ຄະນະພະແນກຍຸຕິທຳແຂວງດຽນບຽນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ
ໃນຕອນເຊົ້າຂອງວັນທີ 22 ຕຸລາ 2025, ທີ່ ຫ້ອງຮັບແຂກຫ້ອງວ່າການແຂວງອຸດົມໄຊ ໄດ້ມີພິທີຕ້ອນຮັບອັນອົບອຸ່ນຕໍ່ ຄະນະຜູ້ແທນພະແນກຍຸຕິທຳ ແຂວງດຽນບຽນ ສສ ຫວຽດນາມ, ນຳໂດຍ ສະຫາຍ ເຈີ່ນແທັງຮືງ, ຫົວໜ້າພະແນກຍຸຕິທຳແຂວງດຽນບຽນ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໂດຍໃຫ້ກຽດຕ້ອນຮັບຄະນະຜູ້ແທນ ຈາກ ສສ ຫວຽດນາມ ໂດຍ ສະຫາຍ ປອ ວົງສະຫວັນ ໄຊຍະວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ພ້ອມດ້ວຍຄະນະ.
ໂອກາດທີ່ເຂົ້າຢ້ຽມຂ່ຳນັບການນຳແຂວງອຸດົມໄຊ ສະຫາຍ ເຈີ່ນແທັງຮືງ ຫົວໜ້າພະແນກຍຸຕິທຳແຂວງດຽນບຽນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະໃຫ້ການນຳແຂວງອຸດົມໄຊ ຮັບຊາບ. ຈຸດປະສົງ ເພື່ອແລກປ່ຽນບົດຮຽນ, ປຶກສາຫາລື ກ່ຽວກັບວຽກງານຍຸຕິທຳ ແລະ ການປະສານງານ ເພື່ອຍົກລະດັບຄວາມສາມາດໃນການຈັດຕັ້ງປະຕິບັດກົດໝາຍໃນແຕ່ລະທ້ອງຖິ່ນ, ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງສອງແຂວງ.
ໂອກາດດັ່ງກ່າວ, ສະຫາຍ ປອ ວົງສະຫວັນ ໄຊຍະວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ກັບການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະຜູ້ແທນພະແນກຍຸຕິທຳແຂວງດຽນບຽນ ສະຫາຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຮ່ວມມື ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງດຽນບຽນ ແລະ ແຂວງອຸດົມໄຊ ທີ່ມີມູນເຊື້ອອັນຍາວນານ, ໂດຍສະເພາະແມ່ນການຮ່ວມມື ລະຫວ່າງ ແຂວງຊາຍແດນ. ພ້ອມທັງອວຍພອນໃຫ້ຄະນະຜູ້ແທນແຂວງດຽນບຽນ ຈົ່ງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ເປັນການສືບຕໍ່ເສີມສ້າງສາຍພົວພັນອັນດີງາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ.