ພົບປະ ແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນ ນັກຮົບເກົ່າ ແຂວງອຸດົມໄຊ ກັບ ຄະນະຜູ້ແທນ ອະດີດ ຊ່ຽວຊານ ທະຫານ ຫວຽດນາມ ຊ່ວຍພາກໃຕ້ລາວ 565
ວັນທີ 19 ເມສາ 2026 ທີ່ ຫ້ອງວ່າການແຂວງອຸດົມໄຊ. ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ຄະນະຜູ້ແທນ ອະດີດ ຊ່ຽວຊານ ທະຫານ ຫວຽດນາມ ຊ່ວຍພາກໃຕ້ລາວ 565 ຈາກ ນະຄອນຫລວງ ຮ່າໂນ້ຍ, ແຂວງຟູເທາະ ແລະ ແຂວງລາວກາຍ ແຫ່ງ ສສ ຫວຽດນາມ. ໂອກາດນີ້ ໄດ້ຮັບຟັງການລາຍງານ ສະພາບ ແລະ ຈຸດປະສົງ ໂດຍລວມ ຂອງການເດີນທາງມາເຄື່ອນໄຫວ ພົບປະ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ບັນດາແຂວງ ຂອງ ສປປ ລາວ ເວົ້າລວມ ເວົ້າສະເພາະ ກໍຄື ຢູ່ ພາຍໃນ ແຂວງອຸດົມໄຊ.
ຈາກນັ້ນ ໄດ້ສືບຕໍ່ພົບປະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ລະຫວ່າງ ສະຫະພັນນັກຮົບເກົ່າ ແຂວງອຸດົມໄຊ ກັບ ຄະນະຜູ້ແທນ ອະດີດ ຊ່ຽວຊານ ທະຫານ ຫວຽດນາມ ຊ່ວຍພາກໃຕ້ລາວ 565 ເຊິ່ງຝ່າຍ ສະຫະພັນນັກຮົບເກົ່າແຂວງອຸດົມໄຊ ນຳໂດຍ ສະຫາຍ ພັນໂທ ກອງແກ້ວ ຫັດສະຈັນ ປະທານ ສະຫະພັນ ນັກຮົບເກົ່າແຂວງ ພ້ອມດ້ວຍຄະນະ. ຝ່າຍຄະນະຜູ້ແທນ ຈາກ ສສ ຫວຽດນາມ ນຳໂດຍ ສະຫາຍ ຫວູ ກວາງ ຍາກ ພ້ອມດ້ວຍຄະນະ. ການພົບປະ ແລກປ່ຽນ ບົດຮຽນ ເຊິ່ງກັນ ແລະ ກັນ ລົງເລິກບາງຫນ້າວຽກ ເປັນຕົ້ນແມ່ນ ວຽກງານທາງດ້ານກົງຈັກການຈັດຕັ້ງ,ບຸກຄະລາກອນ,ການຊຸກຍູ້ ສົ່ງເສີມ ຊີວິດການເປັນຢູ່ຂອງພະນັກງານ,ພາລະບົດບາດ,ສິດ,ຫນ້າທີ່ ຂອງ ສະຫະພັນນັກຮົບເກົ່າ ລວມເຖິງ ວຽກງານ ການພົວພັນຮ່ວມມື ລະຫວ່າງ ແຂວງອຸດົມໄຊ ກັບ ບັນດາຂະແຫນງການ,ບັນດາແຂວງ ຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ ແລະ ໃນຕໍ່ຫນ້າ. ໂອກາດ ດັ່ງກ່າວ ຄະນະຜູ້ແທນ ທັງສອງຝ່າຍ ຍັງໄດ້ມີການແລກປ່ຽນບາງຄຳຄິດ ຄຳເຫັນ ເພີ່ມຕື່ມ.
ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນນັກຮົບເກົ່າແຂວງອຸດົມໄຊ ກັບ ຄະນະຜູ້ແທນ ອະດີດ ຊຽວຊານ ທະຫານ ຫວຽດນາມ ຊ່ວຍພາກໃຕ້ລາວ 565 ນະຄອນຫລວງ ຮ່າໂນ້ຍ, ແຂວງຟູເທາະ ແລະ ແຂວງລາວກາຍ ແຫ່ງ ສສ ຫວຽດນາມ ເພື່ອປັບປຸງ,ຍົກລະດັບ ວຽກງານຂອງຕົນ ໃຫ້ນັບມື້ ນັບດີຂຶ້ນ,ມີການພົບປະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງ. ທັງເປັນການ ຍົກສູງ ສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ - ຫວຽດນາມ ເວົ້າລວມ,ເວົ້າສະເພາະ ກໍຄື ແຂວງອຸດົມໄຊ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ໃຫ້ນັບມື້ ແຫນ້ນແຟ້ນ,ຫມັ້ນຄົງ ທະນົງແກ່ນ ຊົວກາລະນານ.