📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ

ປະຫວັດຄວາມເປັນມາຂອງຊົນເຜົ່າມົ້ງ

🏷️ ເຜົ່າມົ້ງ
ປະຫວັດຄວາມເປັນມາຂອງຊົນເຜົ່າມົ້ງ
ຊົນເຜົ່າມົ້ງເປັນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາຍາວນານ ໂດຍມີການອົບພະຍົບຈາກເຂດຊີບີເລຍ, ຕີເບດ ແລະ ມົງໂກເລຍ ຜ່ານປະເທດຈີນ ກ່ອນຈະເຄື່ອນຍ້າຍສູ່ຫວຽດນາມ, ລາວ ແລະ ໄທ. ໃນແຂວງອຸດົມໄຊ ຊາວມົ້ງໄດ້ຕັ້ງຖິ່ນຖານຢູ່ທັງ 7 ເມືອງ ແລະ ດຳລົງຮັກສາພາສາ, ວັດທະນະທຳ ແລະ ຂະນົມປະເພນີອັນເປັນເອກະລັກຂອງຕົນໄວ້ຈົນເຖິງປັດຈຸບັນ. ຊົນເຜົ່າມົ້ງໃນອຸດົມໄຊປະກອບມີ 3 ກຸ່ມຫຼັກ ຄື ມົ້ງຂາວ, ມົ້ງດຳ ແລະ ມົ້ງລາຍ ເຊິ່ງມີຄວາມໂດດເດັ່ນດ້ານພາສາ, ການແຕ່ງກາຍ ແລະ ວິຖີຊີວິດ

ປະຫວັດຄວາມເປັນມາຂອງເຜົ່າມົ້ງ ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສ ປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ)ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດຢູ່ແຂວງອຸດົມໄຊ ໃນ 7ເມືອງ
ຊື່ເອີ້ນ: ຊົນເຜົ່າມົ້ງ ແມ່ນຊື່ເອີ້ນດັ້ງເດີມຂອງເຂົາເຈົ້າແທ້ທັງແມ່ນຊື່ເອີ້ນທີ່ເຂົາເຈົ້າມັກທີ່ສຸດ, ຄຳສັບທີ່ວ່າ – ມົ້ງ– ແມ່ນມີຄວາມໝາຍວ່າ – ຄົນ–. ຊົນເຜົ່າມົ້ງ ຢູ່ແຂວງອຸດົມໄຊປະກອບມີ 3ເຜົ່າພັນຄື: ມົ້ງຂາວ, ມົ້ງດຳ ແລະ ມົ້ງລາຍ. ໃນນັ້ນປະກອບດ້ວຍຫລາຍຊິ່ງເຊັ່ນວ່າ: ຊິ່ງຢ້າ, ຊິ່ງລີ, ຊິ່ງວ້າ, ຊິ່ງວື້, ຊິ່ງຊົງ, ຊິ່ງທໍ້, ຊິ່ງຈ້າງ, ຊິ່ງເຊັງ, ຊິ່ງຈື, ຊິ່ງເລົາ, ຊິ່ງມົວ ແລະ ຊິ່ງຫາ ເປັນຕົ້ນ. 
ພາສາ: ຊົນເຜົ່າມົ້ງມີພາສາປາກເວົ້າສະເພາະຂອງຕົນເອງມາແຕ່ດຶກດຳບັນ, ເຜົ່າມົ້ງມີພາສາຂຽນເປັນຂອງຕົນເອງ 2 ຮູບແບບຄື: ແບບທີ່ໜື່ງແມ່ນການປະດິດຈາກຕົວໜັງສືລາວໂດຍທ່ານລາວຝົ້ງ ໃນສະໄໝເຮັດການປະຕິວັດຊາດ ແລະ ແບບທີ່ສອງແມ່ນໝູນໃຊ້ຕົວອັກສອນ ແລະ ພະຍັນສະນະຂອງພາສາອັງກິດ. ຖ້າພວກເຮົາມາຖຽບພສາປາກເວົ້າຂອງຊົນເຜົ່າມົ້ງແຕ່ລະຊິງນຳກັນຈະເຫັນວ່າມີຄວາມແຕກຕ່າງກັນເລັກນ້ອຍ

 

ຂໍ້ມູນເພີ່ມຕື່ມ →

 

ຂໍ້ມູນຈາກ: ຫ້ອງຂໍ້ມູນທ່ອງທ່ຽວແຂວງອຸດົມໄຊ