ປະຫວັດຄວາມເປັນມາຂອງຊົນເຜົ່າບິດ
ປະຫວັດຄວາມເປັນມາຂອງຊົນເຜົ່າບິດ ແຂວງອຸດົມໄຊ ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນ
ປະຫວັດຄວາມເປັນມາຂອງຊົນເຜົ່າບິດ ແຂວງອຸດົມໄຊ ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນ ດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄວດີກ່ວາຊົນເຜົ່າອື່ນໆ, ແຕ່ກົງກັນຂ້າມ ຊົນເຜົ່າກຶມມຸ ພັດບໍ່ຮູ້ພາສາຂອງເຜົ່າບິດຈັກ ຄວາມເລີຍ, ຊົນເຜົ່າບິດຢູ່ ແຂວງອຸດົມໄຊ ມີຢູ່ສອງບ້ານຄື: ບ້ານນ້ຳປອກ ແລະ ບ້ານນ້ຳແດງ ເມືອງນາຫມໍ້.
ຊື່ເອີ້ນ: ຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ: ຂ້າບິດ ຫຼື ລາວຜິດ ສ່ວນເຂົາເຈົ້າເອງແມ່ນມັກຊື່ເອີ້ນ ເຜົ່າບິດເທົ່ານັ້ນ, ຄາໍທີ່ວ່າ ຊົນເຜົ່າບິດແມ່ນມີຄວາມຫມາຍວ່າ ຊົນເຜົ່າ ໃຫມ່ທີ່ເກີດຈາກຊົນເຜົ່າທີ່ເປັນອ້າຍມາເປັນຊົນເຜົ່າ ໃຫມ່ຕື່ມອີກ.
ຂໍ້ມູນຈາກ: ຫ້ອງຂໍ້ມູນທ່ອງທ່ຽວແຂວງອຸດົມໄຊ