຂັນ ໄດ້ໂອ້ລົມ ແລະ ແນະນຳບາງບັນຫາທີ່ສຳຄັນ ໂດຍສະເພາະໄດ້ຍົກໃຫ້ເຫັນເຖິງ ພາລະບົດບາດອັນສຳຄັນຂອງຄະນະໜ່ວຍປ້ອງກັນພາຍໃນ ໂດຍສະເພາະຢູ່ຫ້ອງວ່າການແຂວງ ທີ່ມີການນຳສັງກັດຢູ່ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບ, ກວດກາຢ່າງເຂັ້ມງວດ, ປົກປັກຮັກສາເອກະສານ ແລະ ຊັບສິນຂອງລັດ ໃຫ້ປອດໄພ 100%. ຈາກນັ້ນ, ສະຫາຍ ນ. ຈັນທະລາ ໄຊບຸນເຮືອງ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກໃຫ້ຄະນະໜ່ວຍປ້ອງກັນພາຍໃນຊຸດໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍຜົນງານ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພພາຍໃນຫ້ອງວ່າການແຂວງໃຫ້ໄດ້ຮັບຜົນດີຍິ່ງຂຶ້ນ.