📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ
ຂ່າວການນຳແຂວງ

ກົງສູນໃຫຍ່ຫວຽດນາມເຂົ້າອວຍພອນປີໃໝ່ລາວ ການນຳແຂວງອຸດົມໄຊ ປີ 2026

📅 08/04/2026  ·  ✍ ຜູ້ຄຸ້ມຄອງລະບົບ  ·  👁 1032 ເທື່ອ

ໃນວັນທີ 7 ເມສາ ນີ້ ທີ່ ຫ້ອງຮັບແຂກ ຫ້ອງວ່າການແຂວງອຸດົມໄຊ ສະຫາຍ ວູ້ ຫງັອກ ລີ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ພ້ອມຄະນະ ໄດ້ເຂົ້າພົບປະ ແລະ ອວຍພອນ ການນໍາ ແຂວງອຸດົມໄຊ ໃນໂອກາດບຸນປີໃໝ່ລາວ ພສ 2569, ທີ່ກໍາລັງຈະມາເຖິງ ຕາງໜ້າການນຳແຂວງ ຕ້ອນຮັບຄະນະ ໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ຢ່າງອົບອຸ່ນ.

ສະຫາຍ ວູ້ ຫງັອກ ລີ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງການນຳແຂວງອຸດົມໄຊ ທີ່ໃຫ້ການຕ້ອນຮັບ ພ້ອມທັງກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍເລຂາພັກແຂວງອຸດົມໄຊ ພ້ອມດ້ວຍບັນດາການນຳແຂວງ, ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດປະຊາຊົນບັນດາເຜົ່າຊາວແຂວງອຸດົມໄຊ ຈົ່ງມີແຕ່ສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ. ພ້ອມນັ້ນ ຍັງໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງຊາດ ລາວ-ຫວຽດນາມ ແລະ ການຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອ ຂອງ ສສ ຫວຽດນາມ ກັບ ແຂວງອຸດົມໄຊ ໃນໄລຍະຜ່ານມາ.

ໂອກາດນີ້, ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ພ້ອມຄະນະ ທີ່ໄດ້ນໍາເອົາຄວາມປາຖະໜາດີ ແລະ ມິດຕະພາບອັນອົບອຸ່ນ ມາມອບໃຫ້ແກ່ ການນໍາ ແລະ ປະຊາຊົນຊາວແຂວງອຸດົມໄຊ, ຂໍຖືເອົາໂອກາດດັ່ງກ່າວນີ້ ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນໄຊ ຜ່ານໄປຍັງ ຄະນະພັກ-ຄະນະນໍາ ແລະ ປະຊາຊົນຊົນຊາວຫວຽດນາມ ຈົ່ງມີພາລະນາໄມສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນທຸກດ້ານ ແລະ ຂໍອວຍພອນໃຫ້ ສາຍພົວພັນ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງ ສອງຊາດ ລາວ-ຫວຽດນາມ ໝັ້ນຄົງຕະຫຼອດໄປ.