ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.
ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ. ຄໍາສັບທີ່ວ່າ “ຢັ້ງ“ ມີຄວາມຫມາຍລະອຽດຈະແຈ້ງແມ່ນ ຍຸດ“ ຫຼື “ເຊົາ.
ພາສາ: ຊົນເຜົ່າຢັ້ງ ມີພາສາປາກເວົ້າຂອງຊົນເຜົ່າຕົນເອງໄດ້ຈັດເຂົ້າຢູ່ໃນຫມວດພາສາ ລາວ-ໄຕ, ຖ້າຈະໄຈ້ແຍກ, ວິໄຈລະອຽດພາສາປາກເວົ້າ ຫຼື ສໍານຽງການປາກເວົ້າຄ້າຍຄືກັບ ສຳນຽງການປາກເວົ້າຂອງຊົນເຜົ່າລື້ ແຕ່ຫາກຕ່າງກັບ ຊົນເຜົ່າຢັ້ງ ບໍ່ມີຕົວຫນັງສືຂຽນຄື: ຊົນເຜົ່າລື້ ແລະ ຊົນເຜົ່າລາວ.
ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າຢັ້ງ: ຊົນເຜົ່າຢັ້ງ ຢູ່ແຂວງ ອຸດົມໄຊ ແມ່ນໄດ້ເຊື່ອຖື ແລະ ເຄົາລົບບູຊາບັນພະບູລຸດຂອງຕົນ ແລະ ສິ່ງສັກສິດທັງປວງເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ ແລະ ອື່ນໆ. ນອກຈາກ ນັ້ນ ເຜົ່າຢັ້ງຍັງມີພິທີກຳທາງຮີດຄອງໃນການຊອກຫາດິນບ່ອນຕັ້ງບ້ານ, ເຮືອນ, ພິທີ່ກາໍເວລາໃກ້ຈະດຳນາ, ພິທີກຳເຂົ້ານາໃກ້ຈະງາມເປັນບ່າວເປັນສາວ ແລະ ພິທີກຳທີ່ເປັນງານບຸນໃຫຍ່ ສໍາຄັນທີ່ສຸດ ແມ່ນບຸນກິນຈຽງຂອງເຜົ່າຢັ້ງ (ໃນເວລາດຽວກັນກັບເຜົ່າອາຄາ ແລະ ເຜົ່າໄຕດຳ ).
ລັກສະນະເຮືອນ: ຂອງເຜົ່າຢັ້ງຢູ່ ແຂວງອຸດົມໄຊ ແມ່ນປຸກສ້າງເຮືອນຮ້ານແບບເຮືອນຂອງເຜົ່າລາວ ແລະ ເຜົ່າລື້ ແຕ່ຂະຫນາດ ແລະ ການຈັດວາງໃນເຮືອນມີອັນແຕກຕ່າງກັນກັບເຜົ່າລາວ ແລະ ເຜົ່າລື້, ເຜົ່າຢັ້ງໃນເຮືອນ ມີຮ້ານຜີ ແລະ ມີຂໍ້ຫ້າມຂະ ລາໍຫຼາຍຢ່າງເພາະເຜົ່າຢັ້ງເຊື່ອຖືບັນພະບູລຸດ ແລະ ສິ່ງສັກສິດມີການຄະລຳມີຂໍ້ຫ້າມ ຫຼາຍກ່ວາເຜົ່າລື້ ແລະ ເຜົ່າລາວ ຕົວຢ່າງ: ການລ່ວງລະເມີດເຂົ້າຫ້ອງນອນຂອງ ສະມາຊິກພາຍໃນເຮືອນ ຈະຖືກປັບ ໃໝ່ປົວແປ້ງຜີເຮືອນ ຫມູ 4 ກຳ 1 ໂຕ, ເຫຼົ້າຂາວ 1 ລິດ, ເຫຼົ້າໄຫ 1 ໄຫ ແລະ ອື່ນໆ
ຂໍ້ມູນຈາກ: ເອກະສານທ່ອງທ່ຽວຂອງແຂວງ