ພິທີ ປະກາດແຕ່ງຕັ້ງ ຄະນະປະທານກຳມະການປົກຄອງ ແຂວງອຸດົມໄຊ ແລະ ມອບ-ຮັບ ຫນ້າທີ່ ລະຫວ່າງ ເຈົ້າແຂວງ ຜູ້ເກົ່າ ແລະ ປະທານຄະນະກຳມະການປົກຄອງແຂວງ ຜູ້ໃຫມ່ ໄດ້ຈັດຂຶ້ນ ໃນຕອນບ່າຍ ວັນທີ 17 ພະຈິກ 2025 ຢູ່ທີ່ຫ້ອງວ່າການແຂວງ.
ການຈັດພິທີ ປະກາດແຕ່ງຕັ້ງ ແລະ ມອບ-ຮັບ ຫນ້າທີ່ ເພື່ອປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງ ຕາມລະບົບ ກົນໄກຂອງການຈັດຕັ້ງ ທີ່ຂັ້ນສູນກາງກຳນົດ ແນໃສ່ເຮັດໃຫ້ ລະບົບກົງຈັກການປົກຄອງ ກໍຄື ການນຳພາ-ຊີ້ນຳ ວຽກງານພັກ ແລະ ລັດ ຂອງ ການນຳແຕ່ລະຂັ້ນໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ.


ພິທີ ຄະນະຈັດຕັ້ງແຂວງ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງ ຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ການແຕ່ງຕັ້ງ ຮອງປະທານຄະນະກຳມະ ການປົກຄອງແຂວງ ດັ່ງນີ້:
- ແຕ່ງຕັ້ງ ທ່ານ ປອ ວົງສະຫວັນ ໄຊຍະວົງ ກຳມະການປະຈຳພັກແຂວງ, ຮອງເລຂາພັກແຂວງ ເປັນປະທານຄະນະກຳມະການປົກຄອງແຂວງອຸດົມໄຊ
- ແຕ່ງຕັ້ງ ທ່ານ ສຸຫວັດ ມະຫາວົງສະນັ່ນ ກຳມະການປະຈຳພັກແຂວງ ແລະ ທ່ານ ຄຳແສງ ອາລີ ກຳມະການປະຈຳພັກແຂວງ ເປັນຮອງປະທານຄະນະກຳມະການປົກຄອງແຂວງ
ຈາກນັ້ນ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ຜູ້ເກົ່າ ໄດ້ຜ່ານບົດບັນທຶກ ພ້ອມທັງ ລົງນາມໃນບົດບັນທຶກ ມອບ-ຮັບ ຫນ້າທີ່ ຮ່ວມກັບ ທ່ານ ປອ ວົງສະຫວັນ ໄຊສະວົງ ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປົກຄອງແຂວງ ຜູ້ໃຫມ່ ໂດຍມີ ກຳມະການປະຈຳພັກແຂວງ, ຄະນະກຳມະການປົກຄອງແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຄະນະກຳມະການປົກຄອງເມືອງ ຕະຫລອດຮອດ 2 ກຳລັງ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຂະແຫນງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ຕອນທ້າຍພິທີ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ ໄດ້ມີຄຳຄິດ ຄຳເຫັນ ແລະ ໂອ້ລົມ ໂດຍຮຽກຮ້ອງໃຫ້ການນຳພັກ-ລັດທຸກຂັ້ນ ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດຫນ້າທີ່, ຄວາມຮັບຜິດຊອບຂອງຕົນຢ່າງຕັ້ງຫນ້າ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ.