ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ: ແມ່ນຄ້າຍຄືກັນກັບຊົນເຜົ່າອື່ນໆ ທີ່ຈັດຢູ່ໃນກຸ່ມພາສາປາກເວົ້າ ມອນ-ຂະແມ, ບັນດາຊົນເຜົ່າທີ່ຈັດຢູ່ໃນກຸ່ມນີ້ ລ້ວນແຕ່ມີເຊື້ອສາຍຂອງຊົນຊາດ ຂອມ ອອກມາຈາກຊົນ ເຜົ່າອິນ ເດຍແດງບູຮານ, ຊົນເຜົ່ານີ້ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ອິນດູຈີນຕົ້ນຕໍແມ່ນ...
ປະຫວັດຄວາມເປັນມາຂອງຊົນເຜົ່າບິດ: ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄດ້ດີກ່ວາຊົນເຜົ່າອື່ນໆ
ປະຫວັດຄວາມເປັນມາຂອງ ຊົນເຜົ່າພູນ້ອຍ ຕາມການບອກເຫຼົ່າຂອງເຈົ້າກົກ, ເຈົ້າເຫຼົ່າເພີ່ນໄດ້ໃຫ້ຮູ້ວ່າ: ຊົນເຜົ່າພູນ້ອຍ ມາຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທໍາອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ
ປະຫວັດຄວາມເປັນມາຂອງເຜົ່າມົ້ງ ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສ ປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ) ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດ ຢູ່ແຂວງອຸດົມໄຊ ໃນ 7ເມືອງ
ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.
ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ. ຄໍາສັບທີ່ວ່າ “ຢັ້ງ“ ມີຄວາມຫມາຍລະອຽດຈະແຈ້ງແມ່ນ ຍຸດ“ ຫຼື “ເຊົາ.
ປະຫວັດຄວາມເປັນມາຂອງຊົນເຜົ່າລະເມດ ແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊິວິດ ແລະ ຕັ້ງຖິ່ນຖານບ້ານເກີດຢູ່ແຂວງອຸດົມໄຊ ໄດ້ຫຼາຍພັນປີມາແລ້ວ, ບົນເສັ້ນທາງການເຄື່ອນຍ້າຍຂອງຊົນເຜົ່າລະເມດທີ່ມາລະອຽດຈະແຈ້ງ ແນວໃດ ແລະ ມາດ້ວຍວິທີໃດນັ້ນ, ບໍ່ທັນມີນັກຄົ້ນຄ້ວາທ່ານໃດຮູ້ ແລະ ກຳຂໍ້ມູນທີ່ແນ່ນອນເທື່ອ. ແຕ່ຊົນເຜົ່າລະເມດທີ່ມີຢູ່ແຂວງອຸດົມໄຊ ຊົນເຜົ່າລະເມດ ທີ່ຢູ່ແຂວງອຸດົມໄຊ ບໍ່ມີບ້ານເອກະລາດ, ສ່ວນຫຼວງຫຼາຍແມ່ນຢູ່ບ້ານປະສົມກັບຊົນເຜົ່າອື່ນໆ ໃນເທດສະບານແຂວງເທົ່ານັ້ນ ເຊັ່ນ: ບ້ານລ້ອງກໍເດື່ອ, ບ້ານດອນໄຊ, ບ້ານ ຫນອງແມງດາ ແລະ ບ້ານອື່ນໆ.
ປະຫວັດຄວາມເປັນມາຂອງຊົນເຜົ່າລາວຢູ່ແຂວງອຸດົມໄຊ ເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ບ້ານຊອ່ງ ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວບັນດາເມືອງຂອງ ແຂວງອຸດົມໄຊ ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້າຂອງ.
ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບ 9າຈາກ ເມືອງ ຢູນນານ ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ...
ປະຫວັດຄວາມເປັນມາຂອງຊົນເຜົ່າໄຕ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕໄດ້ເຄື່ອນຍ້າຍຈາກດິນ ແດນ ແຄ້ວນໃຕ້ ຂອງຈີນລົງມາຕາມລ້ອງແມ່ນນ້ຳດຳ...
