ຄະນະກຳມະການປົກຄອງ ແຂວງອຸດົມໄຊ ຈັດກອງປະຊຸມສະໄໝສາມັນ ເດືອນກໍລະກົດ 2026
ວັນທີ 30 ກໍລະກົດ 2026 ຄະນະກຳມະການປົກຄອງ ແຂວງອຸດົມໄຊ ຈັດກອງປະຊຸມ ສະໄໝສາມັນ ປະຈໍາເດືອນ ກໍລະກົດ 2026 ຂຶ້ນ ທີ່ ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເປັນປະທານຂອງ ທ່ານ ປອ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງ, ມີຮອງປະທານຄະນະກຳມະການປົກຄອງແຂວງ, ສະມາຊິກຄະນະກຳມະການປົກຄອງແຂວງ, ແຂກເຊີນ ຈາກ ພະແນກການ-ອົງການ ອ້ອມຂ້າງແຂວງ ແລະ ປະທານຄະນະກຳມະການປົກຄອງ 7 ເມືອງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງລາຍງານສະພາບພົ້ນເດັ່ນຂອງແຂວງ ເປັນຕົ້ນແມ່ນ ລາຍງານຫຍໍ້ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງຄະນະກຳມະການປົກຄອງແຂວງ ປະຈຳເດືອນ ກໍລະກົດ 2026 ແລະ ທິດທາງວຽກງານຈຸດສຸມເດືອນຕໍ່ໜ້າ, ການຈັດຕັ້ງປະຕິບັດຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ; ຄວາມພ້ອມໃນການກະກຽມເນື້ອໃນ ເພື່ອລາຍງານ ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສະພາປະຊາຊົນແຂວງ ຊຸດທີ V, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແກ້ໄຂ ບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຕິດພັນກັບການຄຸ້ມຄອງ, ເກັບກູ້ ອາວຸດເສິກ-ວັດຖຸທາດລະເບີດ, ການແກ້ໄຂໜໍ່ແໜງ ກຸ່ມແກ້ງ ສໍ້ໂກງທາງອອນລາຍ ຢູ່ ພາຍໃນແຂວງ ປະຈຳເດືອນ ກໍລະກົດ 2026 ແລະ ທິດທາງແຜນການໃນຕໍ່ໜ້າ, ການຈັດຕັ້ງປະຕິບັດ ນະໂຍບາຍ ແລະ ມາດຕະການຄຸ້ມຄອງການລົງທຶນ ພາກເອກະຊົນ ຢູ່ ແຂວງອຸດົມໄຊ, ການສົ່ງເສີມການຜະລິດກະສິກຳ ລະດູຝົນ; ການຄຸ້ມຄອງທີ່ດິນ, ແກ້ໄຂບັນຫາຂໍ້ຂັດແຍ່ງດ້ານທີ່ດິນ, ການຊົດເຊີຍທີ່ດິນ ແລະ ຜົນກະທົບສິ່ງແວດລ້ອມ ຈາກ ໂຄງການພັດທະນາ, ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ຕິດພັນກັບການປະຕິບັດມາດຕະການ ຄຸ້ມຄອງສິນຄ້າໝົດອາຍຸ, ປອມແປງ ແລະ ນໍາເຂົ້າບໍ່ຖືກຕ້ອງ, ການຈັດຕັ້ງປະຕິບັດມາດຕະການຮັບມື, ແກ້ໄຂ-ສ້ອມແປງສຸກເສີນ ເສັ້ນທາງຕ່າງໆ ທີ່ຜົນກະທົບ ຈາກ ໄພພິບັດທຳມະຊາດ, ສະພາບການຕິດຕາມ ເຝົ້າລະວັງ ແລະ ແກ້ໄຂບັນຫາລະບາດຂອງພະຍາດຕາມລະດູການ ເປັນຕົ້ນ ໄຂ້ອອກຕຸ່ມ, ໄຂ້ຍຸງລາຍ, ລາຍງານຜົນສໍາເລັດການສອບເສັງ ປະຈຳສົກຮຽນ 2025-2026 ຕິດພັນກັບການຈັດສັນທຶນເຂົ້າຮຽນວິຊາຊີບ ແລະ ການກະກຽມເປີດສົກຮຽນ 2026-2027, ການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງແຮງງານ, ມາດຕະການກະກຽມຮັບມື ແລະ ຕອບໂຕ້ ໄພພິບັດ ໃນຊ່ວງລະດູຝົນ ພ້ອມນີ້ ຜູ້ແທນກອງປະຊຸມໄດ້ປະກອບຄໍາເຫັນ ຕໍ່ ຮ່າງແຜນດໍາເນີນງານຂອງ ຄະນະກຳມະການປົກຄອງແຂວງ ຊຸດທີ X, ຊອກຫາຈຸດອ່ອນ-ຂໍ້ຄົງຄ້າງ, ເສີມຂະຫຍາຍຈຸດດີ ເພື່ອພ້ອມກັນຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່ ເຊື່ອມຊຶມ ນິຕິກຳ, ຜ່ານແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 883/ຫວຂ ເລື່ອງເຂັ້ມງວດ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ ຄໍາສັ່ງຂອງສູນກາງພັກ ແລະ ລັດຖະບານ ວ່າດ້ວຍການເພີ່ມທະວີນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະກຳມະການປົກຄອງແຕ່ລະຂັ້ນ ຕໍ່ກັບ ແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ ດ້ານຊັບພະຍາກອນທຳມະຊາດ ແລະ ເຜີຍແຜ່ ຜົນສໍາເລັດ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2026 ຕື່ມອີກ.