
ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ຂອງ ຫ້ອງວ່າການແຂວງອຸດົມໄຊ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 26 - 27 ກຸມພາ 2026 ນີ້ ທີ່ ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ພິໄລທອງ ຈິດມະນີ ກຳມະການສຳຮອງສູນກາງພັກ, ຫົວຫນ້າຫ້ອງວ່າການແຂວງ. ເປັນກຽດເຂົ້າຮ່ວມມີ ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ. ມີ ຄະນະພະແນກການ, ອົງການອ້ອມຂ້າງ, ສອງກອງບັນຊາການ ປກຊ-ປກສ, ຫ້ອງວ່າການ 7 ເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມ.

ກອງປະຊຸມໄດ້ລົງເລິກ ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານ ຂອງ ຫ້ອງວ່າການແຂວງ ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດທິດທາງແຜນການ ວຽກງານຈຸດສຸມ ປີ 2026 ຕິດພັນກັບການ ຜັນຂະຫຍາຍແຜນພັດທະນາວຽກງານຂອງຫ້ອງວ່າການ 5 ປີ (2026-2030). ເຊິ່ງຕະຫຼອດໄລຍະ 1 ປີ ຜ່ານມາ ຫ້ອງວ່າການແຂວງ ໄດ້ສຸມໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ ໃນການເປັນເສນາທິການ ຕາມ 3 ພາລະບົດບາດ ຕິດພັນກັບການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ບັນດານິຕິກຳ ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ຂອງຂັ້ນເທິງ ຢ່າງຕັ້ງໜ້າ ໃນທ່າມກາງສະພາບແວດລ້ອມທີ່ແຂວງ ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ງົບປະມານຈຳກັດ ແຕ່ປະລິມານວຽກພັດຫຼາຍ ເນື່ອງຈາກເປັນປີມ້ວນທ້າຍສະໄໝ ບວກກັບ ບັນຫາປະກົດການຫຍໍ້ທໍ້ອື່ນໆທີ່ເກີດຂຶ້ນໃນສັງຄົມ ເຊິ່ງເປັນສິ່ງທ້າຍທາຍ ແລະ ກະທົບໂດຍກົງຕໍ່ການຈັດຕັ້ງເຄື່ອນໄຫວວຽກງານຂອງຫ້ອງວ່າການ. ແຕ່ຍ້ອນການນຳພາຢ່າງໃກ້ຊິດຕິດແທດ ຂອງ ຄະນະປະຈຳພັກແຂວງ, ຄະນະກຳມະການປົກຄອງແຂວງ ບວກໃສ່ຄວາມຮັບຜິດຊອບການເມືອງຂອງ ຄະນະພັກ-ຄະນະນຳ ຫ້ອງວ່າການແຂວງ, ຄວາມເສຍສະຫຼະ, ຄວາມຈູບຈ້າວຫ້າວຫັນ ແລະ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຂອງ ພະນັກງານຫ້ອງວ່າການ ສາມາດເຮັດໃຫ້ວຽກງານເສນາທິການໄດ້ຮັບການປັບປຸງເຂັ້ມແຂງຂຶ້ນເທື່ອລະກ້າວ ອັນພົ້ນເດັ່ນ ການເປັນເສນາທິການທາງດ້ານເນື້ອໃນ ແມ່ນເຮັດໄດ້ດີຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນ ການກະກຽມຈັດກອງປະຊຸມຕ່າງໆ ເຮັດໄດ້ຢ່າງທັນການ ແລະ ຮັບປະກັນ ເນື້ອໃນດີ; ການເປັນເສນາທິການໃນການປະສານງານ, ບໍລິຫານ-ຮັບໃຊ້ ເຮັດຫຼ້ອນໜ້າທີ່ ສ້າງຄວາມເພິ່ງພໍໃຈໃຫ້ແຂກລະດັບຕ່າງໆດີພໍສົມຄວນ; ລະບົບກົງຈັກການຈັດຕັ້ງໄດ້ຮັບການປັບປຸງໃໝ່ ມີຄວາມກະທັດຮັດ ສອດຄ່ອງກັບນິຕິກຳຂອງຂັ້ນເທິງ ແລະ ສະພາບຕົວຈິງຂອງແຂວງ ແລະ ລະບົບຄຸ້ມຄອງເອກະສານກໍໄດ້ລິເລີ່ມຫັນເປັນທັນສະໄໝຂຶ້ນເທື່ອລະກ້າວ. ກອງປະຊຸມ ຍັງໄດ້ຍົກເອົາບັນຫາທີ່ຍັງຄົງຄ້າງ ເພື່ອມາຊອກຫາສາເຫດ ແລະ ກໍານົດທິດທາງ ປັບປຸງ ແກ້ໄຂ ໃຫ້ດີຂຶ້ນໃນຕໍ່ໜ້າ ໂດຍສະເພາະແມ່ນ ບັນດາກົນໄກການຈັດຕັ້ງປະຕິບັດວຽກງານເສນາທິການ ທີ່ຕິດພັນກັບບັນດາຂະແໜງການອ້ອມຂ້າງແຂວງ. ກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ໃນການຄົ້ນຄວ້າລົງເລິກ ແລະ ປະກອບຄໍາຄິດ ຄໍາເຫັນ ຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນບັນຫາ, ສາເຫດ ແລະ ກໍານົດທິດທາງໃນການແກ້ໄຂໃຫ້ຖືກຕ້ອງ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານເສນາທິການ ຂອງ ຫ້ອງວ່າການ ມີປະສິດທິຜົນດີຂຶ້ນກ່ວາເກົ່າ ໂດຍສະເພາະແມ່ນ ຮັບປະກັນໃຫ້ປະຕິບັດໄດ້ ຕາມຄຳຂວັນ 3 ດີ 4 ໃຫ້ ທີ່ໄດ້ວາງໄວ້ໃຫ້ປະກົດຜົນເປັນຈິ່ງ.