ທີ່ຕັ້ງ ຈຸດພິເສດ ທາງດ້ານພູມສາດ
ແຂວງອຸດົມໄຊຕັ້ງຢູ່ລະຫວ່າງເສັ້ນຂະຫນານ 21 ອົງສາ 15 ລິບດາເຫນືອ ແລະເສັ້ນຂະຫນານ 20 ອົງສາ 30 ລິບດາ ເຫນືອ, ເປັນແຂວງທີ່ມີພື້ນທີ່ສູງ-ຊັນ ໃນລະດັບສະເລ່ຍ 300-1.850 ແມັດທຽບຈາກຫນ້າ ນ້ໍາທະເລ.
- ເປັນແຂວງທີ່ຕັ້ງຢູ່ຈຸດໃຈກາງຂອງ 5 ແຂວງພາກເຫນືອ ມີເສັ້ນຊາຍແດນຍາວທັງຫມົດ 700 ກິໂລແມັດຄື: ທິດເຫນືອ ຕິດກັບ ສປຈີນ 15 ກິໂລແມັດ ແລະ ຕິດກັບແຂວງຜົ້ງສາລີ 77 ກິໂລແມັດ.
- ທິດຕາເວັນອອກ ຕິດກັບແຂວງຫລວງພະບາງ 174 ກິໂລແມັດ.
- ທິດໃຕ້ ຕິດກັບແຂວງໄຊຍະບູລີ 124 ກິໂລແມັດ.
- ທິດຕາເວັນຕົກ ຕິດກັບແຂວງບໍ່ແກ້ວ 112 ກິໂລແມັດແລະຕາເວັນຕົກສ່ຽງເຫນືອຕິດກັບແຂວງຫລວງ ນໍ້າທາ 198 ກິໂລແມັດ.
ແຂວງອຸດົມໄຊມີເນື້ອທີ່ທັງຫມົດ 15.370 ກິໂລຕາແມັດ,ເທົ່າກັບ 6,5% ຂອງເນື້ອທີ່ທົ່ວປະເທດ.ຈັດ ຢູ່ໃນອັນດັບ 9 ຂອງ ສປປລາວ, ເນື້ອທີ່ພູດອຍກວມເອົາ 85%ຂອງເນື້ອທີ່ທັງຫມົດ.
- ຊັບພະຍາກອນທໍາມະຊາດ
ແຂວງອຸດົມໄຊ ເປັນແຂວງຫນຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທະມະຊາດຫລາຍຢ່າງ ເປັນພື້ນທີ່ພູດອຍເປັນສ່ວນໃຫຍ່ສະນັ້ນຈິ່ງພາໃຫ້ມີພູຜາປ່າໄມ້ທີ່ຍັງຄົງຄວາມອຸດົມສົມບູນຕຶບຫນາ ມີໄມ້ມີຄ່ານາໆຊະ ນິດ, ມີຫ້ວຍນ້ໍາລໍາທານທີ່ຈະກາຍເປັນພະລັງງານໄຟຟ້າໄດ້ຄືນໍ້າຂອງ, ນໍ້າງາ, ນ້ໍາພາກ, ນໍ້າແບງ, ນໍ້າງ້າວ ແລະ ນໍ້າ ອື່ນໆ, ຍັງເຮັດໃຫ້ເກີດມີນໍ້າຕົກທໍາມະຊາດທີ່ສວຍງາມ ແລະ ຖໍ້າຕ່າງໆທີ່ເຫມາະແກ່ການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດຫລາຍແຫ່ງ.
- ໃນພື້ນດິນຍັງມີແຮ່ທາດຕ່າງໆເຊັ່ນ: ບໍ່ຄໍາ, ບໍ່ເງິນ, ທອງແດງ, ເຫລັກ, ຊືນ, ອັງຕີມອນ, ຫີນບາຣິດ, ຫີນ ກາວ, ຫີກວັດສ໌, ມັງການ, ພາຍຣາຍ, ເກືອ, ສັງກະສີ, ບໍ່ແກ້ວ, ບໍ່ມາດ, ບໍ່ນໍ້າອຸ່ນ ນອກຈາກນີ້ຍັງມີສັດນໍ້າ,ສັດ ປ່ານາໆຊະນິດມາກມາຍ.
- ດ້ານການປົກຄອງ
ແຂວງອຸດົມໄຊ ມີປະຊາກອນທັງຫມົດ 341.756 ຍິງ 168.798 ຄົນ.ມີ 55 ກຸ່ມບ້ານ, ມີ 470 ບ້ານ, ແບ່ງການປົກຄອງອອກເປັນ 7 ເມືອງຄື:
1- ເມືອງໄຊ ມີ 9 ກຸ່ມບ້ານ, ມີ 97 ບ້ານ. ມີປະຊາກອນ 86.046 ຄົນ.
2- ເມືອງນາຫມໍ້ ມີ 9 ກຸ່ມບ້ານ, ມີ 63 ບ້ານ, ມີປະຊາກອນ 44.942 ຄົນ.
3- ເມືອງຫລາ ມີ 6 ກຸ່ມບ້ານ, ມີ 45 ບ້ານ, ມີປະຊາກອນ 19.622 ຄົນ.
4- ເມືອງງາ ມີ 9 ກຸ່ມບ້ານ,ມີ 60 ບ້ານ, ມີປະຊາກອນ 34.800 ຄົນ.
5- ເມືອງແບງ ມີ 6 ກຸ່ມບ້ານ, ມີ 57 ບ້ານ, ມີປະຊາກອນ 42.893 ຄົນ.
6- ເມືອງຮຸນ ມີ 9 ກຸ່ມບ້ານ, ມີ 95 ບ້ານ, ມີປະຊາກອນ 82.805 ຄົນ.
7- ເມືອງປາກແບງ ມີ 7 ກຸ່ມບ້ານ, ມີ 53 ບ້ານ, ມີປະຊາກອນ 30.648 ຄົນ.
ຊົນເຜົ່າ ແລະ ກຸ່ມພາສາປາກເວົ້າແຂວງອຸດົມໄຊປະກອບດ້ວຍ 12 ຊົນເຜົ່າ, ແຕ່ລະເຜົ່າປະກອບມີຫລາຍແຊງເຜົ່າ ທີ່ແຕກຕ່າງກັນ ໃນ ຈໍານວນ 12 ເຜົ່ານັ້ນມີຄື: ເຜົ່າລາວ, ລື້, ໄຕ, ຢັ້ງ, ກຶມຫມຸ, ບິດ, ລຶມເມດ, ມົ້ງ, ອິວມຽນ, ອາຄ່າ, ພູນ້ອຍ, ຫໍ້. ແບ່ງອອກເປັນ 4 ກຸ່ມພາສາປາກເວົ້າຄື:
1- ກຸ່ມພາສາລາວ-ໄຕ ປະກອບມີ 4 ເຜົ່າຄື: ລາວ, ລື້, ໄຕ, ຢັ້ງ.
2- ກຸ່ມພາສາ ມອນ-ຂະແມ ມີ 3 ຊົນເຜົ່າຄື: ກຶມຫມຸ, ບິດ, ລຶມເມດ.
3- ກຸມພາສາ ມົ້ງ-ອິວມຽນ ມີ 2 ຊົນເຜົ່າຄື: ມົ້ງ, ອິວມຽນ.
4- ກຸ່ມພາສາ ຈີນ-ຕີເບດ ມີ 3 ຊົນເຜົ່າຄື: ອາຄ່າ, ສິງສິລິ (ພູນ້ອຍ) ແລະ ຫໍ້.
+ ຂອບເຂດການປົກຄອງ: ແຂວງອຸດົມໄຊປະກອບມີ 7 ເມືອງຄື:
- ເມືອງໄຊ: ເປັນເມືອງເທດສະບານຂອງແຂວງ, ມີເນື້ອທີທັງໝົດ 2,250 ກິໂລຕາແມັດ, ມີ 127 ບ້ານ, ມີພົນລະເມືອງທັງໝົດ 62.590 ຄົນ, ຈັດແບ່ງເປັນ 11 ເຂດຄຸ້ມຄອງ, ຫຼັງຊຸມປີ 1990 ມີ 12 ຕາແສງ, ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 27 ຄົນ 1 ກິໂລຕາແມັດ.
- ເມືອງຮຸນ: ມີເນື້ອທີທັງໝົດ 2.778 ກິໂລຕາແມັດ, ມີ 152 ບ້ານ, ມີພົນລະເມືອງ 58.704 ຄົນ, ຈັດແບ່ງເປັນ 14 ເຂດຄຸ້ມຄອງ, ຫຼັງຊຸມປີ 1990 ມີ 15 ຕາແສງ, ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 21 ຄົນຕໍ່ 1 ກິໂລຕາແມັດ.
- ເມືອງແບງ: ມີເນື້ອທີທັງໝົດ 3.420 ກິໂລຕາແມັດ, ມີ 69 ບ້ານ, ມີພົນລະເມືອງ 32.187 ຄົນ, ຈັດເປັນ 4 ເຂດຄຸ້ມຄອງ, ຫຼັງຊຸມປີ 1990 ມີ 9 ຕາແສງ, ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 9 ຄົນຕໍ່ 1 ກິໂລຕາແມັດ.
- ເມືອງນາໝໍ້: ມີເນື້ອທີທັງໝົດ 3.790 ກິໂລຕາແມັດ, ມີ 85 ບ້ານ, ມີພົນລະເມືອງທັງໝົດ 31.292 ຄົນ, ຈັດແບ່ງເປັນ 8 ເຂດຄຸ້ມຄອງ, ຫຼັງຊຸມປີ 1990 ມີ 9 ຕາແສງ, ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 9 ຄົນຕໍ່ 1 ກິໂລຕາແມັດ.
- ເມືອງຫຼາ: ມີເນື້ອທີທັງໝົດ 1.553 ກິໂລຕາແມັດ, ມີ 55 ບ້ານ, ມີພົນລະເມືອງ 16.198 ຄົນ, ຈັດແບ່ງເປັນ 6 ເຂດຄຸ້ມຄອງ, ຫຼັງຊຸມປີ 1990 ມີ 6 ຕາແສງ, ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 10 ຄົນຕໍ່ 1 ກິໂລຕາແມັດ.
- ເມືອງງາ: ມີເນື້ອທີທັງໝົດ 1.869 ກິໂລຕາແມັດ, ມີ 87 ບ້ານ, ມີພົນລະເມືອງ 25.600 ຄົນ, ຈັດແບ່ງເປັນ 8 ເຂດຄຸ້ມຄອງ, ຫຼັງຊຸມປີ 1990 ມີ 8 ຕາແສງ, ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 13 ຄົນຕໍ່ 1 ກິໂລຕາແມັດ.
- ເມືອງປາກແບງ: ມີເນື້ອທີທັງໝົດ 817,12 ກິໂລຕາແມັດດ ມີ 69 ບ້ານ, ມີພົນລະເມືອງ 24.986 ຄົນ, ຈັດແບ່ງເປັນ 11 ເຂດຄຸ້ມຄອງ, ຫຼັງຊຸມປີ 1990 ມີ 11 ຕາແສງ, ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 30 ກວ່າຄົນຕໍ່ 1 ກິໂລຕາແມັດ.
ສັງລວມແລ້ວ: ແຂວງອຸດົມໄຊມີພົນລະເມືອງທັງໝົດ 251.557 ຄົນ, ມີເນື້ອທີທັງໝົດ 16.504,12 ກິໂລຕາແມັດ, ເທົ່າກັບ 6,5% ຂອງເນື້ອທີທົ່ວປະເທດ, ຈັດຢູ່ໃນອັນດັບທີ 9 ຂອງ ສປປ ລາວ. ສະເລ່ຍຄວາມໜາແໜ້ນ ຂອງປະຊາກອນ 15 ຄົນຕໍ່ 1 ກິໂລຕາແມັດ. ( ສະຖິຕິປີ 2004 ).
ແຫຼງຂໍ້ມູນ: ປື້ມ ແຂວງອຸດົມໄຊ 60 ປີ (1962 - 2022)