ປະຫວັດຄວາມເປັນມາຂອງຊົນເຜົ່າລາວຢູ່ແຂວງອຸດົມໄຊ ເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ບ້ານອ່ງ ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວບັນດາເມືອງຂອງ ແຂວງອຸດົມໄຊ ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້າຂອງ
ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ ທີ່ ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ ແມ່ນຄ້າຍຄືກັນກັບຊົນເຜົ່າອື່ນໆ ທີ່ຈັດຢູ່ໃນກຸ່ມພາສາປາກເວົ້າ ມອນ-ຂະແມ, ບັນດາຊົນເຜົ່າທີ່ຈັດຢູ່ໃນກຸ່ມນີ້ ລ້ວນແຕ່ມີເຊື້ອສາຍຂອງຊົນຊາດ ຂອມ ອອກມາຈາກຊົນ ເຜົ່າອິນ ເດຍແດງບູຮານ, ຊົນເຜົ່ານີ້ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ອິນດູຈີນຕົ້ນຕໍແມ່ນ ປະເທດລາວ ໃນທ້າຍສັດຕະວັດ 4 ຕໍ່ມາຫຼາຍປີກໍ່ມີຊົນເຜົ່າອື່ນໆເຄື່ອນຍ້າຍເຂົ້າມາຢູ່ຜືນແຜ່ນດິນປະເທດລ້ານຊ້າງຕາມລຳດັບ, ຊົນເຜົ່າກຶມມຸ ທີ່ມາ ຕັ້ງຖິ່ນຖານບ້ານຊ່ອງ ແລະ ດຳລົງຊີວິດຢູ່ ແຂວງ ອຸດົມໄຊ ແມ່ນຢູ່ພູດອຍ ເຊັ່ນ: ເຂດ ຈອມອອງ-ຈອມຈັງ
ຊົນເຜົ່າມົ້ງເປັນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາຍາວນານ ໂດຍມີການອົບພະຍົບຈາກເຂດຊີບີເລຍ, ຕີເບດ ແລະ ມົງໂກເລຍ ຜ່ານປະເທດຈີນ ກ່ອນຈະເຄື່ອນຍ້າຍສູ່ຫວຽດນາມ, ລາວ ແລະ ໄທ. ໃນແຂວງອຸດົມໄຊ ຊາວມົ້ງໄດ້ຕັ້ງຖິ່ນຖານຢູ່ທັງ 7 ເມືອງ ແລະ ດຳລົງຮັກສາພາສາ, ວັດທະນະທຳ ແລະ ຂະນົມປະເພນີອັນເປັນເອກະລັກຂອງຕົນໄວ້ຈົນເຖິງປັດຈຸບັນ. ຊົນເຜົ່າມົ້ງໃນອຸດົມໄຊປະກອບມີ 3 ກຸ່ມຫຼັກ ຄື ມົ້ງຂາວ, ມົ້ງດຳ ແລະ ມົ້ງລາຍ ເຊິ່ງມີຄວາມໂດດເດັ່ນດ້ານພາສາ, ການແຕ່ງກາຍ ແລະ ວິຖີຊີວິດ
ປະຫວັດຄວາມເປັນມາຂອງຊົນເຜົ່າລື້: ແມ່ນເຄື່ອນຍ້າຍມາຈາກ 12 ພັນນາ ສປປ ຈີນ ລົງມາຕັ້ງຖິ່ນ ຖານບ້ານຊ່ອງຂອງຕົນ ຢູ່ບັນດາເມືອງຂອງ ແຂວງອຸດົມໄຊ
ມາຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທຳອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ
ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ
ປະຫວັດຄວາມເປັນມາຂອງຊົນເຜົ່າລະເມດ ແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊິວິດ ແລະ ຕັ້ງຖິ່ນຖານບ້ານເກີດຢູ່ແຂວງອຸດົມໄຊ ໄດ້ຫຼາຍພັນປີມາແລ້ວ, ບົນເສັ້ນທາງການເຄື່ອນຍ້າຍຂອງຊົນເຜົ່າລະເມດທີ່ມາລະອຽດຈະແຈ້ງ ແນວໃດ ແລະ ມາດ້ວຍວິທີໃດນັ້ນ, ບໍ່ທັນມີນັກຄົ້ນຄ້ວາທ່ານໃດຮູ້ ແລະ ກຳຂໍ້ມູນທີ່ແນ່ນອນເທື່ອ.
ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບມາຈາກ ເມືອງ ຢູນນານ. ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ແຂວງອຸດົມໄຊ
ປະຫວັດຄວາມເປັນມາຂອງຊົນເຜົ່າບິດ ແຂວງອຸດົມໄຊ ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນ
ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ
ຊົນເຜົ່າໄຕ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕໄດ້ເຄື່ອນຍ້າຍຈາກດິນ ແດນ ແຄ້ວນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດຫວຽດນາມແຂວງເຊີນລາ ໄລເຈົາ ແລະ ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນ ຢູ່ແຂວງອຸດົມໄຊ
ຊົນເຜົ່າຫໍ້ ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊມີພາ ສາປາກເວົ້າເປັນຂອງຕົນເອງ