ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ລົງຕິດຕາມ ແລະ ຊຸກຍູ້ ວຽກງານຮອບດ້ານ ຢູ່ ເມືອງຫຼາ
ວັນທີ 5 ສິງຫາ 2026 ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງອຸດົມໄຊ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ຢູ່ ເມືອງຫຼາ ເພື່ອຕິດຕາມ, ກວດກາ ຜົນການນຳພາ-ຊີ້ນຳ ວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງ ຄະນະບໍລິຫານງານພັກເມືອງຫລາ.
ສະຫາຍ ສອນສຸວັນ ປັນຍາວົງ ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນ ປະຈຳເຂດ ເລືອກຕັ້ງເມືອງຫລາ ໄດ້ລາຍງານຜົນການນຳພາ-ຊີ້ນຳ ຂອງ ຄະນະບໍລິຫານງານພັກເມືອງ ໃນໄລຍະ 6 ເດືອນຕົ້ນປີ 2026. ເມືອງຫລາ ເຖິງວ່າຈະປະເຊີນກັບສິ່ງທ້າທາຍຫລາຍດ້ານ ເຊັ່ນ: ສະພາບເສດຖະກິດ-ການເງິນ, ການຂາດແຄນນໍ້າມັນ ແລະ ຜົນກະທົບ ຈາກໄພທຳມະຊາດ ແຕ່ດ້ວຍການນຳພາຢ່າງໃກ້ຊິດ ຂອງ ຄະນະພັກເມືອງ, ການປະສານສົມທົບຂອງທຸກຂະແໜງການ ແລະ ຄວາມສາມັກຄີຂອງປະຊາຊົນ ເຮັດໃຫ້ວຽກງານຈຸດສຸມຫຼາຍດ້ານ ບັນລຸຜົນຕາມແຜນການ.
ຄະນະປະຈຳພັກເມືອງ ໄດ້ສຸມໃສ່ນຳພາ-ຊີ້ນຳ ວຽກງານການເມືອງ, ການກໍ່ສ້າງພັກ, ການຈັດຕັ້ງພັກ, ວຽກງານກວດກາ, ວຽກງານອົງການຈັດຕັ້ງມະຫາຊົນ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄວບຄູ່ກັບການນຳພາພັດທະນາ ເສດຖະກິດ-ສັງຄົມ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເຊັ່ນ: ການຈັດຕັ້ງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ສຳເລັດຕາມແຜນ, ເຜີຍແຜ່ ມະຕິ XII ຂອງສູນກາງພັກ, ມະຕິ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ 5 ປີ ໃຫ້ແກ່ ພະນັກງານ, ສະມາຊິກພັກ ມີຜູ້ເຂົ້າຮ່ວມຫລາຍກວ່າ 4.650 ຄົນ, ສຳເລັດການປັບປຸງກົງຈັກການຈັດຕັ້ງພັກ-ລັດ ແລະ ການຈັດຕັ້ງຕາແສງ ລວມທັງຫ້ອງການສະພາປະຊາຊົນ ປະຈຳເຂດເລືອກຕັ້ງ ບັນລຸ 100%. ດ້ານເສດຖະກິດ ໄດ້ຊີ້ນຳໃຫ້ສຸມໃສ່ການຜະລິດກະສິກຳເປັນສິນຄ້າ, ຄຸ້ມຄອງປ່າໄມ້ ແລະ ແຮ່ທາດ, ແກ້ໄຂບັນຫາ ຈາກໂຄງການກໍ່ສ້າງທາງເລກ 2E, ສາມາດເຮັດໃຫ້ອັດຕາຂະຫຍາຍຕົວ ບັນລຸ 2,86% ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸ 862 ໂດລາສະຫະລັດ ຫຼື ປະມານ 19,32 ລ້ານກີບ, ໄດ້ນຳພາວຽກງານວັດທະນະທຳ-ສັງຄົມ, ສຶກສາ, ສາທາລະນະສຸກ, ພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ຢ່າງຕໍ່ເນື່ອງ. ປະຈຸບັນ ເມືອງຫລາ ມີບ້ານພົ້ນທຸກ 24 ບ້ານ ກວມ 53,33%, ຄອບຄົວພົ້ນທຸກ 2.316 ຄອບຄົວ ແລະ ປະຊາຊົນ ພົ້ນທຸກ 11.725 ຄົນ ຄວບຄູ່ກັບການຂັບເຄື່ອນ ວຽກງານ 3 ສ້າງ ໃຫ້ບັນລຸຜົນເປັນຮູບປະທຳ.
ພາຍຫຼັງຮັບຟັງການລາຍງານ ແລະ ຄຳເຫັນ ຈາກບັນດາຂະແໜງການ. ສະຫາຍ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ໄດ້ກ່າວສະແດງຄວາມຊົມເຊີຍ ຜົນງານຂອງຄະນະປະຈຳພັກເມືອງຫຼາ ສາມາດນຳພາ-ຊີ້ນຳ ວຽກງານຮອບດ້ານບັນລຸຜົນ ໃນສະພາບການທີ່ມີຄວາມຫຍຸ້ງຍາກ. ພ້ອມນັ້ນ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ ແລະ ອົງການປົກຄອງເມືອງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດ ມະຕິຂອງພັກ ແລະ ແຜນພັດທະນາຕ່າງໆ ໃຫ້ບັນລຸຜົນຕາມຄາດໝາຍ, ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ ອົງການພັກ ແລະ ລະບົບການເມືອງ ຄວບຄູ່ກັບການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ.
ການລົງຕິດຕາມ ແລະ ຊຸກຍູ້ວຽກງານ ຂອງ ເລຂາພັກແຂວງອຸດົມໄຊ ພ້ອມດ້ວຍຄະນະ ເພື່ອໃຫ້ເຫັນເຖິງ ຄວາມເອົາໃຈໃສ່ຂອງການນຳແຂວງ ຕໍ່ ການຊີ້ນຳ ກວດກາ ແລະ ຕິດຕາມ ການນຳພາ-ຊີ້ນຳ ຂອງ ຄະນະປະຈຳພັກເມືອງ ເພື່ອຮັບປະກັນໃຫ້ການພັດທະນາ ເສດຖະກິດ-ສັງຄົມ, ການສ້າງພັກ ແລະ ການສ້າງລະບົບການເມືອງ ຂອງ ເມືອງຫຼາ ດຳເນີນໄປຢ່າງໝັ້ນຄົງ ແລະ ບັນລຸຕາມເປົ້າໝາຍ ທີ່ວາງໄວ້.
ຂ່າວ:ຄຳພັນ ແກ້ວມະນີ