📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ

ປະຫວັດຄວາມເປັນມາຂອງຊົນເຜົ່າລາວ

🏷️ ຊົນເຜົ່າລາວ
ປະຫວັດຄວາມເປັນມາຂອງຊົນເຜົ່າລາວ
ປະຫວັດຄວາມເປັນມາຂອງຊົນເຜົ່າລາວຢູ່ແຂວງອຸດົມໄຊ ເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ບ້ານອ່ງ ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວບັນດາເມືອງຂອງ ແຂວງອຸດົມໄຊ ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້າຂອງ

ປະຫວັດຄວາມເປັນມາຂອງຊົນເຜົ່າລາວຢູ່ແຂວງອຸດົມໄຊ ເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ບ້ານອ່ງ 
ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວບັນດາເມືອງຂອງ ແຂວງອຸດົມໄຊ  ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້າຂອງ

ຊື່ເອີ້ນ: ເຂົາເຈົ້າເອງກໍ່ມັກເຜົ່າລາວ ແລະ ຊົນເຜົ່ານັ້ນກໍ່ເອີ້ນວ່າເຜົ່າລາວ ແລະ ເຂົາເຈົ້າມັນກໍ່ແມ່ນເຜົ່າລາວ, ຄຳສັບທີ່ວ່າ “ລາວ“ ຫຼາຍໆ ຄົນໄດ້ສັນນິຖານວ່າຄົງຈະມາຈາ ກຄໍາສັບ: ລົວະ, ລາວະ, ດາວ ແລະ ອື່ນໆ. ຊົນ ເຜົ່າ ລາວຢູ່ແຂວງອຸດົມໄຊມີພຽງແຕ່ 16 ບ້ານ, ມີ 3609 ຄົວເຮືອນ. ມີແຊງລາວພວນຢູ່ເມືອງຮຸນ, ແຂວງອຸດົມໄຊ ແມ່ນ ມີສໍານຽງພາສາປາກເວົ້າແຕກຕ່າງກັນ ກັບຊົນເຜົ່າ ໄທພວນຢູ່ ແຂວງ ຊຽງຂວາງ ແລະ ແຫ່ງອື່ນໆໃນປະເທດລາວ.

ຂໍ້ມູນເພີ່ມຕື່ມ →

 

ຂໍ້ມູນຈາກ: ຫ້ອງຂໍ້ມູນທ່ອງທ່ຽວແຂວງອຸດົມໄຊ