ນ້ຳລອດພູ
ນ້ຳລອດພູແຫ່ງນີ້ ຕັ້ງຢູ່ບ້ານນາທົ່ງ ຢູ່ຫ່າງຈາກເທດສະບານ ເມືອງນາໝໍ້ ປະມານ 8 ກິໂລ ແມັດ, ສະພາບເສັ້ນທາງເຂົ້າເຖິງນ້ຳອອກຮູຈາກທາງເລກ 13 ເໜືອເຂົ້າໄປປະມານ 1 ກິໂລແມັດ, ເປັນເສັ້ນທາງດິນແດງ. ລັກສະນະຂອງນ້ຳອອກຮູແມ່ນໄຫຼອອກຈາກໜ່ວຍພູທີ່ໃຫຍ່ ແລະ ຍາວຫຼາຍກິໂລແມັດ ທ່າແຮງຂອງນ້ຳລອດພູນີ້ຕັ້ງຢູ່ໃກ້ທາງເລກ 13 ເໜືອ ສະຖານທີ່ຮາບພຽງເໝາະສົມໃນການພັກຜ່ອນ, ຊົມບັນຍາກາດເຢັນສົດຊື່ນ, ສວຍງາມ ແລະ ຢູ່ບໍ່ໄກຈາກຕົວເມືອງນາໝໍ້ເໝາະກັບການພັດທະນາການທ່ອງທ່ຽວເຊື່ອມຕໍ່ກັບແຂວງຫຼວງນ້ຳທາ ແລະ ສປ ຈີນ ທີ່ເດີນທາງມາຕາມທາງເລກ 13 ເໜືອ.
ປະຫວັດຄວາມເປັນມາຂອງນ້ຳລອດພູບ້ານນາທົ່ງ
ນ້ຳລອດພູແຫ່ງນີ້ ໄດ້ຄົ້ນພົບໃນປີ ຄສ 2000 ແລະໃຫ້ຄົນເຂົ້າທ່ຽວຊົມປີຄສ 2003. ເປັນນ້ຳແຫ່ງໜຶ່ງທີ່ສວຍງາມເກີດຂຶ້ນຕາມທຳມະຊາດ, ນ້ຳສະອາດ, ເຢັນດີເໝາະແກ່ການໄປທ່ຽວຊົມອາບນ້ຳ ແລະ ຊົມທິວທັດທຳມະຊາດໃນພື້ນທີ່ດັ່ງກ່າວ.
ແຫຼ່ງຂໍ້ມູນ FB: ເມືອງນາໝໍ້