📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ

ປະຫວັດຄວາມເປັນມາຂອງຊົນເຜົ່າພູນ້ອຍ

🏷️ ເຜົ່າພູນ້ອຍ
ປະຫວັດຄວາມເປັນມາຂອງຊົນເຜົ່າພູນ້ອຍ
ມາຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທຳອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ

ປະຫວັດຄວາມເປັນມາຂອງ ຊົນເຜົ່າພູນ້ອຍ ຕາມການບອກເຫຼົ່າຂອງເຈົ້າກົກ, ເຈົ້າເຫຼົ່າເພີ່ນໄດ້ໃຫ້ຮູ້ວ່າ: ຊົນເຜົ່າພູນ້ອຍ ມາຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທຳອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ

ເຜົ່າພູນ້ອຍໄດ້ເຄື່ອນຍ້າຍ ຈາກແຂວງຜົ້ງສາລີ ລົງມາຫຼາຍນັບແຕ່ໄດ້ຮັບການປົດປ່ອຍໃນປີ 1975 ມານີ້ ແລະ ໄດ້ເຄື່ອນຍ້າຍລົງມາຫຼາຍທີ່ສຸດໃນຊຸມປີ 1990 ຫາ 2001 (ສາເຫດຍ້ອນບ່ອນທໍາມາຫາກິນແບບຄົງທີ່ຕາມພັກ-ລັດ ໄດ້ວາງອອກ).ຊົນເຜົ່າພູນ້ອຍຢູ່ແຂວງອຸດົມໄຊມີ 3 ເມືອງຄື: ເມືອງໄຊ, ເມືອງຫຼາ ແລະ ເມືອງນາຫມໍ້

 

ຊື່ເອີ້ນ: ຊົນເຜົ່າພູນ້ອຍຢູ່ ແຂວງອຸດົມໄຊ ມີຫຼາຍຊື່ເອີ້ນທີ່ແຕກຕ່າງກັນເຊັ່ນ: ພູນ້ອຍ, ປູ ນ້ອຍ, ປີຊູ, ຕາປາດ, ລາວແຊງ, ລາວເອີ, ພູຍອດ ແລະ ອື່ນໆ ຊື່ເອີ້ນທີ່ໄດ້ກ່າວມາຂ້າງເທິງນັ້ນມີການເລົ່າລືບໍ່ຄືກັນ ແລະ ກໍ່ບໍ່ແມ່ນຊື່ເອີ້ນ ທີ່ເຂົາເຈົ້າເອີ້ນໃຫ້ເຂົາເຈົ້າເອງແມ່ນຊື່ເອີ້ນທີ່ຊົນເຜົ່າອື່ນຕັ້ງໃຫ້ເຂົາເຈົ້າ. ຖ້າຈະຕັ້ງບັນຫາຖາມວ່າຊື່ເດີມທີ່ເຂົາເຈົ້າ ມັກ ທີ່ສຸດແມ່ນຊື່ແນວໃດແທ້ຍັງບໍ່ທັນໄດ້ຄຳຕອບທີ່ແນ່ນອນ ແລະ ຊັດເຈນເທື່ອ. ດ້ວຍເຫດນັ້ນ ພວກເຮົາທຸກຄົນຍັງ ຈະໄດ້ສືບຕໍ່ຄົ້ນຄວ້າໃຫ້ລະອຽດຈະແຈ້ງຕື່ມ: ໃນຂ້າງຫນ້າ.

ພາສາ: ຊົນເຜົ່າພູນ້ອຍມີພາສາປາກເວົ້າເປັນຂອງຕົນເອງໂດຍສະເພາະແຕ່ບໍ່ມີຕົວຫນັງສືຂຽນຂອງຕົນເອງ, ພາສາ ພູນ້ອຍໄດ້ ຈັດເຂົ້າໃນຫມວດພາສາ ຈີນ-ຕີເບດ ແຕ່ລະແຊງຂອງຊົນເຜົ່າພູນ້ອຍຈະມີພາສາປາກເວົ້າທີ່ແຕກຕ່າງກັນບາງເລັກນ້ອຍດ້ານສຳນຽງ.

 

ຂໍ້ມູນເພີ່ມຕື່ມ →

 

ຂໍ້ມູນຈາກ: ຫ້ອງຂໍ້ມູນທ່ອງທ່ຽວແຂວງອຸດົມໄຊ