📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ເສນາທິການທີ່ດີ ປະສານງານທີ່ດີ ບໍລິຫານດີ

ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນ

🏷️ ຊົນເຜົ່າອີວມຽນ
ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນ
ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບມາຈາກ ເມືອງ ຢູນນານ. ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ແຂວງອຸດົມໄຊ

ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບມາຈາກ ເມືອງ ຢູນນານ. ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ແຂວງອຸດົມໄຊ 

ຊື່ເອີ້ນ: ຊົນເຜົ່າຄີວມຽນ ມີຊື່ເອີ້ນແຕ່ລະໄລຍະ ແລະ ແຕ່ລະສະໄຫມແຕກຕ່າງກັນຄື: ສະໄໝເຮັດການປະຕິວັດ ຊາດປະຊາທິປະໄຕ ພັກ-ລັດ 

ພາເອີ້ນ ວ່າ ຊົນເຜົ່າລາວຫ້ວຍ, ເຜົ່າມົ້ງ ແລະ ເຜົ່າອື່ນໆ ເອີ້ນເຂົາວ່າເຜົ່າ ແລນແຕນ, ຈຳນວນຫນຶ່ງພັດເອີ້ນວ່າຢ້າວຂາມ ແລະ ອື່ນໆ. ຊື່ຈັດໃຫມ່ປັດຈຸບັນແມ່ນເຜົ່າ ອີວມຽນ ແມ່ນຊື່ທີ່ເຂົາເຈົ້າມັກທີ່ສຸດ ເຜົ່າອີວມຽນຈະມີສອງແຊງຄື: ເຜົ່າອີວມຽນຂາວ ແລະ ເຜົ່າອີວມຽນແດງ. 

ເຜົ່າອີວມຽນສອງບ້ານຢູ່ເມືອງນາໝໍ້ ຂອງ ແຂວງອຸດົມໄຊ ແມ່ນເຜົ່າອີວມຽນຂາວ (ສວນເຜົ່າອີວມຽນແດງ ແມ່ນຢູ່ເມືອງປາກທາ ແຂວງບໍ່ແກ້ວ ຄືບ້ານຫ້ວຍແມງ ເສັ້ນທາງຂຶ້ນໄປສູ່ພູຜາຜົນ)

 

ຂໍ້ມູນເພີ່ມຕື່ມ →

 

ຂໍ້ມູນຈາກ: ຫ້ອງຂໍ້ມູນທ່ອງທ່ຽວແຂວງອຸດົມໄຊ