ຊື່ເອີ້ນ: ເຂົາເຈົ້າເອງກໍ່ມັກເຜົ່າລາວ ແລະ ຊົນເຜົ່ານັ້ນກໍ່ເອີ້ນວ່າເຜົ່າລາວ ແລະ ເຂົາເຈົ້າມັນກໍ່ແມ່ນເຜົ່າລາວ, ຄຳສັບທີ່ວ່າ “ລາວ“ ຫຼາຍໆ ຄົນໄດ້ສັນນິຖານວ່າຄົງຈະມາຈາກຄໍາສັບ: ລົວະ, ລາວະ, ດາວ ແລະ ອື່ນໆ. ຊົນ ເຜົ່າ ລາວຢູ່ແຂວງອຸດົມໄຊມີພຽງແຕ່ 16 ບ້ານ, ມີ 3609 ຄົວເຮືອນ. ມີແຊງລາວພວນຢູ່ເມືອງຮຸນ, ແຂວງອຸດົມໄຊ  ແມ່ນມີສໍານຽງພາສາປາກເວົ້າແຕກຕ່າງກັນ ກັບຊົນເຜົ່າ ໄທພວນຢູ່ ແຂວງ ຊຽງຂວາງ ແລະ ແຫ່ງອື່ນໆໃນປະເທດລາວ.
ພາສາ: ຂອງຊົນເຜົ່າລາວ (ນັບທັງເຜົ່າລາວພວນຢູ່ເມືອງຮຸນ) ແມ່ນໄດ້ຈັດຢູ່ໃນກຸ່ມພາສາປາກເວົ້າລາວ-ໄຕ. ເຜົ່າລາວມີຕົວໜັງສືຂຽນ ແລະ ຍັງໄດ້ເອົາເປັນພາສາກາງຂອງທຸກຊົນເຜົ່າ ແລະ ເອົາຕົວ ຫນັງສືລາວເປັນຕົວຫນັງສືທາງລັດຖະການ, ນອກຈາກນີ້ ຍັງມີຕົວໜັງສືທຳທາງພຸດທະສາດສະໜາ.
ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ -ສັງຄົມຂອງຊົນເຜົ່າລາວ: ແມ່ນມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນໂດຍສະເພາະ ແມ່ນຮີດ 12 ຄອງ 14 ຊົນເຜົ່າລາວມີຄວາມເຊື່ອຖືພຸດທະສາ 
ສະໜາ, ມີວັດວາອາລາມປະຈຳຢູ່ແຕ່ລະບ້ານ ເປັນທີເພິ່ງພາທາງຈິດໃຈຂອງ ຊາວສາສະນິກະຊົນເປັນບ່ອນເຕົ້າໂຮມຄວາມ ສາມັກຄີ ຂອງຊາວບ້ານ. ນອກຈາກນີ້ເຜົ່າລາວຍັງມີຄວາມເຊື່ອຖືຜີພໍ່, ແມ່, ເຮືອນ, 
ຜີບ້ານ, ຜີປ່າຊ້າ, ຜີເງືອກ ແລະ ຜີອື່ນໆ).

"ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336