📍 ເມືອງນາໝໍ້ ແຂວງອຸດົມໄຊ
ນ້ຳລອດພູແຫ່ງນີ້ ຕັ້ງຢູ່ບ້ານນາທົ່ງ ຢູ່ຫ່າງຈາກເທດສະບານ ເມືອງນາໝໍ້ ປະມານ 8 ກິໂລ ແມັດ, ສະພາບເສັ້ນທາງເຂົ້າເຖິງນ້ຳອອກຮູຈາກທາງເລກ 13 ເໜືອເຂົ້າໄປປະມານ 1 ກິໂລແມັດ, ເປັນເສັ້ນທາງດິນແດງ. ລັກສະນະຂອງນ້ຳອອກຮູແມ່ນໄຫຼອອກຈາກໜ່ວຍພູທີ່ໃຫຍ່ ແລະ ຍາວຫຼາຍກິໂລແມັດ ທ່າແຮງຂອງນ້ຳລອດພູນີ້ຕັ້ງຢູ່ໃກ້ທາງເລກ 13 ເໜືອ ສະຖານທີ່ຮາບພຽງເໝາະສົມໃນການພັກຜ່ອນ, ຊົມບັນຍາກາດເຢັນສົດຊື່ນ, ສວຍງາມ ແລະ ຢູ່ບໍ່ໄກຈາກຕົວເມືອງນາໝໍ້ເໝາະກັບການພັດທະນາການທ່ອງທ່ຽວເຊື່ອມຕໍ່ກັບແຂວງຫຼວງນ້ຳທາ ແລະ ສປ ຈີນ ທີ່ເດີນທາງມາຕາມທາງເລກ 13 ເໜືອ. ປະຫວັດຄວາມເປັນມາຂອງນ້ຳລອດພູບ້ານນາທົ່ງ ນ້ຳລອດພູແຫ່ງນີ້ ໄດ້ຄົ້ນພົບໃນປີ ຄສ 2000 ແລະໃຫ້ຄົນເຂົ້າທ່ຽວຊົມປີຄສ 2003. ເປັນນ້ຳແຫ່ງໜຶ່ງທີ່ສວຍງາມເກີດຂຶ້ນຕາມທຳມະຊາດ, ນ້ຳສະອາດ, ເຢັນດີເໝາະແກ່ການໄປທ່ຽວຊົມອາບນ້ຳ ແລະ ຊົມທິວທັດທຳມະຊາດໃນພື້ນທີ່ດັ່ງກ່າວ. ແຫຼ່ງຂໍ້ມູນ FB: ເມືອງນາໝໍ້
ເບິ່ງລາຍລະອຽດ →
📍 ເມືອງຮຸນ ແຂວງອຸດົມໄຊ
ຕາດນ້ຳແຮງ ເປັນຕາດທີ່ມຄວາມງາມເປັນເລີດ ຈົນມີຄວາມພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ຕາດນ້ຳແຮງ” ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທສະບານເມືອງຮຸນ ປະມານ 24 ກິ ໂລແມັດ. ເສັ້ນທາງປູຢາງ 4 ກິໂລ ແມັດ, ຈາກນັ້ນເຂົ້າໄປເປັນເສັ້ນ ທາງຍົກລະດັບປູຫີນແຮ່ ແລະ ດິນແດງທຽວໄດ້ໃນລະດູແລ້ງເທົ່ານັ້ນ. ຕາດນໍ້າເປັນແຫລ່ງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງຂອງເມືອງ ຮຸນແຂວງອຸດົມໄຊ ອຸດົມສົນບູນດ້ວຍທຳມະຊາດ, ຊີວະນາໆພັນ ແລະ ເປັນນ້ຳຕົກຕາດສັກສິດເຊິ່ງທ່ີຄົນທ້ອງຖ່ິນເຄີຍເຄົາລົບນັບຖືວ່າມີເຈົ້າຖິ່ນເຈົ້າຖານປົກປັກຮັກສາທີ່ບໍ່ຄວນລົບລູ່ ໂດຍສະເພາະບ່ໍໃຫ້ຂ້າໂຕແບ້ ແລະ ໂຕໝາຖິ້ມລົງນ້ຳ ອາດເຮັດໃຫ້ລະບົບນ້ຳແຫ້ງລົງ ຕາມການເຊື່ອຖືຂອງຊາວບ້ານແຕ່ບູຮານນະການ ແລະ ຍັງເຊື່ອຖືກັນມາເຖິງທຸກວັນນີ້. ລັກສະນະຂອງຕາດປະກອບມີ ຫລາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ ປະກອບມີສາມຕາດລຽນກັນຂຶ້ນຄື: ຕາດທີ 1: ມີຄວາມ ສູງປະມານ 13 ແມັດ, ຕາດທີ 2: ມີຄວາມສູງ ປະມານ 8 ແມັດ ແລະ ຕາດທີ 3: ສູງປະມານ 5 ແມັດ. ຕາດ ນ້ຳ ແຮງມີຄວາມຍາວທັງໝົດປະມານ 20 ແມັດ, ແມ່ນ້ຳນີ້ໄຫລອອກມາຈາກບ້ານນ້ຳຍື່ງ ໄປສູ່ບ້ານສີບຸນເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດວິທະຍາ ແລະ ຊີວະນາໆພັນ ແຕ່ລະພັກສາມາດລົງຫລິ້ນອາບນ້ຳໄດ້. ນອກຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການ ຜະລິດກະສິກຳຂອງຊາວບ້ານ ທີ່ມີຄວາມຜູກພັນກັບຕາດແຫ່ງນີ້ມາແຕ່ດົນນານ. ຕາດນ້ຳແຮງເປັນນ້ຳຕົກຕາດທ່ີເກີດຂຶ້ນມາໂດຍທຳມະຊາດ ແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີ ເປັນຜູ້ນຳພາມາຕັ້ງບ້ານປະກອບມີ 15 ຄອບຄົວ, ໄດ້ຕັ້ງຊື່ວ່າບ້ານ ແຊມມີ ຫລັງຈາກນັ້ນມາໄດ້ຕັ້ງຊື່ວ່າ ບ້ານນ້ຳແຮງ ເພາະວ່ານ້ຳໄຫລຕົກລົງຕາດມີຄວາມແຮງ ແລະ ສົ່ງສຽງດັງສະໜັ່ນໄປໄກ, ສຽງນໍ້າດັງແຮງ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕາດນ້ຳແຮງ.ອີກສາເຫດໜຶ່ງທີ່ວ່າຕາດ ນ້ຳແຮງນັ້ນ ຍ້ອນ ວ່າແຕ່ກ່ອນນັ້ນ ມີປ່າດົກໜາປົກຫຸ້ມອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດມີເຄືອໝາກແຫລະເສັ້ນໜຶ່ງໃຫຍ່ຢ່ອນລົງມາໜ້າຕາດ ເວລານ້ຳຕົກໂຕນຕາດຖືກ ເຄືອເຂົາດັ່ງກ່າວນັ້ນມັນກະເດັນອອກທັບໃສ່ນ້ຳໂຕນຕາດກາຍເປັນ ສຽງດັງແຮງອອກໄປໄກຫລາຍກິໂລແມັດ, ບາງເທືອກໍ່ໄດ້ຍິນສຽງດັງໄປຮອດເມືອງຮຸນ. ດ້ວຍເຫດນັ້ນປະຊາຊົນເມືອງຮຸນ ຈິ່ງພາກັນເອີ້ນຊື່ຕາດນີ້ວ່າ ຕາດນ້ຳແຮງ ແຫຼ່ງຂໍ້ມູນ: https://kpl.gov.la/detail.aspx?id=76793
ເບິ່ງລາຍລະອຽດ →📍 ເມືອງໄຊ ແຂວງອຸດົມໄຊ
ຕາມການເລົ່າຂານສືບຕໍ່ກັນມາວ່າ: ຢູ່ທາງຕາເວັນອອກສຽງໃຕ້ມີປ່າໄມ້ ແລະ ຕົ້ນໄມ້ໃຫຍ່ດົກໜາ ເປັນທີ່ຢູ່ອາໄສຂອງສັດນາໆຊະນິດ. ດັ່ງນັ້ນ ໃນແຕ່ລະປີ ໄດ້ມີຊ້າງຝູງໜຶ່ງ ລ່ອງຫ້ວຍແຮ ມາກາບໄຫວ້ຮອຍຕີນພະບາດໃນມື້ວັນສີນໃຫຍ່ 14-15 ຄ່ຳ ເດືອນຈຽງເພັງ ໂດຍແມ່ນ ທ້າວແສນປັນຍາ ເປັນຜູ້ພົບເຫັນ ຊ້າງຝູງນັ້ນ ໄດ້ກາບໄຫວ້ດ້ວຍການນັ່ງຄຸລົງ ແລ້ວເອົາງວງຍົກຂື້ນຟ້າ ລັກສະນະເຮັດຄືຄົນເຮົາກາບໄຫ້ວ ແລ້ວກໍ່ພາກັນລ່ອງຫ້ວຍແຮ ຂ້າມນ້ຳກໍ່ລຽບຕີນພູທາງທິດຕາເວັນອອກສຽງເໜືອ ທຸກວັນນີ້ຊາວບ້ານລ້ອງຍາ ຈິ່ງເອີ້ນກັນວ່ານາຊ້າງລຽບ ຊ້າງຝູງນັ້ນມີພຶດຕິກຳບໍ່ດີ ເຊັ່ນ:ທຳລາຍຜົນລະປູກ ໄຮ່-ນາ-ຮົ້ວສວນຂອງປະຊາຊົນມີຜົນເສຍຫາຍ ປະຊາຊົນມີຄວາມຄຽດແຄ້ນ ຈິ່ງພາກັນເອົາປືນແກັບ, ປືນເພີງ ໄລ່ຍິງໂຫ່ຮ້ອງໃສ່ຊ້າງຝູງນັ້ນແຕກຕື່ນແລ່ນໜີ ມີຊ້າງໂຕໜຶ່ງຖືກຍິງບາດເຈັບ ມາຕາຍຢູ່ທາງທິດໃຕ້ຂອງບ້ານປຸງຫຽງ ປະຈຸບັນນີ້ເພີ່ນຈິ່ງເອີ້ນວ່ານາຝັງຊ້າງ. ການຄົ້ນພົບເຫັນຮອຍຕີນພະບາດ: ປີ 1915-1926 ໂດຍອີງໃສ່ຮີດຄອງທີ່ເຄີຍນັບຖືກັນມາ ທາງພຸດທະສາດສະໜາໄດ້ມີການເຂົ້າປະຕິບັດທຳຢູ່ວັດບ້ານລ້ອງຍາ, ດັ່ງນັ້ນ ເຖົ້າແກ່ທັງຫລາຍ ຈິ່ງແຕ່ງຕັ້ງກັນເມືອນິມົນພະພິຂຸສົງຢູ່ເມືອງຊ່າງຍອງ ປະເທດຈີນ ມາເຂົ້າກຳທີ່ວັດບ້ານລ້ອງຍາ ເມື່ອພະພິຂຸສົງມາຮອດແລ້ວ ເຖົ້າແກ່ພໍ່ແມ່ນ້ອຍໜຸ່ມຍິງສາວ ກໍ່ພາກັນຕົກແຕ່ງຫ້າງຫາເຄື່ອງທານ, ຕູບກຳ 3 ຕູບ, ພະຕູບ 3 ຕົນ ໄປປະຈຳຢູ່ໃນສັນເຂົ້າຄາບດຽວ. ຫໍດະຫໍເດືອ ໃນເມື່ອຫ້າງຫາກະກຽມແລ້ວ ໃນມື້ເດືອນເພັງ ກໍ່ມີການແຈກທານຈົນຮອດ 9 ວັນ 9 ຄືນ ຈິ່ງມີການເລືອກການເຂົ້າກຳ. ໃນເມື່ອກ່ອນ ກໍ່ແມ່ນການປະຕິບັດທຳມະຄຳສັ່ງສອນທາງພຸດທະສາດສະໜາ ໃນເມື່ອເລືອກກຳສະຫລອງກຳແລ້ວ ສາທຸຊ່າງຍອງ ກໍໄດ້ເອົາທຳມະພະບາດລຽບໂລກ ມາເທດສະໜາສະຫລອງກຳ ຕາມຄຳພີຂອງພະບາດລຽບໂລກໄດ້ກ່າວວ່າ: ຢູ່ໃນໂລກມີຮອຍພະບາດຈຳນວນ 3 ຕື້ 4 ແສນ 150 ໝື່ນຮອຍຢູ່ໃນທົ່ວ ໂລກ ຕາມຄຳພີພະບາດລຽບໂລກໄດ້ກ່າວໄວ້ວ່າ: ຢູ່ຫ້ວຍແຮປ້ອງນ້ຳກໍ ກໍ່ມີ 1 ຮອຍ, ຮອຍຕີນເສນາ 2 ຮອຍ. ໃນເມື່ອສາທຸເທດສະໜາສຸດແລ້ວ ສາທຸກໍ່ໄດ້ຄົ້ນຄວ້ານຳເຖົ້າແກ່ທີ່ມາຟັງທຳວ່າ ຢູ່ຫ້ວຍແຮກໍ່ມີ 1 ຮອຍ. ດັ່ງນັ້ນ ສາທຸ ຈິ່ງໄດ້ຄົ້ນຄວ້າຕົກແຕ່ງກັນ ຊອກຫາຮອຍຕີນພະບາດ. ສ່ວນສາທຸ ກໍ່ໄດ້ຂື້ນໄປຊອກຢູ່ທາງເມືອງນາໝໍ້ ເຂດບ້ານອ່າຍ, ບ້ານຂວາງ ໄປຊອກນ້ຳກໍປ່ອງ, ນ້ຳພາກ ກໍ່ບໍ່ເຫັນຊອກຫາທຸກສາລະທິດກໍ່ບໍ່ເຫັນ. ຈິ່ງກັບຄືນມາວັດບ້ານລ້ອງຍາ ສາທຸຈິ່ງຄົ້ນຄວ້ານຳເຖົ້າແກ່ ແລ້ວພາກັນຊອກແຕ່ປາກຫ້ວຍແຮປ່ອງນ້ຳກໍ; ເມື່ອໄປຮອດບ່ອນປ່າດົງໜາປ່າໄມ້ໃຫ່ຍ ບ່ອນທີ່ຝູງຊ້າງມາກາບໄຫ້ວໃນເມື່ອກ່ອນ ຜ່ານໄປຫລາຍປີທີ່ ທ້າວແສນປັນຍາ ເມື່ອພົບເຫັນຊ້າງມາກາບໄຫວ້ ກໍ່ເຫັນກ້ອນຫີນກ້ອນໜຶ່ງ ຍາວປະມານ 1,5 ແມັດ ກ້ວາງປະມານ 80 ຊັງຕີແມັດ, ສູງປະມານ 50 ຊັງຕີແມັດ. ມີສີດຳເຫລື້ອມຫລິ່ງໄປທາງທິດຕາເວັນຕົກ ມີແຕ່ສົ້ນຕີນ ບໍ່ມີນີ້ວ ຢູ່ໃນວົງສົ້ນຕີນມີ 4 ຮອຍ ຕາມຄຳພີດີກາກ່າວໄວ້ວ່າ: ຮອຍສົ້ນທີ່2: ໂກນາກຳມະໂນ ຮອຍສົ້ນທີ່3: ກັດສະໂປ ຮອຍສົ້ນທີ່4: ໂຄຕະໂມ ຊ້ອນກັນຢູ່ໃນວົງຂອງສົ້ນຕີນ ສ່ວນຮອຍທີ 5 ຊື່ວ່າ: ອະຣິຍະເມດໄຕ ເປັນຮອຍສຸດທ້າຍ ຍັງບໍ່ທັນມາເທື່ອ. ຮອຍພະບາດແມ່ນຫລິ່ງ (ງ່ຽງ) ໄປທາງທິດຕາເວັນຕົກປະມານ 90 ອົງສາ ເປັນກ້ອນຫີນສີດໍາເຫຼື້ອມ ເປັນໜ້າອັດສະຈັນ ແລະ ພິດສະດານ ບໍ່ມີສັດໂຕໃດມາຮຸກສີ, ໃບໄມ້ໃບໜຶ່ງ ກໍ່ບໍຕົກມາໃສ່ຮອຍຕີນ ທັງທີ່ວ່າຢູ່ບໍລິເວັນນັ້ນ ມີຕົ້ນໄມ້ເບິ່ງແລ້ວເປັນຕາເບິ່ງຕາຊົມ. ໃນເມື່ອເຫັນກ້ອນຫີນແປກປະຫລາດແນວນັ້ນ ສາທຸຈິ່ງເວົ້ານຳເຖົ້າແກ່ທຸກຄົນທີ່ໄດ້ມາຮູ້ມາເຫັນວ່າ ນີ້ແລ້ວແມ່ນຮອຍພະບາດທີ່ອອກຢູ່ໃນທຳພະບາດລຽບໂລກວ່າ ຫ້ວຍແຮປ່ອງນ້ຳ ກໍມີ 1 ຮອຍ, ເປັນແຕ່ນຳບຸນກຸສົນຂອງພວກເຮົາທີ່ໄດ້ມາຄົ້ນຫາຫລາຍວັນ ຈິ່ງໄດ້ມາພົບພໍ້ ສາທຸຈິ່ງໄດ້ບອກກ່າວໃຫ້ເຖົ້າແກ່ທັງຫລາຍວ່າ: ໃຫ້ພາກັນປົກປັກຮັກສາ ຖ້າບຸກຄົນໃດມີສັດທາ ຢາກມາສ້າງສາ ໃຫ້ນົບຂົບຢຳເມດຕາພາວັນນາຈຳສີນ, ຕັ້ງຫໍໂຮງສ້າງກວມຮອຍພະບາດນີ້ກໍ່ໄດ້ ແຕ່ຫ້າມບໍ່ໃຫ້ງັດແງະ, ບໍ່ໃຫ້ພິກປີ້ນ ແມ່ນແຕ່ເສັ້ນຜົມຜ່າແປດ ມັນຈະເກີດອຸປະຕິເຫດໂກລະຫົນ ແພ້ບ້ານແພ້ເມືອງ, ຄົນຈະລົ້ມຕາຍ ໂດຍສະເພາະແມ່ນຊາວບ້ານລ້ອງຍາ. ໃນເມື່ອຄົ້ນພົບຮອຍຕີນພະບາດເຫັນແລ້ວ ສາທຸຍັງນຳພາເຖົ້າແກ່ ຊອກຫາຮອຍຕີນເສນາທັງ 2 ຮອຍທີ່ໄດ້ກ່າວໃນທຳພະບາດລຽບໂລກ ໃນທີ່ສຸດສາທຸ ແລະ ເຖົ້າແກ່ ກໍໄດ້ຄົ້ນພົບຮອຍຕີນເສນາທັງ 2; ຮອຍທີ 1 ຢູ່ທິດຕາເວັນຕົກສຽງໃຕ້ຂອງບ້ານລ້ອງຍາ ຮອຍທີ 2 ຢູ່ທີ່ທິດຕາເວັນອອກສຽງໃຕ້ ຫ່າງຈາກຮອຍພະບາດ 200 ແມັດ ໃນເມື່ອຄົ້ນພົບຮອຍພະບາດ ແລະ ຕີນເສນາທັງ 2 ແລ້ວ ສາທຸ ກໍ່ໃຫ້ຄຳໂອວາດຕັກເຕືອນເຖົ້າແກ່ ແລະຊາວບ້ານ ແລ້ວກໍ່ກັບຄືນເມືອຊ່າງຍອງ ເພື່ອຈະເມືອເອົານ້ຳຮັກ, ນ້ຳຫາງ ແລ້ວຈະກັບຄືນມານຳພາເຖົ້າແກ່ ແລະ ຊາວບ້ານ ສ້າງສາພະບາດໃຫ້ເປັນທີ່ເຄົາລົບກາບໄຫ້ວແກ່ຊາວພຸດທັງຫລາຍ. ໃນທີ່ສຸດ ສາທຸກໍ່ບໍ່ໄດ້ກັບຄືນມາ ຍ້ອນສະພາບການບ້ານເມືອງ ການໄປມາຫາສູ່ກັນບໍ່ໄດ້ແລ້ວ. ໃນເມື່ອເຖົ້າແກ່ ແລະ ຊາວບ້ານລໍຄອຍຖ້າສາທຸບໍ່ມາ ຈິ່ງພາກັນຕັ້ງຕູບນ້ອຍກວມເອົາຮອຍພະບາດ, ເອົານ້ຳເຕົ້າດີນວາງໄວ້, ຮອດມື້ປີໃໝ່ເຂົ້າພັນສາ-ອອກພັນສາ ຈິ່ງພາກັນເມືອແຈກເມືອທານ ຕາມຮີດຄອງປະເພີນີທີ່ເຊື່ອຖືກັນມາ. ການກໍ່ສ້າງຮອຍພະບາດຖືກຫລົ້ມເຫລວ ມາເຖິງປີ 1930 ສຽງຊາລືໄປທຸກສາລະທິດ ວ່າຢູ່ຫ້ວຍແຮປ່ອງນ້ຳກໍມີຮອຍຕີນພະບາດຢູ່ບ້ານລ້ອງຍາ ເມືອງໄຊ ແຂວງອຸດົມໄຊ ໃນປະຈຸບັນ ປ່າວຂ່າວລືໄປຮອດນ້ຳບາກ, ນ້ຳອູ ເວລານັ້ນມີສາທຸລາວ ຈຳນວນ 22 ອົງ ຂື້ນມາແຕ່ຫາດສາດອນລ້ອມ ມາກິນທານທີ່ວັດພະເຈົ້າສິງຄຳ ເມືອງຫລາ ເມື່ອກິນທານແລ້ວ ເພີ່ນຈິ່ງພາກັນຂື້ນຕາມນ້ຳກໍມາຮອດວັດລ້ອງຍາ ເມື່ອສາທຸມາເຖິງແລ້ວ ກໍ່ໄດ້ເອີ້ນເຖົ້າແກ່ທັງຫລາຍມາຖາມວ່າ ຢູ່ຫ້ວຍແຮປ່ອງນ້ຳກໍ ຢູ່ບ້ານລ້ອງຍາ ມີຮອຍຕີນພະບາດບໍ່? ເຖົ້າແກ່ທັງຫລາຍກໍ່ໄດ້ກາບອາລັດທະນາຕອບສາທຸວ່າ ໂດຍແມ່ນແລ້ວ ເມື່ອສາທຸໄດ້ຍີນ ຈິ່ງໃຫ້ເຖົ້າແກ່ພາໄປເບິ່ງຕົວຈິງ ແມ່ນຮອຍພະບາດແທ້ ດັ່ງນັ້ນສາທຸກໍ່ມີຈິດໃຈຢາກສ້າງ ຈິ່ງໄດ້ປຶກສາຫາລືນຳເຖົ້າແກ່ທັງຫລາຍ ກໍເຫັນດີເປັນເອກະພາບຕົກລົງພ້ອມກັນລົງມືສ້າງ: ສາທຸ ແລະ ຊາວບ້ານທັງຫລາຍ ໄດ້ຂຸດທາງແຕ່ບ້ານອ້ອມພູເຈີງ ລວງກວ້າງ 2 ແມັດ ລວງຍາວປະມານ 200 ແມັດ ໄປຮອດຕີນພະບາດ ຍ່າງສະດວກໃນການໄປມາ, ຂຸດເດີ່ນສະຖານທີ່ຮາບພຽງ ໂດຍນຳເອົາກ້ອນຫີນມາກໍ່ອ້ອມຮອຍຕີນພະບາດຢ່າງສະອາດງາມຕາໃນທຸກໆດ້ານ ແຕ່ຮອຍພະບາດມັນຫລິ່ງໄປທາງທິດຕາ ເວັນຕົກ ເພື່ອຢາກໃຫ້ມັນພຽງກັນ ຈິ່ງພາກັນຂຸດອ້ອມ ແລ້ວເອົາໄມ້ມາງັດແງະມັນ ມີຜົນສະທ້ອນຕໍ່ຮອຍຕີນພະບາດ ທັນໃດນັ້ນ ກໍ່ເກີດເຫດກົນລະຫົນທີ່ບໍ່ຄາດຄິດຂື້ນມາທັນທີ ສາທຸທັງຫລາຍກໍ່ເລືອດດັງອອກ ມີບາງຕົນກໍ່ເລືອດສົບອອກ ເປັນຕາຢ້ານກົວທີ່ສຸດ ເມື່ອເກີດເຫດແນວນັ້ນ ສາທຸທັງຫລາຍກໍ່ພາກັນແຕກໜີໄປໃຜໄປມັນ ໂດຍບໍ່ມາຢຽບຮອດວັດອີກເລີຍ,ສ່ວນຊາວບ້ານ ກໍ່ມີເຫດລົ້ມຕາຍແຕ່ລະມື້ແຕ່ລະວັນບໍ່ຂາດ, ເອົາໄປຝັງທາງໜ້າ ຜູ້ຢູ່ບ້ານຕາຍອີກຢ່າງຕໍ່ເນື່ອງລຽນຕິດ. ຈົນຂ່າວຄາວໄປຮອດບ້ານໃຕ້ບ້ານເໜືອ ສະພາບຜ່ານໄປໄດ້ 15 ວັນ ຜູ້ຄົນກໍ່ຍັງລົ້ມຫາຍຕາຍຈາກ ເມື່ອເປັນແນວນັ້ນ ຊາວບ້ານ ກໍ່ພາກັນແຕກຕື່ນຢ້ານກົວ ຈຳນວນໜຶ່ງກໍ່ພາກັນໜີໄປຢູ່ເມືອງຜາອຸດົມ, ຈຳນວນໜຶ່ງກໍ່ພາກັນໜີໄປຢູ່ເມືອງຫ້ວຍຊາຍ, ຈຳນວນໜຶ່ງກໍ່ໜີໄປຢູ່ນຳພີ່ນ້ອງບ້ານໃຕ້-ເໜືອ, ເກີດເປັນບ້ານເສົ້າເມືອງໝອງ ແຕ່ລະມື້ ຊາວບ້ານນ້ຳຫູມານ້ຳຕາອອກ, ມີຄວາມຢ້ານກົວ ແຕ່ລະມື້ບໍ່ມີຄວາມສະຫງົບ ເມື່ອສະພາບເປັນຄືແນວນັ້ນ ບັນດາເຖົ້າແກ່ທັງຫລາຍ ນຳພາໂດຍເຖົ້າແສນປັນຍາ, ເຖົ້າແສນລັງສີ ແລະ ເຖົ້າແສນທະນາ ຫ້າງຂັນດອກໄມ້ທຽນ 12 ຄູ່ ເມືອຄາລະວະສົມມາຮອຍຕີນພະບາດ ທີ່ສາທຸ ແລະ ເຖົ້າແກ່ຊາວບ້ານທັງຫລາຍໄດ້ກະທຳຜິດຂຸດອ້ອມ, ງັດແງະ ແລະ ພິກປີ້ນ ເຮັດໃຫ້ມີການເຄື່ອນເໜັງຕີງ ທີ່ສົ່ງຜົນກະທົບຕໍ່ຮອຍຕີນພະບາດ. ຫຼັງຈາກນັ້ນ ສະພາບການຕາຍ ແລະ ສິ່ງທີ່ສະທ້ານຍ້ານກົວຂອງຊາວບ້ານ ຈິ່ງສະຫງົບລົງ, ເຖົ້າແກ່ທັງຫລາຍ ຈິ່ງມາສະດຸ້ງຕື່ນ ຄິດອອກຄຳສັ່ງສອນຂອງສາທຸຊ່າງຍອງ ໄດ້ບອກກ່າວໄວ້ວ່າ: ຫ້າມບໍ່ໃຫ້ພິກ, ປີ້ນເຄື່ອນຍ້າຍ, ງັດແງະ ແມ່ນແຕ່ເສັ້ນຜົມຜ່າແປດ ມັນຈະເກີດເຫດຮ້າຍມີເພດໄພ ສະທ້ານຍ້ານກົວ, ຜູ້ຄົນລົ້ມຕາຍ.ຖືກສັດຕູເຜົາຜານວັດວາອາຮາມ. ຮອຍພະບາດຖືກທຳລາຍ ເກີດເປັນບ້ານຮ້າງເມືອງໝອງຢ່າງໜ້າສົມເພດເວດທະນາ ຈາກສົງຄາມຍຶດເຍື້ອຍາວນານກວ່າ 60 ປີ. ການກໍ່ສ້າງ ແລະ ປະຕິສັງຂອນຮອຍຕີນພະບາດຄືນໃໝ່ ມາເຖິງປີ 1960-1965 ເຖົ້າແກ່ເມືອປຸກຕູບນ້ອຍກວມຮອຍຕີນພະບາດໄວ້ເພື່ອເປັນການອານຸລັກໄວ້,ເອົານ້ຳເຕົ້າຂັນໝາກເມືອໄຫວ້ ພໍເຖິງເດືອນ 6 ປີໃໝ່, ເຂົ້າພັນສາ ແລະ ອອກພັນສາ ກໍ່ພາກັນເມືອແຈກເມືອທານ ຕາມຮີດຄອງທາງພຸດທະສາດສະໜາທີ່ເຄີຍປະຕິບັດກັນມາ ຈະເຮັດລື່ນນັ້ນກໍ່ຍ້ານເກີດເຫດເພດໄພສະທ້ານຍ້ານກົວຜູ້ຄົນລົ້ມຕາຍຄືໃນເມື່ອກ່ອນທີ່ຜ່ານມາ. ມາເຖິງປີ 1975 ປະເທດຊາດໄດ້ຮັບການປົດປ່ອຍທົ່ວປະເທດ ມີການປ່ຽນໄປສູ່ລະບອບການປົກຄອງໃໝ່ ແລະ ມີການພັດທະນາໃນທຸກດ້ານ. ດັ່ງນັ້ນທາງພຸດທະສາດສະໜາກໍ່ໄດ້ຮັບການປັບປຸງ ແລະ ສ້າງສາພັດທະນາໄປພ້ອມໆກັນເຊັ່ນ: ວັດວາອາຮາມ, ຮອຍພະບາດ, ເຈດີ, ກຸດຕິວິຫານທີ່ຖືກທຳລາຍໃນສະໄໝສົງຄາມອາເມຣິກາ ກໍ່ໄດ້ສ້າງສາພັດທະນາຄືນໃໝ່. ມາເຖິງປີ 1985 ເຖົ້າແກ່ໄດ້ຊອກຫາທຸກວິທີທາງ ເພື່ອປະຕິສັງຂອນພະບາດຄືນໃໝ່ ເພື່ອໃຫ້ເປັນທີ່ເຄົາລົບບູຊາຂອງຊາວພຸດທັງຫລາຍ. ດັ່ງນັ້ນ ທາງເຖົ້າແກ່ຈິ່ງໄດ້ເຊີນທ່ານ ອາຈານ ໄມ່ ດວງຄຳ ຜູ້ຮູ້ຮີດຄອງທາງພຸດທະສາດສະໜາ ເປັນຜູ້ມານຳພາສ້າງສາປະຕິສັງຂອນ ແຕ່ຫ້າມຂຸດ, ງັດແງະ, ພິກປີ້ນ ທ່ານໄດ້ນຳພາສ້າງໃນທຸກ ເປັນອັນວ່າການກໍ່ສ້າງພະບາດໃນຄັ້ງນັ້ນ ກໍ່ໄດ້ຢຸດເຊົາລົງ ຫາຜູ້ມາສືບຕໍ່ກໍ່ສ້າງກໍ່ບໍ່ມີ ສະພາບການບ້ານເມືອງເກີດເສີກທາງເໜືອເສືອທາງໃຕ້ ການໄປມາຫາສູ່ກັນກໍ່ມີໂຈນຮ້າຍ, ຂະໂມຍເກີດຂື້ນ. ເກີດເສີກສົງຄາມຕໍ່ສູ້ກັນມາຫລາຍປີ ປະເທດຊາດໄດ້ຖືກສັດຕູເຜົາຜານວັດວາອາຮາມ. ຮອຍພະບາດຖືກທຳລາຍ ເກີດເປັນບ້ານຮ້າງເມືອງໝອງຢ່າງໜ້າສົມເພດເວດທະນາ ຈາກສົງຄາມຍຶດເຍື້ອຍາວນານກວ່າ 60 ປີ. ການກໍ່ສ້າງ ແລະ ປະຕິສັງຂອນຮອຍຕີນພະບາດຄືນໃໝ່ ມາເຖິງປີ 1960-1965 ເຖົ້າແກ່ເມືອປຸກຕູບນ້ອຍກວມຮອຍຕີນພະບາດໄວ້ເພື່ອເປັນການອານຸລັກໄວ້,ເອົານ້ຳເຕົ້າຂັນໝາກເມືອໄຫວ້ ພໍເຖິງເດືອນ 6 ປີໃໝ່, ເຂົ້າພັນສາ ແລະ ອອກພັນສາ ກໍ່ພາກັນເມືອແຈກເມືອທານ ຕາມຮີດຄອງທາງພຸດທະສາດສະໜາທີ່ເຄີຍປະຕິບັດກັນມາ ຈະເຮັດລື່ນນັ້ນກໍ່ຍ້ານເກີດເຫດເພດໄພສະທ້ານຍ້ານກົວຜູ້ຄົນລົ້ມຕາຍຄືໃນເມື່ອກ່ອນທີ່ຜ່ານມາ. ມາເຖິງປີ 1975 ປະເທດຊາດໄດ້ຮັບການປົດປ່ອຍທົ່ວປະເທດ ມີການປ່ຽນໄປສູ່ລະບອບການປົກຄອງໃໝ່ ແລະ ມີການພັດທະນາໃນທຸກດ້ານ. ດັ່ງນັ້ນທາງພຸດທະສາດສະໜາກໍ່ໄດ້ຮັບການປັບປຸງ ແລະ ສ້າງສາພັດທະນາໄປພ້ອມໆກັນເຊັ່ນ: ວັດວາອາຮາມ, ຮອຍພະບາດ, ເຈດີ, ກຸດຕິວິຫານທີ່ຖືກທຳລາຍໃນສະໄໝສົງຄາມອາເມຣິກາ ກໍ່ໄດ້ສ້າງສາພັດທະນາຄືນໃໝ່. ມາເຖິງປີ 1985 ເຖົ້າແກ່ໄດ້ຊອກຫາທຸກວິທີທາງ ເພື່ອປະຕິສັງຂອນພະບາດຄືນໃໝ່ ເພື່ອໃຫ້ເປັນທີ່ເຄົາລົບບູຊາຂອງຊາວພຸດທັງຫລາຍ. ດັ່ງນັ້ນ ທາງເຖົ້າແກ່ຈິ່ງໄດ້ເຊີນທ່ານ ອາຈານ ໄມ່ ດວງຄຳ ຜູ້ຮູ້ຮີດຄອງທາງພຸດທະສາດສະໜາ ເປັນຜູ້ມານຳພາສ້າງສາປະຕິສັງຂອນ ແຕ່ຫ້າມຂຸດ, ງັດແງະ, ພິກປີ້ນ ທ່ານໄດ້ນຳພາສ້າງໃນທຸກດ້ານເຊັ່ນ: ປັບປຸງເດີ່ນເຂດພະບາດ ໃຫ້ມີຄວາມສວຍງາມ ຄືດັ່ງຄົນຫລຸນກ່ອນທີ່ໄດ້ສ້າງປະໄວ້ໃຫ້ພວກເຮົາສືບຕໍ່, ປັບປຸງຄືນໃໝ່ໃຫ້ມີຄວາມສວຍສົດງົດງາມ ເປັນຕາເບິ່ງຕາຊົມ ການປະຕິສັງຂອນໃນເທື່ອນີ້ ແມ່ນມີຄວາມແຕກຕ່າງຈາກເມື່ອກ່ອນ ໄດ້ນຳເອົາຮອຍຕີນເສນາກ້ຳຂວາ-ກ້ຳຊາຍມາໄວ້ຄຽງຂ້າງຮອຍຕີນພະບາດ. ພ້ອມນັ້ນ ກໍ່ໄດ້ເອົາຮອຍຕີນສັດນາໆຊະນິດມາຈັດສັນອ້ອມຮອຍຕີນພະບາດເຊັ່ນ: ຮອຍຕີນຊ້າງ-ມ້າ-ນົກ-ງົວປ່າ-ຄວາຍປ່າ-ເສືອ-ສິງ-ລິງ-ເປັດ-ໄກ່ ແລະ ໝາປ່າ, ຈັດສັນຢ່າງເປັນລະບຽບງາມຕາແກ່ຜູ້ມາເບິ່ງມາຊົມມີຄວາມຊົມຊື່ນຍີນດີ ແລະ ເປັນສະຖານທີ່ເຄົາລົບບູຊາທີ່ສັກສິດຂອງຊາວພຸດທະສາສະນິກກະຊົນທັງຫລາຍ. ທ່ານກໍ່ໄດ້ນຳພາສ້າງສາໃນທຸກດ້ານຢູ່ເຂດຮອຍພະບາດ. ແຕ່ຫ້າມບໍ່ໃຫ້ໃສ່ປະຕູອັດແຈບ, ປະຕູຕາໜ່າງເຫລັກ, ບໍ່ໃຫ້ເຮັດຮົ້ວມາອ້ອມລ້ອມບັງກັ້ງ ຍ້ອນວ່າຮອດມື້ວັນສີນ 7-8 ຄ່ຳ, 14-15 ຄ່ຳເດືອນເພັງ-ເດືອນແຮມ ມີສັດນາໆຊະນິດ ມາກາບໄຫວ້ສັກກາລະບູຊາຮອຍຕີນພະບາດ. ໃນການສ້າງສາປະຕິສັງຂອນໃນຄັ້ງນີ້ ບໍ່ມີເຫດການຫຍັງເກີດຂື້ນ, ມີແຕ່ຄວາມວຸດທິຈຳເລີນ ເຮັດໃຫ້ຜູ້ຄົນຫລັງໄຫລກັນມາສ້າງສາມາເບິ່ງມາຊົມສັກ ກາລະບູຊາ, ຊື່ສຽງຮຽງນາມຂອງຮອຍພະບາດ ໄດ້ແຜ່ຂະຫຍາຍໄປທຸກບ້ານນ້ອຍເມືອງໃຫຍ່ ຜູ້ມີສັດທາໃຈບຸນຮູ້ຂ່າວຄາວ ກໍ່ພາກັນມາແຜ່ເມດຕາພາວະນາບໍ່ຂາດ ຈົນເຖິງທຸກວັນນີ້. ແຫຼ່ງຂໍ້ມູນ: https://mict.gov.la/tourism-in-laos?province_id=5
ເບິ່ງລາຍລະອຽດ →
📍 ເມືອງໄຊ ແຂວງອຸດົມໄຊ
ອ່າງນ້ຳຫີນ ຕັ້ງຢູ່ບ້ານຫ້ວຍອຸ່ນ ເມືອງໄຊ, ແຂວງອຸດົມໄຊ, ຫ່າງຈາກເທດສະບານເມືອງໄຊ ປະມານ 8 ກິໂລແມັດ, ອ່າງນີ້ປະກອບມີຫຼາຍຫ້ວຍ ທີ່ໄຫຼໂຮມເຂົ້າກັນ. ສະພາບເສັ້ນທາງເຂົ້າເຖິງສະດວກສະບາຍ ແຂວງພວມພັດທະນາປັບປຸງເປັນສະຖານທີ່ທ່ອງທ່ຽວ.ອ່າງນ້ຳຫີນ ສາມາດພັດທະນາທ່ອງທ່ຽວທຳມະຊາດຕຶກປາ, ອາບນ້ຳ, ຂີ່ເຮືອເລາະຊົມທຳມະຊາດ , ຮ້ານອາຫານ ແລະ ເປັນບ່ອນຕາກອາກາດສຳລັບນັກທ່ອງທ່ຽວທີ່ມັກຄວາມສະຫງົບ ແລະ ອາກາດສົດຊື່ນ. ປີຄສ 2007. ແຂວງໄດ້ໃຊ້ງົບປະມານຈຳນວນມະຫາສານເພື່ອຕັນນ້ຳຫີນສ້າງເຂື່ອນຊົນລະປະທານຂະໜາດໃຫຍ່ ເພື່ອສົ່ງເສີມການຜະລິດທາງດ້ານກະສິກຳເປັນເຂດທີ່ອຸດົມສົມບູນ ອ່າງເກັບນ້ຳທີ່ໃຫຍ່ທີ່ສຸດຂອງແຂວງ ເປັນສະຖານທີ່ບໍລິການ, ສະຖານທີ່ທ່ອງທ່ຽວ ຊ່ວງເຮືອ ເນື້ອທີ່ອ່າງທັງໝົດ ມີປະມານ 121,7 ກິໂລຕາແມັດໄດ້ກວມເອົາ 7 ໝູ່ບ້ານ. ແຫຼ່ງຂໍ້ມູນ: https://mict.gov.la/tourism-in-laos?province_id=5 ຮູບພາບຈາກ FB: charminglao
ເບິ່ງລາຍລະອຽດ →
📍 ເມືອງໄຊ ແຂວງອຸດົມໄຊ
(ນ້ຳກັດຢໍລະປ່າ).ຕາດນ້ຳກັດຕັ້ງຢູ່ປ່າສະຫງວນຂອງແຂວງ (ພູຫີຜີ), ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງໄຊ ປະມານ 24 ກິໂລແມັດ. ສະພາບເສັ້ນທາງເຂົ້າເຖິງສອງລະດູ. ປູຢາງຈາກເທດສະບານເມືອງໄຊເຖິງບ້ານບໍ່ 5 ກິໂລແມັດ, ແຕ່ບ້ານບໍ່ຫາບ້ານແຟນ ແລະ ເຂົ້າເຖິງຕາດນ້ຳກັດແມ່ນເປັນເສັ້ນທາງທີ່ປູດ້ວຍຫີນແຮ່ 18 ກິໂລແມັດ ແລະ ຍ່າງປະມານ 900 ແມັດ ຈຸດເດັ່ນຫຼືສິ່ງດຶງດູດນັກທ່ອງທ່ຽວມາທ່ຽວຢູ່ໃນເຂດປ່າສະຫງວນຂອງ (ພູຫີຜີ) ທີ່ມີປ່າດົງດິບດົກໜາ, ຕົ້ນໄມ້ໃຫຍ່, ມີຊີວະນາໆພັນຊະນິດຕ່າງໆທີ່ອາໄສຢູ່ໃນປ່າສະຫງວນດັ່ງກ່າວ ແລະ ເໝາະສົມທີ່ຈະໄປສຶກສາວິໄຈສິ່ງທີ່ມີຊີວິດດ້ານພຶກສາຊາດ, ຕາກອາກາດ, ກິນເຂົ້າປ່າ, ພັກຜ່ອນຢ່ອນອາລົມຕາມໂງ່ນຫີນ ແລະ ສາຍນ້ຳ. ນ້ຳຕົກຕາດນ້ຳກັດເປັນຕາດຊັ້ນດຽວ ມີຄວາມສູງປະມານ 15-20 ແມັດ ແລະ ກວ້າງປະມານ 20-50 ແມັດ, ໜ້າຕາດມີອ່າງອາບນ້ຳທຳມະຊາດ ເຢັນສະບາຍ. ປັດຈຸບັນພວມຢູ່ໃນໄລຍະການພັດທະນາ ແລະ ກໍ່ສ້າງຂອງບໍລິສັດແຟເຊັດພັດທະນາການທ່ອງທ່ຽວ ເປັນຜູ້ສຳປະທານພັດທະນາທ່ອງທ່ຽວແບບຄົບວົງຈອນ ປັດຈຸບັນສຳເລັດ 95% ບໍລິສັດໄດ້ເປີດບໍລິການທົດລອງແລ້ວ ແລະ ປະກອບມີຫຼາຍກິດຈະກຳ ລາຍລະອຽດບັນດາທ່ານສາມາດເຂົ້າເຖິງ ແລະ ສອບຖາມໄດ້ www.namkatyolapa.com.ຕາດນໍ້າກັດໄດ້ຄົ້ນພົບໃນປີ ຄສ 1999 ແລະ ເປີດບໍລິການປີ ຄສ 2006, ຈາກການເລົ່າປາກຕໍ່ປາກຕໍ່ໆກັນມາຂອງຊາວບ້ານທີ່ເອີ້ນກັນວ່າ “ຫ້ວຍນ້ຳກັດ” ໄດ້ມາຈາກຄຳວ່າ “ສະກັດກັ້ນສັດຕູ”ເຊິ່ງສະໄໝການຕໍ່ສູ້ເສິກເຈືອງ ໄດ້ມີທະຫານໄປສະກັດຕີສັດຕູຢູ່ເຂດບ້ານແຫ່ງໜຶ່ງ ມີປະມານ 2-3 ຄອບຄົວອາໄສຢູ່ແຄມຫ້ວຍສາຍໜຶ່ງ(ບໍ່ຮູ້ຊື່ຫ້ວຍ) ພາຍຫຼັງໄດ້ຮັບໄຊຊະນະໃນການສະກັດກັ້ນຕີຕ້ານສັດຕູແລ້ວ ປະຊາຊົນຈຶ່ງພາກັນມາຕັ້ງຖິ່ນຖານຢູ່ເຂດດັ່ງກ່າວເຊິ່ງເປັນເຂດທີ່ອຸດົມສົມບູນເໝາະສົມໃນການຜະລິດເຂົ້າປາອາຫານຈິ່ງໃສ່ຊື່ວ່າ: ບ້ານກັດ ແລະໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫ້ວຍນ້ຳກັດ ຈົນເຖິງປັດຈຸບັນ. ອີກຄວາມໝາຍໜຶ່ງເອີ້ນວ່າຫ້ວຍກັດຄຳວ່າ“ກັດ” ແມ່ນພາສາກຶມມຸແປວ່າ “ເຢັນກັດ” ເຊິ່ງເປັນຊົນເຜົ່າໜຶ່ງທີ່ອາໄສຢູ່ເຂດດັ່ງກ່າວມາກ່ອນແລ້ວຫຼາຍພັນປີ, ເຂົາເຈົ້າໄດ້ໃສ່ຊື່ຫ້ວຍດັ່ງກ່າວວ່າ: ຫຣົງອົມກັດ ເຊິ່ງມີຄວາມໝາຍວ່າ: ຫ້ວຍນ້ຳກັດ ເມື່ອເວລາລົງອາບນ້ຳຫ້ວຍ ຮູ້ສຶກເຢັນທີ່ສຸດ ຈິ່ງເອີ້ນວ່ານໍ້າກັດມາຈົນເຖິງປັດຈຸບັນ. ໃຫ້ຂໍ້ມູນໂດຍ: ລຸງແພງອາຍຸ 58 ປີຊາວບ້ານກັດເມືອງໄຊແຂວງອຸດົມໄຊ ແຫຼ່ງຂໍ້ມູນ: https://mict.gov.la/tourism-in-laos?province_id=5
ເບິ່ງລາຍລະອຽດ →
📍 ເມືອງໄຊ ແຂວງອຸດົມໄຊ
ປະຫວັດ ພະທາດໄຊມຸງຄຸນ ລັດຕະນະມິ່ງເມືອງ (ວັດພູທາດ ເມືອງໄຊ ແຂວງອຸດົມໄຊ) ຢູ່ໃຈກາງເທດສະບານເມືອງໄຊ ມີພູນ້ອຍ 3 ລູກຕັ້ງລຽນກັນມີຄວາມສູງປະມານ 300ຫາ 500 ແມັດຈາກໜ້ານ້ຳທະເລ ໜ່ວຍທີ່ 1 ຄືພູວັດໄຊສີ (ວັດສັນຕິພາບ ບ້ານເຈງ) ຕໍ່ກັບພູຄ້າຍ CB ຫຼື ພູໄຊ ໃນປະຈຸບັນເອີ້ນວ່າພູທາດນ້ອຍ, ໜ່ວຍທີ່ 2 ພູທາດໃຫຍ່ ຫຼື ພູທາດໃນປະຈຸບັນ ແລະ ໜ່ວຍທີ່ 3 ພູວັດງ້ຽວ ຊື່ງແມ່ນພູຫ້ອງການສະພາກາແດງໃນປະຈຸບັນ. ປະມານ 400 – 500 ປີ ກ່ອນໜ້ານີ້ ໄດ້ມີພຣະທຸດົງອົງໜຶ່ງ ມາຈາກພາກໃຕ້ຂອງປະເທດພະມ້າເປັນພະຊົນເຜົ່າງ້ຽວ ໄດ້ມາສ້າງວັດຢູ່ເທິງພູກາແດງ ໃນປະຈຸບັນຊາວບ້ານເອີ້ນວ່າວັດງ້ຽວ. ພະງ້ຽວດັ່ງກາວໄດ້ມາຈຳສິນພາວະນາຢູ່ຕາມພູຕ່າງໆທີ່ກ່າວມາເຫັນວ່າຄວນສ້າງວັດ, ສ້າງທາດໄວ້ສັກກາລະບູຊາ ຈຶ່ງໄດ້ນຳພາອອກຕົນຍາດໂຍມຊາວເມຶອງໄຊສ້າງທາດ ໄວ້ສັກກາລະບູຊາ 3 ລູກເປັນຕົວແທນ ໃຫ້ແກ່ພຣະຣັດຕະນະໄຕຣຄື: ພຣະພຸດ, ພຣະທຳ, ພຣະສົງ: ລູກທີ່ 1: ໄດ້ສ້າງຢູ່ວັດນາທາດດອນເມືອງ (ວັດນາເລົາ ) ໃນປະຈຸບັນຍັງມີທາດທີ່ຫັກເພຍ້ອນການທໍາລາຍຂອງສົງຄາມໃຫ້ເຫັນຢູ່. ລູກທີ່ 2: ສ້າງໄວ້ເທິງພູທີ່ຕໍ່ ຈາກພູວັດໄຊສີບ້ານເຈງ ເອີ້ນວ່າພູທາດນ້ອຍ. ທາດດັ່ງກ່າວຖືກຈັກກະພັດຝຣັ່ງໄດ້ທຳລາຍຖີ້ມ ແລ້ວສ້າງໂປດຄ້າຍໃສ່ເອີ້ນວ່າຄ້າຍ CB ຊຶ່ງປະຈຸບັນໃຊ້ຊື່ວ່າ ພູໄຊ ທີ່ຕັ້ງຫໍພິພິດທະພັນໃນປະຈຸບັນ. ລູກທີ່ 3: ສ້າງຢູ່ເທິງພູໃຫຍ່ໃຈກາງເມືອງ ເອີ້ນວ່າພູທາດໃຫຍ່ ເພາະເປັນທາດທີ່ໃຫຍ່ກວ່າໝູ່ ຊາວເມືອງເອີ້ນສັ້ນໆ ວ່າ ພູທາດ ຄື: ທາດໄຊ ມຸງຄຸນ ຣັດຕະນະ ມິ່ງເມືອງໃນປະຈຸບັນ. ທາດທີ່ຢູ່ເທິງພູທາດໃຫຍ່ແຫ່ງນີ້ ເປັນທາດທີ່ໃຫຍ່ກ່ອນໝູ່ ອິງຕາມການບອກເລົ່າຂອງເຖົ້າແກ່ ບ້ານ ຖິ່ນ, ບ້ານເຈງ ຜູ້ທີ່ເຄີຍເຫັນ ແລະ ພໍຈື່ ໄດ້ຄື: ພໍ່ເຖົ້າໜານ ມຸນ, ພໍ່ເຖົ້າໜໍ່ ບ້ານ ຖິ່ນ,ພໍ່ເຖົ້າໄມ່ຍອດ ບ້ານເຈງ ແລະ ຜູ້ອື່ນໆອື່ນ ບອກວ່າ: ທາດມີຄວາມກ້ວາງປະມານ 3 ຫາ 4 ວາ ແລະ ລວງສູງປະມານ5 ຫາ 6 ວາ, ທາດດັ່ງກ່າວກໍ່ດ້ວຍດິນຈີ່ຂະໜາດໃຫຍ່ໃຊ້ປະທາຍເພັດ ເປັນເຄື່ອງຢຶດຕິດ ແລະ ໂບກດ້ວຍປະທາຍເພັດ ທາດເປັນຮູບສີ່ຫຼ່ຽມຈະຕູລັດຫັກແຈທັງສີ່ດ້ານ. ບໍ່ມີຊື່ເອີ້ນ ຊາວເມືອງໄຊເອີ້ນພູດັງກ່າວວ່າພູທາດໃຫຍ່ ແຕ່ສ່ວນຫຼາຍຈະເອີ້ນສັ້ນໆວ່າ ພູທາດຕໍ່ໆກັນມາຈົນເຖິງປະຈຸບັນ. ຕາມການສັນນິຖານຂອງວິຊາການຂອງດິນຈີ່ດັ້ງເດີມ ທີ່ເກັບມາໄວ້ຫໍພິພິດຕະພັນຂອງແຂວງ ຄາດວ່າທາດລູກນີ້ສ້າງຂື້ນໃນສັດຕະວັດທີ່ 15 – 16 ສະໄໝພຣະເຈົ້າໄຊຍະເສດຖາທິຣາດ ກະສັດລາວຜູ້ເຫລື້ອມໃສໃນພຸດທະສາສະໜາ ພະອົງຊົງສັ່ງໃຫ້ສ້າງວັດ, ສ້າງພະພຸດທະຮູບ, ພະທາດເຈດີທົ່ວອານາຈັກແຕ່ເໜືອຮອດໃຕ້ ສິງກໍ່ສ້າງທີ່ຫລົງ ເຫຼືອມາໃຫ້ພວກເຮົາເຫັນປະຈຸບັນ ສ່ວນຫຼາຍຈະແມ່ນສ້າງໃນສະໄໝນີ້. ອະທິບາຍ “ປະທາຍເພັດ” ຄ້າຍຄືຊີມັງໃນປະຈຸບັນ ມີສ່ວນປະສົມຄືຂີ້ຊາຍ, ປູນຂາວ, ນ້ຳອ້ອຍ, ນ້ຳຢາງໄດ້ຈາກໜັງສັດຕົ້ມຈົນເປື່ອຍ ແລະ ຢາງຈາກເປືອກໄມ້ຕ່າງໆເຊັ່ນ: ຢາງບົງເປັນຕົ້ນ. ທາດສ້າງຂື້ນໃນວັນທີ ເດືອນ ປີໃດ? ບໍ່ມີໃຜຮູ້ ເພາະບໍ່ມີຈາລຶກ ແລະ ເອກະສານ, ບໍ່ມີຮູບພາບຢັ້ງຢືນ. ທ່ານບຸນປັນ ວົງປະຈິດ ທາຍາດລຸ້ນຫຼ້າສຸດຂອງເຈົ້າພະຍາ ຜູ້ປົກຄອງ ເມືອງໄຊ ສະໄໝສັກດີນາເວົ້າວ່າ ເອກະສານຂໍ້ມູນ ແລະຮູບຖ່າຍຂອງທາດພໍ່ແມ່ ວ່າມີຢູ່ໃນວັດບ້ານເຈງ ແລະ ຢູ່ໃນຕູ້ເອກະສານ ຂອງເຈົ້າພະຍາໄຊ ຊຶ່ງພໍ່ແມ່ເກັບຮັກສາໄວ້ ແຕ່ຖືກຍົນຈັກກະພັດອາເມລິກາຍິງທຳລາຍເມືອງໄຊ ເຮັດໃຫ້ໄຟໄໝ້ວັດ, ໄໝ້ບ້ານເຮືອນ ທຸກສິງທຸກຢ່າງ ໄໝ້ໝົດບໍ່ເຫຼືອຫຍັງ ຈິ່ງບໍ່ມີຫຼັກຖານຫຍັງໃຫ້ເຫັນ. ໃນສະໄໝສົງຄາມຮຸກຮານ ຂອງຈັກກະພັດຟຣັ່ງ ພວກເຂົາໄດ້ສ້າງໂປດຄ້າຍຂື້ນເທິງພູທາດນ້ອຍ ທີ່ຕັ້ງຢູ່ຮຽງກັນກັບພູທາດໃຫຍ່ ເປັນຄ້າຍຢຸດທະສາດ ເປັນສູນບັນຊາການສູ້ຮົບເປັນບ່ອນກັກຂັງສືບສວນສອບສວນທຸບຕີທໍລະ ມານເຂັນຂ້ານັກຮົບ ແລະ ປະຊາຊົນປະຕິວັດ ຊ້ຳບໍ່ພໍພວກເຂົາຍັງໄດ້ຕັ້ງມໍລະກົດ ຂຸດຂຸມຄອງ ສ້າງເປັນຄ້າຍນ້ອຍຢູ່ເທິງພູທາດໃຫຍ່ອີກດ້ວຍ ຫຼັງຈາກຈັກກະພັດຟຣັ່ງປະລາໄຊ ຈັກກະພັດອາເມຣີກາເຂົ້າມາແທນທີ ກໍສືບຕໍ່ນຳໃຊ້ໂປດຄ້າຍຂອງຝຣັ່ງເປັນບ່ອນບັນຊາສູ້ຮົບຢູ່ເທິງພູທາດໃຫຍ່ກໍ່ເຊັ່ນດຽວກັນເຮັດໃຫ້ທາດຖືກທຳລາຍເປ່ເພຊຸດໂຊມ. ພາຍຫຼັງປົດປ່ອຍເມືອງໄຊໃນ ປີ 1962 ພູທາດກໍຍັງສືບຕໍ່ເປັນບ່ອນປະຈຳການສູ້ຮົບຂອງກຳລັງປະຕິວັດຕໍ່ມາ, ກອງປືນໃຫຍ່ຂອງທະຫານອາສາສະມັກເພື່ອນບ້ານຈີນໄດ້ຕັ້ງປືນໃຫຍ່ຢູ່ເທິງພູທາດເພື່ອປ້ອງກັນຕົວເມືອງໄຊໃນຊຸມປີ 1970 ຈົນເຖິງປົດປ່ອຍທົ່ວປະເທດ, ຫຼັງຈາກປົດປ່ອຍທົ່ວປະເທດແລ້ວ ພູທາດຖືກປະຮ້າງ ເປັນປ່າແກ່ດົງຕຶບບໍ່ມີໃຜບົວລະບັດຮັກສາ, ຄົນຮູ້ເທົ່າ ບໍ່ເຖິງການຂື້ນໄປມ້າງເພທຳລາຍທັບເອົາດິນຈີ່ທີ່ທະລຸພຸພັງມາໃຊ້ສອຍປະໂຫຍດສ່ວນຕົວເຮັດໃຫ້ທາດທີ່ເກົ່າແກ່ເປ່ເພຢູ່ແລ້ວ ຍິງຊຸດໂຊມລົງຈົນເກືອບບໍ່ເຫຼືອຮ່ອງຮອຍ ໃຫ້ເຫັນ ຍັງພຽງແຕ່ຖານຊັ້ນລຸ່ມ ແລະ ກອງດິນຈີ່ເທົ່ານັ້ນ. ມາຮອດປີ 1994 ທາງແຂວງໄດ້ອານຸຍາດໃຫ້ບໍລິສັດນ້ຳມັນເຊື້ອໄຟລາວ ສາຂາແຂວງອຸດົມໄຊ ສ້າງເສັ້ນທາງຂື້ນທັງສອງຟາກຂ້າງຂອງພູ ຈຸດປະສົງເພື່ອຈະສ້າງໂຮງແຮມທັນສະໄໝໃສ່ເທິງພູທາດ ແຕ່ໂຄງການບໍ່ທັນໄດ້ປະຕິບັດ ບໍລິສັດນ້ຳມັນເຊື້ອໄຟລາວເກີດວິກິດການສາກ່ອນ ໂຄງການກໍສ້າງໂຮງຮມຈຶ່ງບໍສຳເລັດຜົນ. ມາຮອດປີ 1995 ຊາວເມືອງໄຊໄດ້ສະເໜີຕໍ່ພະແນກຖະແຫລງຂ່າວ ແລະ ວັດທະນາທຳຂໍບູລະນະປະຕິສັງຂອນ ພະທາດຄືນໃໝ່ ພະແນກຖະແຫລງຂ່າວ ແລະ ວັດທະນາທຳຈຶ່ງໄດ້ນໍາບັນຫາສະເໜີເຖິງທ່ານເຈົ້າແຂວງທ່ານ ໄຊເຊັງລີ ເຕັງເບຣຍຈື ພ້ອມຄະນະປະຈຳພັກແຂວງ, ທາງແຂວງຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືກັນ ໄດ້ຕົກລົງເປັນເອກະພາບໃຫ້ປະຕິສັງຂອນພະທາດຄືນໃໝ່ໂດຍມອບໃຫ້ພະແນກຖະແຫລງຂ່າວ ແລະ ວັດທະນະທຳ ຄົ້ນຄວ້າອອກແບບ ສ່ວນງົບມານກໍ່ສ້າງນັ້ນແມ່ນລັດ ແລະ ປະຊາຊົນພ້ອມກັນປະກອບສ່ວນ, ມອບໃຫ້ພະແນກແຮງງານສະຫວັດດີການສັງຄົມນຳໃຊ້ງົບປະມານໂຄງການກໍ່ສ້າງອານຸສາວະລີນັກຮົບນິລະນາມ ທີ່ໄດ້ອານຸມັດແລ້ວຈຳນວນ 58,880,000ກີບ ແຕ່ຍັງບໍ່ມີສະຖານທີ່ກໍ່ສ້າງ ທີ່ເໝາະສົມເທື່ອ ມານຳໃຊ້ເປັນງົບປະມານຫຼັກໃນການກໍ່ສ້າງ ນອກນັ້ນໃຫ້ປຸກ ລະດົມການປະກອບສ່ວນຈາກມວນຊົນຜູ້ມີຈິດໃຈໃສສັດທາ. ເຈົ້າແຂວງໄດ້ອອກຂໍ້ຕົກລົງ ເລກທີ່ 148/ຈຂ. ລົງວັນທີ 25/ 5 /1996. ວ່າດ້ວຍການອານຸມັດໃຫ້ສ້າງພະທາດຄືນໃໝ່ ເພື່ອໃຫ້ເປັນພະທາດມິ່ງບ້ານ ຂວັນເມືອງ ຂອງແຂວງອຸດົມໄຊ ສືບຕໍ່ໄປພາຍໜ້າ. ມອບໃຫ້ ພະແນກ ຖະແຫລງຂ່າວ ແລະວັດທະນາທຳ ເປັນຜູ້ຄົ້ນຄວ້າອອກແບບ ພະແນກຖະແຫລງຂ່າວ ແລະວັດທະນະທຳຈຶ່ງໄດ້ມອບໃຫ້ທ່ານພອນສະຫວັນ ພັນທະວິຈິດ ຄະນະພະແນກເປັນຜູ້ອອກແບບທາງສີລະປະກຳ ແລະ ຄວາມໝາຍທັງໝົດ ຂອງອົງພຣະທາດ, ທັງປະກາດໃຫ້ຫຼາຍພາກສ່ວນອອກແບບມາຂັດເລືອກແລ້ວ ນຳຂື້ນ ສະເໜີໃຫ້ແຂວງມີຄວາມເຫັນ ຈາກນັ້ນກໍ່ໄດ້ແຕ່ງຕັ້ງຄະນະກຳມະການ ຂັດເລືອກແບບ, ທາງຄະນະກຳມະການຈຶ່ງຂັດເລືອກເອົາແບບທີ່ທ່ານ ພອນສະຫວັນ ພັນທະວິຈິດ ອອກຊຶ່ງມີຮູບຮ່າງລັກສະນະ ແລະ ຄວາມໝາຍຄົບຖ້ວນເມື່ອຕົກລົງເອກະພາບກັນແລ້ວ ໄດ້ນຳແບບຂອງທາດມອບໃຫ້ບໍລິສັດອອກແບບເຄຫາສະຖານ ແຂວງຫຼວງພະບາງ ສາຂາແຂວງອຸດົມໄຊເປັນຜູ້ຄິດໄລ່ ອອກແບບກໍ່ສ້າງທັງໝົດ. ໂດຍແມ່ນທ່ານ ໄຊຍະສານ ຄົງສະຫວັດ ເປັນຜູ້ຄິດໄລ່ອອກແບບໃນການກໍ່ສ້າງ. ຈາກນັ້ນພະແນກ ຖະແຫລງຂ່າວ ແລະ ວັດທະນາທຳຈິ່ງໄດ້ເຮັດໜັງສືສະເໜີພ້ອມດ້ວຍແບບຕິດຂັດສົ່ງໃຫ້ກະຊວງຖະແຫລງຂ່າວ ແລະ ວັດທະນາທຳ ເພື່ອຮັບຮອງ ແລະ ຂໍອານຸມັດການກໍ່ສ້າງ, ກະຊວງຖະແຫລງຂ່າວ ແລະ ວັດທະນາທຳ ຈຶ່ງອອກຂໍ້ຕົກລົງ ເລກທີ່ 950 /ຖວ. ລົງວັນທີ 6/6/1996. ເຊັນໂດຍ ທ່ານບົວບານ ວໍລະຂຸນຮອງລັດຖະມົນຕຣີໃນເວລານັ້ນ. ໄດ້ມອບໃຫ້ພະແນກແຮງານ ສະຫວັດດີການສັງຄົມ ເຈົ້າຂອງງົບປະມານ ເປັນເຈົ້າຂອງໂຄງການໂດຍແຕ່ງຕັ້ງ ຄະນະຮັບຜິດຊອບການກໍ່ສ້າງຂັ້ນແຂວງຂື້ນຄະນະໜຶ່ງຊຶ່ງປະກອບດ້ວຍເມືອງໄຊ, ຫ້ອງວ່າການແຂວງ, ພະແນກຖະແຫລງຂ່າວ ແລະ ວັດທະນາທຳ, ພະແນກແຮງງານສະຫວັດດີການສັງຄົມ, ອົງການແນວລາວສ້າງຊາດແຂວງ ແລະ ເມືອງໄຊ, ອົງການພຸດທະສາສະໜາສຳພັນແຂວງ ແລະ ເມືອງໄຊ, ພະແນກ ຄຂປກ ເປັນຜູ້ຈັດຕັ້ງປະຕິບັດ. ໄດ້ຕົກລົງມອບໃຫ້ບໍລິສັດ ຈັນທະວີກໍ່ສ້າງ ( ຊຶ່ງແມ່ນບໍລິສັດສົມປະສົງກໍ່ສ້າງເຄຫາສະຖານ ແລະ ຂົວທາງໃນປະຈຸບັນ ) ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າທັງໝົດ 59, 164,807 ໃນນີ້ມີທຶນຂອງລັດຈຳນວນ 58,880,000 ກີບ, ນອກຈາກນັ້ນແມ່ນທຶນປະຊາຊົນປະກອບສ່ວນ ໃນການໃຊ້ຈ່າຍອື່ນໆ ທີ່ບໍ່ນອນຢູ່ໃນມູນຄາກໍ່ສ້າງ ແລະ ການສະເຫລີມສະຫລອງຊຶ່ງມີມູນຄ່າຫຼາຍກວ່າ 10 ລ້ານກີບ. ໄດ້ລົງມືກໍ່ສ້າງຕາມປະຕິທີນລາວແມ່ນມື້ເປິກສີ, ປີໄຈ້ ກົງກັບ ວັນອັງຄານ ຂື້ນ 15 ຄໍ່າເດືອນ ກໍລະກົດ ປີຊວດ ພ.ສ 2539. ຈ.ສ 1357. ກົງກັບ ວັນທີ 26 ເດືອນ 7 ປີ1996. ສ້າງສຳເລັດ ແລະ ຈັດພິທີມອບລະຫວ່າງຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການປີເປົ້າ, ກົງກັບວັນພະຫັດ ຂື້ນ 1 ຄ່ຳເດືອນກຸມພາ ປີຊວດ ພ.ສ 2539, ປີ ຈ.ສ 1357. ກົງກັບວັນທີ 9 ເດືອນ 1 ປີ ຄ.ສ 1997. ໃຊ້ເວລາກໍ່ສ້າງ 156 ວັນ. ໃນຂອບເຂດ 5 ເດືອນ. ໄດ້ທຳການສະເຫລີມສະຫລອງ ໃນ ວັນພະຫັດ ຂື້ນ 12 ຄ່ຳ ເດືອນກຸມພາ ປີຊວດ ພ.ສ 2539.ຈ.ສ 1357 ກົງກັບ ວັນທີ 19 ເດືອນ 2 ປີຄ.ສ 1997. ຫລັງຈາກນັ້ນ ຈຶ່ງໄດ້ກຳນົດເອົາ ວັນທີ 21 ເດືອນ ກຸມພາ ຊຶ່ງກົງກັບ ວັນມາຄະບູຊາ ເປັນມື້ສະເຫລີມສະຫລອງທາດ ທຸກໆປີເປັນປະເພນີສືບຕໍ່ມາ. •ອິງຕາມປະຕິທິນລາວ ການປ່ຽນ ພ.ສ ຫຼື ປີ ຈະປ່ຽນໃນເດືອນເມສາ ເດືອນ 4 ສາກົນ. - ທາດສ້າງໃນວັນທີ 26 ເດືອນ 7 ປີຄ.ສ 1996, - ສ້າງສຳເລັດ ໃນ ວັນທີ 9 ເດືອນ 1 ປີ ຄ.ສ 1997. ປີສາກົນປ່ຽນ ແຕ່ປີລາວບໍ່ທັປ່ຽນ ໃຫ້ຜູ້ອ່ານເຂົ້າໃຈຕາມນີ້. ຄວາມໝາຍຄວາມສຳຄັນຂອງທາດ ສ້າງຂື້ນເພື່ອເປັນສູນລວມນ້ຳໃຈ ຂອງປະຊາຊົນບັນດາເຜົ່າ, ເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ເປັນມິ່ງບ້ານ ຂວັນເມືອງຂອງແຂວງອຸດົມໄຊ, ສະແດງເຖິງມູນເຊື້ອສີລະປະ ວັດທະນະທຳ, ອະຣິຍະທຳ ຮ່ອງຮອຍບູຮານສະຖານອັນເກົ່າແກ່ ຂອງແຂວງອຸດົມໄຊ ທີ່ຍັງເຫຼືອໄວ້ບໍ່ພໍທໍ່ໃດແຫ່ງ ໃຫ້ລູກ ໃຫ້ຫຼານ ລຸ້ນຄົນຕໍ່ໄປ ໄດ້ ສືບທອດຈົນຊົ່ວກາລະນານ, ທັງແອບແຝງໄວ້ ຊຶ່ງປຣັດຊະຍາຄວາມຮູ້, ທີ່ສ່ອງແສງໃຫ້ເຫັນໃນແງ່ສາສະໜາ ແລະ ການເມືອງຢ່າງກົມກ່ຽວຊຶ່ງນຳມາສະແດງໄວ້ໃນແຕລະພາກສ່ວນຂອງອົງພຣະທາດດັ່ງນີ້: ວ່າດ້ວຍຊື່ພຣະທາດ: ໃນເມື່ອກ່ອນທາດນີ້ບໍ່ມີຊື່ເອີ້ນ ຊາວເມືອງໄຊເອີ້ນວ່າ ທາດໃຫຍ່ ຫຼື ພູທາດ, ໂດຍທົ່ວໄປແລ້ວຈະເອີ້ນລວມວ່າ ພູທາດ ເພາະພູມີທາດຕັ້ງຢູ່, ພາຍຫຼັງປະຕິສັງຂອນແລ້ວ ໄດ້ຕົກລົງຮັບຮອງເອົາຊື່ທາດດັ່ງກ່າວວ່າ "ພຣະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ" ມີຄວາມໝາຍດັ່ງນີ້: - ໃນແງ່ສາສະໜາ ພຣະທາດ(ເຈດີ): ໝາຍເຖິງຕົວແທນ ຂອງອົງສຳມາສຳພຸດທະເຈົ້າຄື: ພາຍຫຼັງທີ່ພຣະພຸດທະເຈົ້າດັບຂັນປະຣິນິພານ (ເສຍຊີວິດ) ແລ້ວໄດ້ແບ່ງອັດຖິ (ກະດູກ)ໃຫ້ແກ່ຫົວເມືອງຕ່າງໆ ຢ່າງທົ່ວເຖິງໃນຊົມພູທະວີບ ໄປໄວ້ສັກກາລະບູຊາ ແຕ່ລະເຂດແຄວ້ນໄດ້ສ້າງເປັນເຈດີ ຫຼື ສະຖູບ ບັນຈຸອັດຖິຂອງພະພຸດທະເຈົ້າໄວ້ເຄົາລົບນົບໄຫວ້ ພວກເຮົາເອີ້ນວ່າທາດ(ເຈດີ) ຍ້ອນວ່າ ບັນຈຸອັດຖິ(ກະດູກ) ຂອງພະພຸດທະເຈົ້າໄວ້. ຢູ່ປະເທດລາວຂອງເຮົາມີທາດ(ເຈດີ)ທີ່ບັນຈຸກະດູກ ຂອງພຣະພຸດທະເຈົ້າເຊັ່ນ: ພຣະທາດຫຼວງ(ພຣະທາດໂລກາຈຸລະມະນີ)ເປັນຕົ້ນ ຈາກນັ້ນມາຊາວພຸດກໍ່ໄດ້ສ້າງທາດ ເປັນສັນຍາລັກແທນພຣະພຸດທະອົງໄວ້ບູຊາ ໄປທົ່ວທຸກບ່ອນໂດຍນຳເອົາລູກທາດຊຶ່ງເປັນວັດຖຸຊະນິດໜື່ງ ຄ້າຍຄືລູກແກ້ວ ມາຈາກປະເທດອິນເດຍ ຊຶ່ງເຊື່ອກັນວ່າເປັນທາດ 4 ຂັນ 5 ຂອງພຣະພຸດທະເຈົ້າທີ່ດັບຂັນໄປ ກາຍເປັນລູກທາດດັ່ງກ່າວ ມາບັນຈຸໄວ້ໃນທາດເພື່ອບູຊາ. - ທາງດ້ານການເມືອງ: ທາດເຖິງຮູບການຈັດຕັ້ງ ຫຼື ການປົກຄອງຊຶ່ງອອກແບບເປັນປິຣາມິດ ຫຼື ຮູບທາດກົກໃຫຍ່ປາຍນ້ອຍ ນີ້ຄືຄວາມໝາຍຄຳວ່າ ພຣະທາດ. ຄຳວ່າ ໄຊມຸງຄຸນ ໝາຍເຖິງທາດນີ້ເປັນສີຣິມຸງຄຸນ ເປັນສິ່ງທີ່ດີງາມປະເສີດເລີດລ້ຳ ເປັນໄຊຊະນະຂອງ ແຂວງ ອຸດົມໄຊ. ຄຳວ່າ ຣັດຕະນະ ແປວ່າແກ້ວ, ແກ້ວມີແຮ່ທາດທີ່ປະເສີດມີຄຸນຄ່າລາຄາສູງ ເປັນສິ່ງສັກກາລະບູຊາ ຖືເປັນເຄື່ອງຄຳຄູນຂອງມະນຸດ. ຄຳວ່າ ມິ່ງເມືອງ ໝາຍຄວາມວ່າ ທາດຄືແກ້ວປະເສີດ ມິ່ງບ້ານ ຂວັນເມືອງຂອງປະຊາຊົນບັນດາເຜົ່າ ຂອງແຂວງ ອຸດົມໄຊ ແລະ ຊາວລາວທົ່ວປະເທດ. ລວມຄວາມໝາຍຂອງຊື່ ພຣະທາດ ໄຊມຸງຄຸນ ຣັດຕະນະ ມິ່ງເມືອງ ແປວ່າທາດແຫ່ງໄຊຊະນະ ເປັນ ສິຣິມຸງຄຸນ ເປັນແກ້ວມິ່ງເມືອງ ຂອງແຂວງອຸດົມໄຊ. ພຣະທາດມີລວງສູງ: ແຕ່ໜ້າດິນຂື້ນຮອດຈອມສຸດຍອດເສດທະສັດສູງ 19, 50 ແມັດ, ລວມແຕ່ ພື້ນດິນຂື້ນຮອດຍອດເສດຕະສັດສຸດ 21 ແມັດ. ລວງກວ້າງຂອງພຣະທາດ: ທັງສີ່ດ້ານເຕົ້າທາດຖ້ານທີ່ 1 ທີ່ມີກີບບົວໃຫຍ່ຮອງຮັບກວ້າງເບື້ອງລະ 18 ແມັດ, ທັງສີ່ດ້ານ ຖ້ານໜ້າດິນຕ່ຳສຸດກວ້າງດ້ານລະ 21,00 ແມັດ.
ເບິ່ງລາຍລະອຽດ →
📍 ເມືອງຫຼາ ແຂວງອຸດົມໄຊ
ວັດພະເຈົ້າສິງຄຳ ຕັ້ງຢູ່ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງຈາກຕົວເມືອງໄຊ ປະມານ 28 ກິໂລແມັດ ເປັນວັດໜຶ່ງທີ່ປະຊາຊົນລາວສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດແຫ່ງນີ້ມີອາຍຸຫລາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ຮັບການພັດທະນາປັບປຸງໃນແຕ່ລະໄລຍະຈົນກາຍເປັນວັດທີ່ສວາຍງາມ ແລະ ມີເອກະລັກສະເພາະ ຕັ້ງຢູ່ໃຈກາງເທສະບານເມືອງຫລາ ເປັນວັດທີ່ເກົ່າແກ່ ວັດພະເຈົ້າສິງຄຳ ຕັ້ງຢູ່ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງຈາກຕົວເມືອງໄຊ ປະມານ 28 ກິໂລແມັດ ເປັນວັດໜຶ່ງທີ່ປະຊາຊົນລາວສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດແຫ່ງນີ້ມີອາຍຸຫລາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ຮັບການພັດທະນາປັບປຸງໃນແຕ່ລະໄລຍະຈົນກາຍເປັນວັດທີ່ສວາຍງາມ ແລະ ມີເອກະລັກສະເພາະ ຕັ້ງຢູ່ໃຈກາງເທສະບານເມືອງຫລາ ເປັນວັດທີ່ເກົ່າແກ່, ມີປະຫວັດຄວາມເປັນມາທີ່ຍາວນານ, ເປັນພະພຸດທະຮູບຄູ່ບ້ານຄູ່ເມືອງ ທີ່ປະຊາຊົນຊາວແຂວງອຸດົມໄຊ ແລະ ທົ່ວປະເທດ ລ້ວນແລ້ວແຕ່ຢາກມາຂໍພອນກາບໄຫວ້ສັກກະລະບູຊາ. ພະເຈົ້າສິງຄຳ, ເປັນໜຶ່ງໃນພະພຸດທະຮູບທີ່ເກົ່າແກ່ ແລະ ສັກສິດຈຳນວນຫ້າພະອົງ ໃນສະໄໝເຈົ້າຟ້າງຸ້ມມະຫາຣາຊ ໄດ້ອະຣາທະນາອັງເຊີນຂຶ້ນໄປປະດິດສະຖານໃນບັນດາເຂດແຄວ້ນທາງພາກເໜືອ ຕາມສາຍແມ່ນໍ້າອູຂອງອານາຈັກລາວລ້ານຊ້າງເມື່ອຫລາຍຮ້ອຍປີຜ່ານມາ, ແຕ່ບໍ່ໄດ້ເຖິງເປົ້າໝາຍເຮືອແພໄດ້ຈົມຢູ່ສາມຫລ່ຽມປາກແມ່ນໍ້າເປັນເວລາເຫີງນານ ຈົນມີຄົນຫາປາຂວ່າງແຫໄປຂ້ອງຄາ ສິບບ້ານຊ່າຫ້າບ້ານລືໃຜໆກໍບໍສາມາດເອົາຂຶ້ນມາໄດ້. ຍັງພຽງແຕ່ເຜົ່າກຶມມຸບ້ານໜຶ່ງ ເມື່ອໄດ້ຍິນສຽງຕີຄ້ອງຮ້ອງປ່າວ ພວກເຂົາເຈົ້າໄດ້ຕັ້ງຈິດອະທິຖານ ເອົາຫຍ້າຄາມາເຂັນກັບຝ້າຍເກົ້າສີ ມາປັ່ນເປັນເຊືອກໄດ້ຄົບຕາມຈຳນວນ ແລະ ອະຣາທະນາອັງເຊີນພະອົງຂຶ້ນຈາກນໍ້າໄດ້ຢ່າງງ່າຍດາຍ ແລະ ອັດສະຈັນໃຈເປັນຢ່າງຍິ່ງ, ດ້ວຍຄວາມສັດທາໃນເວລານັ້ນບ້ານເໜືອບ້ານໃຕ້ມີຄວາມຂັດແຍ່ງກັນໃຜໆກໍຢາກໄດ້ ຈົນໄດ້ມີພິທີອະທິຖານເອົາພະອົງຂຶ້ນເຮືອແພລ່ອງນໍ້າ ແລະ ສຸດທ້າຍພະອົງ ໄດ້ສະເດັດລ່ອງແພທວນກະແສນໍ້າໄຫລຂຶ້ນບ້ານເໜືອມາຮອດຈຸດທີ່ປະດິດສະຖານທີ່ແຫ່ງນີ້ນັບຕັ້ງແຕ່ກາລະບັດນັ້ນເປັນຕົ້ນມາ.
ເບິ່ງລາຍລະອຽດ →
📍 ເມືອງໄຊ ແຂວງງອຸດົມໄຊ
ຖ້ຳຈອມອອງຕັ້ງຢູ່ບ້ານຈອມອອງເມືອງໄຊຫ່າງຈາກເທດສະບານເມືອງໄຊ 45 ກິໂລແມັດ (ເປັນເສັ້ນທາງດິນແດງ) ເຊິ່ງສາມາດເຂົ້າເຖິງໄດ້ດ້ວຍ 2 ທາງຄື: ຍ່າງລັດແຕ່ບ້ານຜ່ານທົ່ງນາໄປຫາຖໍ້າ 2 ກິໂລແມັດ ແລະ ທາງລົດເຂົ້າຮອດ (ທາງດິນແດງ) ຖ້ຳຈອມອອງຕັ້ງຢູ່ຫ່າງຈາກບ້ານຈອມອອງປະມານ 3 ກິໂລແມັດ, ເປັນເສັ້ນທາງລົດສາມາດແລນເຂົ້າເຖິງບໍລິເວນຖ້ຳ ເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງປະກອບດ້ວຍລະບົບນິເວດທຳມະຊາດທີ່ອັດສະຈັນ, ມີຫຼາຍຊ່ອງທາງເຂົ້າ-ອອກພາຍໃນຖ້ຳ ປະມານ 16 ກວ່າກິໂລແມັດ, ຄວາມກວ້າງ ປະມານ 15 - 50 ແມັດ ແລະຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ້ອຍ ທີ່ມີລວດລາຍສວຍງາມ,ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກໄຟປະດັບຢ່າງສວຍງາມ. ຢູ່ໃນຖ້ຳຍັງເປັນລັກສະນະເດີມທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ຳນີ້ໄດ້ຜ່ານການສຳຫຼວດຂອງນັກວິທະສາດ ຈາກສະຫະພັນຢູໂຣບໃນປີ 2009 ແລະປີ 2010 ໄດ້ສຳຫຼວດ 4 ປີ ເປັນຖ້ຳໃໝ່ລະດັບຊາດ ASEAN ແລະ ລະດັບໂລກ ປະຈຸບັນລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ADB ໃຫ້ທືນຊ່ວຍເຫຼືອ ເພື່ອພັດທະນາເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຖ້ຳນີ້ໄດ້ຄົ້ນພົບໃນປີ ຄສ 2005 ແລະ ເປີດບໍລິການປີ ຄສ 2007. ຖໍ້າຈອມອອງ ແມ່ນເອີ້ນຕາມຊື່ຂອງບ້ານ, ປະຊາຊົນທ້ອງຖິ່ນເຄີຍເອີ້ນຊື່ຖ້ຳນີ້ໃນເມື່ອກ່ອນວ່າຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ ຍ້ອນວ່າສະໄໝກ່ອນ ມີໂຕເຈຍມາອາໄສຢູ່ເປັນຈຳນວນຫຼວງຫຼາຍ, ປະຊາຊົນເຂດຈອມອອງ ໄດ້ພາກັນຂຸດເອົາຂີ້ໂຕເຈຍຢູ່ໃນຖ້ຳມາເຮັດໝື້ປືນແກັບ. ປະຊາຊົນໃກ້ຄຽງຖ້ຳ ຈຶ່ງໄດ້ພາກັນເອີ້ນຊື່ຂອງຖ້ຳນີ້ວ່າຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ. ແຕ່ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໂຄສະນາໃຫ້ເອີ້ນຊື່ວ່າຖ້ຳຈອມອອງ ຕາມຊື່ຂອງບ້ານເພື່ອໃຫ້ເຂົ້າໃຈງ່າຍ. ບ້ານຈອມອອງອີກປະຫວັດໜຶ່ງທີ່ເອີ້ນວ່າຈອມອອງ ຍ້ອນວ່າ: ຄຳວ່າ “ຈອມ” ເປັນພາສາກຶມມຸ ແປວ່າຕິດ ຕາມໄປ, ນຳກົ້ນໄປ, ຄຳວ່າ “ອອງ”” ແປວ່າໂຕຕໍ່ດິນ, ໃນສະໄໝກ່ອນປະຊາຊົນເມືອງນາໝໍ້ໄດ້ໄປຄ້ອງຕໍ່ຫຼື ໃຊ້ພູມປັນຍາຈາກບັນພະບູລຸດ ເອົາຍວງຝ້າຍນ້ອຍໆອ່ອນໆມັດ ໃສ່ຕີນໂຕຕໍ່ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປ ປະຊາຊົນໄດ້ຕິດຕາມຕໍ່ນັ້ນ ບິນໄປບໍ່ຈັກແຫ່ງຫົນໃດໃນທີ່ສຸດຕໍ່ໂຕດັ່ງກ່າວໄດ້ບິນເຖິງ ພື້ນທີ່ດັ່ງກ່າວຊາວບ້ານເຫັກວ່າ ເປັນເຂດທີ່ອຸດົມສົມບູນ ເໝາະສົມໃນການຜະລິດກະສິກຳ, ປູກຝັງ, ລ້ຽງສັດ ຈຶ່ງພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ ຈິ່ງເອີ້ນວ່າບ້ານຈອມອອງຈົນເຖິງປັດຈຸບັນ ແຫຼ່ງຂໍ້ມູນ: https://mict.gov.la/tourism-in-laos?province_id=5
ເບິ່ງລາຍລະອຽດ →
📍 ເມືອງຮຸນ ແຂວງອຸດົມໄຊ
ນ້ຳຕົກທຳມະຊາດທີ່ມີຄວາມສວຍງາມ ເໝາະສຳລັບການພັກຜ່ອນ ແລະ ສຳຜັດບັນຍາກາດທຳມະຊາດ
ເບິ່ງລາຍລະອຽດ →