📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ

ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ

🏷️ ເຜົ່າອາຄາ
ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ
ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ

ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ ຊື່ເອີ້ນ: ຊົນເຜົ່າອາຄາ ມີຊື່ເອີ້ນຫຼາຍຢູ່ແຕ່ເຂົາເຈົ້າເອີ້ນຕົວເອງວ່າ: “ອາຄາ“ ສ່ວນເຜົ່າອື່ນ ເອີ້ນເຂົາເຈົ້າວ່າ “ລາວ ສູງກໍ່“ ຫຼື “ລາວ“ ຊື່ທີ່ເຂົາເຈົ້າມັກທີ່ສຸດແມ່ນ “ອາຄາ“ ອີງ ຕາມການລົງສຳຫຼວດເກັບກໍາຂໍ້ມູນຕົວຈິງ ຊົນເຜົ່າອາຄາ ຢູ່ໃນສອງເມືອງ (ເມືອງຫຼາ ແລະ ເມືອງນາຫມໍ້) ປະກອບມີຫຼາຍແຊງດ້ວຍກັນເຊັ່ນ: ປູລີອາຄາ, ຈີຈໍອາຄາ, ຈີເປຍອາຄາ, ມູເຕີນອາຄາ, ສຸມາອາຄາ ແລະ ປາຍາອາຄາ. ພາສາ: ຊົນເຜົ່າອາຄາແມ່ນຊົນເຜົ່າຫນຶ່ງທີ່ມີພາສາປາກເວົ້າເປັນຂອງຕົນເອງ, ແຕ່ບໍ່ມີຕົວຫນັງສືຂຽນຊົນເຜົ່າອາຄາ ໄດ້ຈັດ ເຂົ້າໃນຫມວດພາສາ ຈີນ-ຕີເບດ.

ອ່ານເພີ່ມຕື່ມ →

 

ຂໍ້ມູນຈາກ: ຫ້ອງຂໍ້ມູນທ່ອງທ່ຽວແຂວງອຸດົມໄຊ