ປະຫວັດຄວາມເປັນມາຂອງ ຊົນເຜົ່າພູນ້ອຍ ຕາມການບອກເຫຼົ່າຂອງເຈົ້າກົກ, ເຈົ້າເຫຼົ່າເພີ່ນໄດ້ໃຫ້ຮູ້ວ່າ: ຊົນເຜົ່າພູນ້ອຍ ມາຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທໍາອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ
ເຜົ່າພູນ້ອຍໄດ້ເຄື່ອນຍ້າຍ ຈາກແຂວງຜົ້ງສາລີ ລົງມາຫຼາຍນັບແຕ່ໄດ້ຮັບການປົດປ່ອຍໃນປີ 1975 ມານີ້ ແລະ ໄດ້ເຄື່ອນຍ້າຍລົງມາຫຼາຍທີ່ສຸດໃນຊຸມປີ 1990 ຫາ 2001 (ສາເຫດຍ້ອນບ່ອນທໍາມາຫາກິນແບບຄົງທີ່ຕາມພັກ-ລັດ ໄດ້ວາງອອກ).
ຊົນເຜົ່າພູນ້ອຍ ຢູ່ແຂວງອຸດົມໄຊມີ 3 ເມືອງຄື: ເມືອງໄຊ, ເມືອງຫຼາ ແລະ ເມືອງນາຫມໍ້ ຊື່ເອີ້ນ: ຊົນເຜົ່າພູນ້ອຍຢູ່ ແຂວງອຸດົມໄຊ ມີຫຼາຍຊື່ເອີ້ນທີ່ແຕກຕ່າງກັນເຊັ່ນ: ພູນ້ອຍ, ປູ ນ້ອຍ, ປີຊູ, ຕາປາດ, ລາວແຊງ, ລາວເອີ, ພູຍອດ ແລະ ອື່ນໆ ຊື່ເອີ້ນທີ່ໄດ້ກ່າວມາຂ້າງເທິງນັ້ນມີ ການເລົ່າລືບໍ່ຄືກັນ ແລະ ກໍ່ບໍ່ແມ່ນຊື່ເອີ້ນ ທີ່ເຂົາເຈົ້າເອີ້ນໃຫ້ເຂົາ ເຈົ້າເອງແມ່ນຊື່ເອີ້ນທີ່ຊົນເຜົ່າອື່ນຕັ້ງໃຫ້ເຂົາເຈົ້າ. ຖ້າຈະຕັ້ງບັນຫາຖາມວ່າຊື່ເດີມທີ່ເຂົາເຈົ້າ ມັກ ທີ່ສຸດແມ່ນຊື່ແນວໃດແທ້ຍັງບໍ່ ທັນໄດ້ຄາໍຕອບທີ່ແນ່ນອນ ແລະ ຊັດເຈນເທື່ອ. ດ້ວຍເຫດນັ້ນ ພວກເຮົາທຸກຄົນຍັງ ຈະໄດ້ສືບຕໍ່ຄົ້ນຄວ້າໃຫ້ລະອຽດຈະແຈ້ງຕື່ມ: ໃນຂ້າງຫນ້າ.
ພາສາ: ຊົນເຜົ່າພູນ້ອຍມີພາສາປາກເວົ້າເປັນຂອງຕົນເອງໂດຍສະເພາະແຕ່ບໍ່ມີຕົວຫນັງສືຂຽນຂອງຕົນເອງ, ພາສາ ພູນ້ອຍໄດ້ ຈັດເຂົ້າໃນຫມວດພາສາ ຈີນ-ຕີເບດ ແຕ່ລະແຊງຂອງຊົນເຜົ່າພູນ້ອຍຈະ
ມີພາສາປາກເວົ້າທີ່ແຕກຕ່າງກັນບາງເລັກນ້ອຍດ້ານສໍານຽງ.
ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມ: ຊົນເຜົ່າພູນ້ອຍມີຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນເອງມາແຕ່ບູຮານນະການ,
ຊົນເຜົ່າພູນ້ອຍ ມີຈ ໍານວນຫນຶ່ງນັບຖືສາສະຫນາພຸດ, ແຕ່ວ່າ ວັດຂອງຊົນເຜົ່າພູນ້ອຍ ມີລັກສະນະງ່າຍດາຍກ່ວາວັດຂອງຊົນເຜົ່າໃນກຸ່ມພາສາ ລາວ-ໄຕ, ນອກຈາກນີ້, ຊົນເຜົ່າພູນ້ອຍຈາໍນວນຫນຶ່ງ
ແມ່ນຍັງເຊື່ອຖືຜີເຊັ່ນ: ຜີພໍ່, ຜີແມ່, ຜີບັນພະບູລຸດ, ຜີກົກໄມ້ໃຫຍ່, ຜີແມ່ນລາໍທານ ແລະ ຜີອື່ນໆ. ໃນແຕ່ລະເຮືອນ ຂອງຊົນເຜົ່າພູນ້ອຍຍັງມີຮ້ານຫຶງ ຫຼື ຫໍຜີເປັນບ່ອນສັກ ກະລະບູຊາຂອງຄອບ
ຄົວຖ້າຈະເວົ້າເຖິງລະບົບຄອບຄົວ, ເລືອດເນື້ອເຊື້ອສາຍ ຫຼື ການສືບ ທອດຕະກຸນຂອງຊົນເຜົ່າພູນ້ອຍ ແມ່ນມີລະບົບຄອບຄົວດຽວ,ເຊື່ອຖືປະເພນີແບບຜົວດຽວເມຍດຽວມາ ແຕ່ເດີມ ແລະ
ສືບທອດຕະກຸນທາງພໍເປັນ ຫຼັກແບ່ງປັນມູນມໍລະດົກຂອງຄອບຄົວຜູ້ທີ່ເປັນລູກຊາຍກົກຈະມີສິດໄດ້ຫຼາຍ ກ່ວາ, ທັດຈາກນັ້ນແມ່ນລູກຊາຍ ແລະ ລູກສາວຕາມລໍາດັບ.
ລັກສະເຮືອນຊານບ້ານຊ່ອງຂອງຊົນເຜົ່າພູນ້ອຍ: ແມ່ນມັກຕັ້ງບ້ານສ່ອງເຮືອນຊານລຽບຕາມເປີ້ນພູ ຫຼື ຕີນພູ ບ່ອນທີ່ມີຫ້ວຍນ້ຳລຳທານສະດວກສະບາຍໃນການດໍາລົງຊິວິດປະຈໍາວັນ.
ຊົນເຜົ່າພູນ້ອຍສ່ວນຫຼາຍມັກປຸກ ເຮືອນຊັ້ນດຽວຕິດກັບດິນຝັງເສົາເຮືອນເຮັດດ້ວຍໄມ້ແກ່ນລ້ອນທີ່ແຂງແຮງ, ຝາເຮືອນແອ້ມດ້ວຍດິນດາກ ຫຼື ໄມ້ແປ້ນ ເພື່ອສະກັດກັ້ນລົມ, ກັ້ນຫນາວ. ໃນເຮືອນຂອງ
ເຜົ່າພູນ້ອຍຈະມີການຈັດແບ່ງເປັນຫຼາຍຫ້ອງເຊັ່ນ: ຫ້ອງນອນພໍ່ແມ່, ຫ້ອງນອນລູກຊາຍທີ່ໄດ້ສ້າງຄອບຄົວແລ້ວ, ຫ້ອງນອນຂອງລູກສາວ ແລະ ລູກຊາຍທີ່ຍັງໂສດ. ຕາມ ຮີດຄອງປະເພນີຂອງເຜົ່າພູ
ນ້ອຍຕິດແປະກັບຫ້ອງນອນຂອງພໍ່ແມ່ມີ ຫ້ອງຫນຶ່ງເປັນບ່ອນຕັ້ງ (ທັ້ງ ຫຼື ຫໍຜີ) ເປັນ ທີ່ເຄົາລົບບູຊາຂອງ ສະມາຊິກພາຍໃນຄອບຄົວ, ທາໍມະດາ ໃນເຮືອນຂອງຊົນເຜົ່າພູ ນ້ອຍ ຈະມີສອງປະຕູເຊັ່ນ:
ປະຕູດ້ານຫນ້າເຮືອນໄວ້ເຂົ້າອອກແຕ່ລະມື້ ແລະ ປະຕູດ້ານຫຼັງ ແມ່ນໄວ້ສາໍລັບເຮັດພິທີກາໍເອີ້ນຮຽກ ຂັວນ ຫຼື ພິທີບູຊານົບໄຫ້ວຜີຕ່າງໆ ແລະ ໄວ້ໃນເວລາມີສາກສົບຄົນຕາຍຈະອອກປະຕູນີ້ໄປຝັງ
ສາກສົບຄົນຕາຍ. ແຕ່ມາຮອດ ປັດຈຸບັນນີ້ ເຮືອນຊານບ້ານຊ່ອງລັກສະນະນີ້ໄດ້ມີການປ່ຽນແປງໄປຫມົດຊອກບໍ່ເຫັນອີກແລ້ວ.
ຂໍ້ມູນຈາກ: ເອກະສານທ່ອງທ່ຽວຂອງແຂວງ