ວັດພະເຈົ້າສິງຄຳ
ວັດພະເຈົ້າສິງຄຳ ຕັ້ງຢູ່ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງຈາກຕົວເມືອງໄຊ ປະມານ 28 ກິໂລແມັດ ເປັນວັດໜຶ່ງທີ່ປະຊາຊົນລາວສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດແຫ່ງນີ້ມີອາຍຸຫລາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ຮັບການພັດທະນາປັບປຸງໃນແຕ່ລະໄລຍະຈົນກາຍເປັນວັດທີ່ສວາຍງາມ ແລະ ມີເອກະລັກສະເພາະ ຕັ້ງຢູ່ໃຈກາງເທສະບານເມືອງຫລາ ເປັນວັດທີ່ເກົ່າແກ່
ວັດພະເຈົ້າສິງຄຳ ຕັ້ງຢູ່ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງຈາກຕົວເມືອງໄຊ ປະມານ 28 ກິໂລແມັດ ເປັນວັດໜຶ່ງທີ່ປະຊາຊົນລາວສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດແຫ່ງນີ້ມີອາຍຸຫລາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ຮັບການພັດທະນາປັບປຸງໃນແຕ່ລະໄລຍະຈົນກາຍເປັນວັດທີ່ສວາຍງາມ ແລະ ມີເອກະລັກສະເພາະ ຕັ້ງຢູ່ໃຈກາງເທສະບານເມືອງຫລາ ເປັນວັດທີ່ເກົ່າແກ່, ມີປະຫວັດຄວາມເປັນມາທີ່ຍາວນານ, ເປັນພະພຸດທະຮູບຄູ່ບ້ານຄູ່ເມືອງ ທີ່ປະຊາຊົນຊາວແຂວງອຸດົມໄຊ ແລະ ທົ່ວປະເທດ ລ້ວນແລ້ວແຕ່ຢາກມາຂໍພອນກາບໄຫວ້ສັກກະລະບູຊາ.
ພະເຈົ້າສິງຄຳ, ເປັນໜຶ່ງໃນພະພຸດທະຮູບທີ່ເກົ່າແກ່ ແລະ ສັກສິດຈຳນວນຫ້າພະອົງ ໃນສະໄໝເຈົ້າຟ້າງຸ້ມມະຫາຣາຊ ໄດ້ອະຣາທະນາອັງເຊີນຂຶ້ນໄປປະດິດສະຖານໃນບັນດາເຂດແຄວ້ນທາງພາກເໜືອ ຕາມສາຍແມ່ນໍ້າອູຂອງອານາຈັກລາວລ້ານຊ້າງເມື່ອຫລາຍຮ້ອຍປີຜ່ານມາ, ແຕ່ບໍ່ໄດ້ເຖິງເປົ້າໝາຍເຮືອແພໄດ້ຈົມຢູ່ສາມຫລ່ຽມປາກແມ່ນໍ້າເປັນເວລາເຫີງນານ ຈົນມີຄົນຫາປາຂວ່າງແຫໄປຂ້ອງຄາ ສິບບ້ານຊ່າຫ້າບ້ານລືໃຜໆກໍບໍສາມາດເອົາຂຶ້ນມາໄດ້. ຍັງພຽງແຕ່ເຜົ່າກຶມມຸບ້ານໜຶ່ງ ເມື່ອໄດ້ຍິນສຽງຕີຄ້ອງຮ້ອງປ່າວ ພວກເຂົາເຈົ້າໄດ້ຕັ້ງຈິດອະທິຖານ ເອົາຫຍ້າຄາມາເຂັນກັບຝ້າຍເກົ້າສີ ມາປັ່ນເປັນເຊືອກໄດ້ຄົບຕາມຈຳນວນ ແລະ ອະຣາທະນາອັງເຊີນພະອົງຂຶ້ນຈາກນໍ້າໄດ້ຢ່າງງ່າຍດາຍ ແລະ ອັດສະຈັນໃຈເປັນຢ່າງຍິ່ງ, ດ້ວຍຄວາມສັດທາໃນເວລານັ້ນບ້ານເໜືອບ້ານໃຕ້ມີຄວາມຂັດແຍ່ງກັນໃຜໆກໍຢາກໄດ້ ຈົນໄດ້ມີພິທີອະທິຖານເອົາພະອົງຂຶ້ນເຮືອແພລ່ອງນໍ້າ ແລະ ສຸດທ້າຍພະອົງ ໄດ້ສະເດັດລ່ອງແພທວນກະແສນໍ້າໄຫລຂຶ້ນບ້ານເໜືອມາຮອດຈຸດທີ່ປະດິດສະຖານທີ່ແຫ່ງນີ້ນັບຕັ້ງແຕ່ກາລະບັດນັ້ນເປັນຕົ້ນມາ.