ປະຫວັດຄວາມເປັນມາຂອງຊົນເຜົ່າຢັ້ງ
ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ
ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ
ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ
ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ. ຄໍາສັບທີ່ວ່າ “ຢັ້ງ“ ມີຄວາມຫມາຍລະອຽດຈະແຈ້ງແມ່ນ ຍຸດ“ ຫຼື “ເຊົາ.
ພາສາ: ຊົນເຜົ່າຢັ້ງ ມີພາສາປາກເວົ້າຂອງຊົນເຜົ່າຕົນເອງໄດ້ຈັດເຂົ້າຢູ່ໃນຫມວດພາສາ ລາວ-ໄຕ, ຖ້າຈະໄຈ້ແຍກ, ວິໄຈລະອຽດພາສາປາກເວົ້າ ຫຼື ສໍານຽງການ ປາກເວົ້າຄ້າຍຄືກັບ ສຳນຽງການປາກເວົ້າຂອງຊົນເຜົ່າລື້ ແຕ່ຫາກຕ່າງກັບ ຊົນເຜົ່າຢັ້ງ ບໍ່ມີຕົວຫນັງສືຂຽນຄື: ຊົນເຜົ່າລື້ ແລະ ຊົນເຜົ່າລາວ.