ຫ້ອງວ່າການ ແຂວງອຸດົມໄຊ
Open menu
  • ໜ້າຫຼັກHome
  • ກ່ຽວກັບ...About
    • ແຂວງອຸດົມໄຊOudomxay Province
    • ຄະນະບໍລິຫານງານພັກແຂວງ
    • ຫ້ອງວ່າການແຂວງProvince Government Office
  • ຂ່າວສານNews
    • ຂ່າວ ການນຳແຂວງ
    • ຂ່າວ ຫ້ອງວ່າການແຂວງ
    • ຂ່າວ ເສດຖະກິດ
    • ຂ່າວອື່ນໆ
  • ຊົນເຜົ່າລາວLao ethnic
  • ຄັງຮູບພາບPhoto gallery
  • ເອກະສານDocuments
    • ຂໍ້ຕົກລົງ
    • ຄຳສັ່ງ
    • ແຈ້ງການ
  • ດາວໂຫຼດDownload
  • ຕິດຕໍ່ສອບຖາມContact Us

ການນຳ ພັກ-ລັດ ແລະ ພະນັກງານ-ທະຫານ-ຕຳຫຼວດ ຊາວແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດ ພິທີສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ

ການນຳ ພັກ-ລັດ ແລະ ພະນັກງານ-ທະຫານ-ຕຳຫຼວດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດ ພິທີ ສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງຄຶກຄື້ນ ແລະ ມີຄວາມໝາຍສຳຄັນ
ໃນຕອນເຊົ້າຂອງວັນທີ 2 ທັນວາ 2025, ທີ່ສະໂມສອນແຂວງອຸດົມໄຊ, ໄດ້ມີການຈັດພິທີເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ຈາກນະຄອນຫຼວງວຽງຈັນ.

ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ສະຫາຍ ຄຳດີ ວົງລ້ອມ, ຮອງເລຂາພັກແຂວງ, ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ. ພິເສດ, ຍັງມີບັນດາອະດີດການນຳພັກ-ລັດ ຂອງແຂວງ ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

ນອກຈາກນີ້, ຍັງມີບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຈາກກອງບັນຊາການ ປກຊ - ປກສ ແຂວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ລັດຖະກອນ ຈາກພະແນກການກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ແລະ ເອກອ້າງທະນົງໃຈ.

ໃນພິທີ, ບັນດາການນຳ ແລະ ຜູ້ເຂົ້າຮ່ວມ ໄດ້ຕັ້ງໃຈຮັບຊົມ ແລະ ຮັບຟັງການຖ່າຍທອດສົດ ການກ່າວສູນທອນພົດ ຂອງການນຳຂັ້ນສູງ ແລະ ຮັບຊົມພາບການເດີນສວນສະໜາມ ອັນຍິ່ງໃຫຍ່ຕື່ນຕາຕື່ນໃຈ ຂອງກ້ອນກຳລັງຕ່າງໆ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມຈະເລີນຮຸ່ງເຮືອງ ແລະ ມູນເຊື້ອອັນພິລະອາດຫານຂອງຊາດລາວ ຕະຫຼອດໄລຍະ 50 ປີຜ່ານມາ.

ການເຂົ້າຮ່ວມຮັບຊົມການຖ່າຍທອດສົດໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມສະຫຼອງວັນປະຫວັດສາດຂອງຊາດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມຈິດໃຈຮັກຊາດ, ເຊີດຊູມູນເຊື້ອ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງອຸດົມໄຊ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງຍິ່ງໆຂຶ້ນໄປ.

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມ​ໄຊ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມ​ໄຊ ຄັ້ງທີ X ໄດ້ດຳເນີນເປັນເວລາ ໜຶ່ງວັນເຄິ່ງ, ແຕ່ວັນທີ 8 ຫາ 9 ສິງຫາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ.ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ເຈົ້າແຂວງໆອຸດົມໄຊ
  • news

ຮອງປະທານປະເທດ ພົບປະໂອ້ລົມຄະນະບໍລິຫານງານພັກແຂວງອຸດົມໄຊ

ວັນທີ 19 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ ພົບປະໂອ້ລົມ ຄະນະບໍລິຫານງານພັກ...

ແຂວງອຸດົມໄຊ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ I

ວັນທີ 12 ກັນຍາ 2025 ທີ່ສະໂມສອນຂອງແຂວງ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ I...

ແຂວງອຸດົມໄຊ ລົງນາມເຈດຈຳນົງ ການສ້າງຕັ້ງສາຍພົວພັນມິດຕະພາບ ຮ່ວມກັບ ກິ່ງແຂວງສິບສອງພັນນາ

ທີ່ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດພິທີ ລົງນາມ ເຈດຈຳນົງການສ້າງຕັ້ງສາຍພົວພັນ ມິດຕະພາບ ລະຫວ່າງ ແຂວງອຸດົມໄຊ ສປປ ລາວ ກັບ ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ, ສປ ຈີນ...

ຂ່າວອື່ນໆ

  • ຂ່າວ ຫ້ອງວ່າການແຂວງ
    • ສຳເລັດ ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານ ຫ້ອງວ່າການແຂວງ ຄັ້ງທີ IV
    • ປະກາດແຕ່ງຕັ້ງ ຫົວໜ້າ ຫ້ອງວ່າການແຂວງ ຜູ້ໃໝ່
  • ຂ່າວ ການນຳແຂວງ
    • ແຂວງອຸດົມໄຊ ປູກຕົ້ນໄມ້ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2025
    • ທ່ານ ເຈົ້າແຂວງ ພ້ອມດ້ວຍຄະນະການນຳຂອງແຂວງ ເຂົ້າຮ່ວມພິທີປະດັບຫຼຽນ ທີ່ນະຄອນຫາຍຝ່ອງ ສສ ຫວຽດນາມ
    • ຝຶກອົບຮົມ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈ ພາລະບົດບາດ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ
ກ່ຽວກັບກຸກກີ້ເວັບໄຊນີ້:
ກ່ຽວກັບກຸກກີ້ເວັບໄຊນີ້:

ເວັບໄຊທ໌ນີ້ໃຊ້ cookies ເພື່ອຮັບປະກັນວ່າທ່ານໄດ້ຮັບປະສົບການທີ່ດີທີ່ສຸດ. ໂດຍການສືບຕໍ່ນໍາໃຊ້ເວັບໄຊທ໌ນີ້ ທ່ານຕົກລົງເຫັນດີກັບ Cookies & ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

Copyright © 2026 ຫ້ອງວ່າການ ແຂວງອຸດົມໄຊ. All Rights Reserved.
Joomla! is Free Software released under the GNU General Public License.

ຕິດຕໍ່ສອບຖາມ


ສະຖານທີ: ບ້ານພູຂຽວ, ເມືອງໄຊ, ແຂວງອຸດົມໄຊ

☎️ 081 312103,  📱 020 924 33336, 📫 odxgovernmetoffice@gmail.com