ປະຫວັດຄວາມເປັນມາຂອງຊົນເຜົ່າລະເມດ ແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊິວິດ ແລະ ຕັ້ງຖິ່ນຖານບ້ານເກີດຢູ່ແຂວງອຸດົມໄຊ ໄດ້ຫຼາຍພັນປີມາແລ້ວ, ບົນເສັ້ນທາງການເຄື່ອນຍ້າຍຂອງຊົນເຜົ່າລະເມດທີ່ມາລະອຽດຈະແຈ້ງ ແນວໃດ ແລະ ມາດ້ວຍວິທີໃດນັ້ນ, ບໍ່ທັນມີນັກຄົ້ນຄ້ວາທ່ານໃດຮູ້ ແລະ ກຳຂໍ້ມູນທີ່ແນ່ນອນເທື່ອ. ແຕ່ຊົນເຜົ່າລະເມດທີ່ມີຢູ່ແຂວງອຸດົມໄຊ ຊົນເຜົ່າລະເມດ ທີ່ຢູ່ແຂວງອຸດົມໄຊ ບໍ່ມີບ້ານເອກະລາດ, ສ່ວນຫຼວງຫຼາຍແມ່ນຢູ່ບ້ານປະສົມກັບຊົນເຜົ່າອື່ນໆ ໃນເທດສະບານແຂວງເທົ່ານັ້ນ ເຊັ່ນ: ບ້ານລ້ອງກໍເດື່ອ, ບ້ານດອນໄຊ, ບ້ານ ຫນອງແມງດາ ແລະ ບ້ານອື່ນໆ.
ຊື່ເອີ້ນ: ຊົນເຜົ່າລະເມດ ແມ່ນຊື່ທີ່ເຂົາເຈົ້າກໍ່ມັກ ແລະ ຊົນເຜົ່າອື່ນໆ ກໍ່ເອີ້ນເຂົາເຈົ້າແມ່ນຊົນເຜົ່າລະເມດ, ສ່ວນຄໍາສັບທີ່ວ່າ “ລະເມດ“ ມີຄວາມຫມາຍແນວໃດນັ້ນຍັງບໍ່ທັນ
ມີຜູ້ໃດອະທິບາຍໃຫ້ຮູ້ຢ່າງຈະແຈ້ງເທື່ອຍັງແມ່ນບັນຫາທີ່ຈະຕ້ອງໄດ້ສຶກສາຄົ້ນຄ້ວາຕື່ມໃນອານາຄົດຂ້າງຫນ້າ.
ພາສາ: ຊົນເຜົ່າລະເມດມີພາສາປາກເວົ້າສະເພາະຂອງຊົນເຜົ່າຕົນເອງ ແລະ ໄດ້ຈັດຢູ່ໃນກຸ່ມພາສາ ມອນ-ຂະແມ, ຊົນເຜົ່າ ລະເມດຍັງບໍ່ທັນມີຕົວຫນັງສືຂຽນເປັນຂອງຕົນເອງເທື່ອ. ແຕ່ຊົນເຜົ່າລະເມດສາມາດຮູ້ປາກເວົ້າຫຼາຍພາສາ ຂອງຊົນເຜົ່າອື່ນໆ ທີ່ໃກ້ຄຽງຢ່າງສະດວກສະບາຍເປັນຕົ້ນແມ່ນພາສາຂອງເຜົ່າກຶມມຸໄດ້ດີທີ່ສຸດ. ແຕ່ກົງກັນຂ້າມຊົນເຜົ່າກຶມມຸ ແລະ ຊົນເຜົ່າອື່ນໆ. ທີ່ຢູ່ໃກ້ຄຽງຊົນເຜົ່າລະເມດ ພັດບໍ່ຮູ້ພາສາປາກເວົ້າຂອງເຜົ່າລະເມດ.