ກອງປະຊຸມໃຫຍ່ ສະມາຊິກພັກ, ໜ່ວຍພັກຮາກຖານ ຫ້ອງວ່າການ ແຂວງອຸດົມໄຊ ຄັ້ງທີ IV ໄດ້ຈັດຂຶ້ນ ທີ່ ຫ້ອງປະຊຸມຂອງຕົນ ໃນວັນທີ 14 ພະຈິກ 2025  ພາຍໃຕ້ຄຳຂວັນ 3 ດີ 4 ໃຫ້ ໂດຍການເປັນປະທານຂອງ ສະຫາຍ ພິໄລທອງ ຈິດມະນີ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານ ຫ້ອງວ່າການແຂວງ. ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີຄະນະພັກ, ຄະນະຮັບຜິດຊອບຂັ້ນແຂວງ, ພ້ອມດ້ວຍ ສະມາຊິກພັກ ແລະ ແຂກເຊີນ ເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ສະໄໝທີ III ໄລຍະ 5 ປີ ທີ່ຜ່ານມາ (2021-2025). ເຊິ່ງໜ່ວຍພັກຮາກຖານ ຫ້ອງວ່າການແຂວງ ໄດ້ສຸມໃສ່ ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ IX, ນໍາພາ-ຊີ້ນໍາ ພະນັກງານ, ສະມາຊິກພັກ ປະຕິບັດຕາມ 3 ພາລະບົດບາດ ຂອງ ຫ້ອງວ່າການ ດ້ວຍຄວາມເອົາໃຈໃສ່ ເຮັດໃຫ້ການປະຕິບັດໜ້າທີ່ການເປັນເສນາທິການ ມີຄວາມເຂັ້ມແຂງ ສາມາດຕອບສະໜອງຕໍ່ການຈັດຕັ້ງ ເຄື່ອນໄຫວຂອງການນຳແຂວງ, ຄະນະບໍລິຫານງານພັກແຂວງ ແລະ ອົງການປົກຄອງແຂວງ ໄດ້ເປັນຢ່າງດີ. ຈາກຜົນງານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ຍັງໄດ້ວາງທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ 5 ປີຕໍ່ໜ້າ (2026- 2030) ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ອົງຄະນະພັກແຂວງ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ໜ່ວຍພັກຮາກຖານ ຫ້ອງວ່າການແຂວງ ໃຫ້ປະກົດຜົນເປັນຈິງ. ຮັບປະກັນເຮັດໃຫ້ໜ່ວຍພັກຮາກຖານ ຫ້ອງວ່າການແຂວງ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກ ແລະ ຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ ສາມາດປະຕິບັດ 3 ພາລະບົດບາດ ຄື: ການເປັນເສນາທິການທາງດ້ານເນື້ອໃນທີ່ດີ, ການປະສານງານທີ່ດີ ແລະ ບໍລິຫານຮັບໃຊ້ທີ່ດີ.

ກອງປະຊຸມ ສະມາຊິກພັກ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາ ຄະນະພັກຊຸດໃໝ່ ເຊິ່ງມີຜູ້ອອກສະໝັກ ທັງໝົດ 7 ສະຫາຍ, ຍິງ 2 ສະຫາຍ; ເລືອກເອົາ 5 ສະຫາຍ, ຍິງ 1 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະສັນຮັບຮອງ ສະຫາຍ ພິໄລທອງ ຈິດມະນີ ເປັນເລຂາໜ່ວຍພັກ, ສະຫາຍ  ວຽງອຸດົມ ຈັນທະວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ  ກອງຄຳ ໄຊພົມປັນ, ສະຫາຍ ນາງ ມະໄລພັນ ຈິດດຳລົງ ແລະ ສະຫາຍ ຜາດົງ ອິນສະແຫວງ ເປັນກໍາມະການໜ່ວຍພັກ. ກອງປະຊຸມໄດ້ເຫັນດີຮັບຮອງເອົາ ສະຫາຍ ວຽງອຸດົມ ຈັນທະວົງ ຮອງເລຂາໜ່ວຍພັກ ເປັນປະທານກວດກາໜ່ວຍພັກ  ສະຫາຍ ຜາດົງ ອິນສະແຫວງ ແລະ ສະຫາຍ ນາງ ສີພອນ ເຈົ້າຊຸນລິ້ງ ເປັນຮອງປະທານກວດກາໜ່ວຍພັກ.
ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ປອ ວົງສະຫວັນ  ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ເນັ້ນໜັກການ ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ພາຍໃຕ້ຄຳຂວັນ ຂອງ ຫ້ອງວ່າການ “3 ດີ 4 ໃຫ້” ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິຫານຮັບໃຊ້ທີ່ດີ, 4 ໃຫ້: ໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ, ໃຫ້ຖືກກົດໝາຍ ແລະ ໃຫ້ທັນສະໄໝ

  • ກອງປະຊຸມໃຫຍ່ ສະມາຊິກພັກ, ໜ່ວຍພັກຮາກຖານ ຫ້ອງວ່າການ ແຂວງອຸດົມໄຊ ຄັ້ງທີ IV ໄດ້ຈັດຂຶ້ນ ທີ່ ຫ້ອງປະຊຸມຂອງຕົນ ໃນວັນທີ 14 ພະຈິກ ...
  • ວັນທີ 3 ພະຈິກ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບ...
  •  ພິທີ ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນຕອນບ່າຍ ວັນທີ 24 ຕຸລາ 2025 ...
  • ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງອຸດົມໄຊ ຈັດຂຶ້ນໃນຕອນບ່າຍ ວັນທີ 21 ຕຸລາ 2025 ທ...
  •  ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ຈັດຂຶ້ນ ໃນຕອນເຊົ້າວັນທີ 21 ຕຸລາ 2025 ທີ່ ຫ້ອງປະຊຸ...
  • ພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ໂ...
  • ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ 
  • [data-gutter="2%"][data-nb="1"]:not(.ckadvancedlayout) [data-width="100"] {width:100%;}[data-gutter="2%"][data-nb="1"].c...
  • "ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336