ວັນທີ 25 ກຸມພາ 2026 ທີ່ ສະໂມສອນຂອງແຂວງ ການນຳແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງາຍພັກແຂວງ ພ້ອມບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຄະນະພະແນກ, ສອງກອງບັນຊາການການ ປກຊ-ປກສ, ອາດີດການນຳ, ພະນັງານ-ລັດຖະກອນ ຕະຫລອດຮອດພະນັກງານຫຼັກແຫຼງອ້ອມຂ້າງແຂວງອຸດົມໄຊ ພ້ອມກັນເຂົ້າຮ່ວມຮັບຟັງ ເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ຖ່າຍທອດສົດ ຈາກ ນະຄອນຫລວງວຽງຈັນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 6-8 ມັງກອນ 2026 ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງ ບົດບາດການນໍາພາ ທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ". ການເປີດຂຶ້ນ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຖືໄດ້ວ່າ ເປັນເຫດການການເມືອງທີ່ມີຄວາມໝາຍສໍາຄັນອີກບັ້ນໜຶ່ງ ທີ່ບັນທຶກໄວ້ໃນໜ້າປະຫວັດສາດ ຂອງພັກ ແລະ ຂອງຊາດລາວ. ກອງປະຊຸມ ໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານຂອງພັກ ແລະ ປະເທດຊາດ ໃນ 5 ປີຕໍ່ໜ້າ, ຍຸດທະສາດພັດທະນາ 10 ປີ, ກຳນົດວິໄສທັດ ຮອດປີ 2055 ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ, ສ້າງບັນດາປັດໄຈ ການບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສຸ່ສັງຄົມນິຍົມ.

ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ ເປັນເອກະພາບ ແລະ ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງຜູ້ແທນກອງປະຊຸມໃຫຍ່, ຄຽງຄູ່ກັບຄວາມສົນໃຈ ແລະ ການຕິດຕາມ ຢ່າງໃກ້ຊິດຂອງທົ່ວສັງຄົມ. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າ, ຕົກລົງຮັບຮອງເອົາບັນຫາສໍາຄັນຂອງພັກ ແລະ ຂອງຊາດ ດັ່ງນີ້:
- ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາ ໂຄງການການເມືອງ ຂອງພັກ ສະບັບທີ 3 “ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ” ຊຶ່ງມີເນື້ອໃນສໍາຄັນຫຼາຍ ໃນນີ້ ໄດ້ກຳນົດບັນດານະໂຍບາຍໃຫຍ່ໆສໍາຄັນ ຊຶ່ງພວກເຮົາຈະໄດ້ຈັດຕັ້ງການເຊື່ອມຊຶມ.
- ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ເປັນເອກະພາບສູງ ຮັບຮອງເອົາ ລາຍງານການເມືອງ ທີ່ໄດ້ຕີລາຄາຢ່າງເລິກເຊິ່ງ, ກົງໄປກົງມາ ຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ລວມມີທັງຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງ 2026-2030 ຊຶ່ງກຳນົດແຈ້ງ ໃນ 10 ຂົງເຂດວຽກງານທີ່ສໍາຄັນ ຈະໄດ້ພ້ອມກັນເຊື່ອມຊຶມ.
- ກອງປະຊຸມໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ລັດຖະບານ ທີ່ໄດ້ຕັ້ງໜ້າປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຍາດໄດ້ຮັບຜົນສໍາເລັດ ເປັນຢ່າງດີ, ພ້ອມນັ້ນ ກໍສະແດງຄວາມເຫັນດີ ເຫັນພ້ອມ ແລະ ສະໜັບສະໜູນ ແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເພາະ 6 ເປົ້າໝາຍ.
- ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ ກົດລະບຽບ ພັກປະຊາຊົນປະຕິວັດລາວ (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງ, ຮອງຮັບການຈັດຕັ້ງປະຕິບັດ ແນວທາງການເມືອງ, ຮັບປະກັນຄວາມສາມັກຄີ ເປັນເອກະພາບໃນທົ່ວພັກ; ຍູ້ແຮງວຽກງານ ກໍ່ສ້າງພັກ, ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.
- ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດສໍາຫຼວດການນໍາພາລວມ ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຊິ່ງໄດ້ຕີລາຄາສູງ ຕໍ່ຄວາມບາກບັ່ນ ພະຍາຍາມ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍ ມູນເຊື້ອ ແລະ ບົດຮຽນຂອງພັກ ໃນການເພີ່ມທະວີ ຄວາມສາມັກຄີ ເປັນເອກະພາບສູງພາຍໃນພັກ, ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ.
- ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ ບົດລາຍງານ ກ່ຽວກັບຜົນການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງປະກອບດ້ວຍກຳມະການສົມບູນ ຈໍານວນ 73 ສະຫາຍ ແລະ ກຳມະການສໍາຮອງ ຈໍານວນ 15 ສະຫາຍ ເພື່ອເປັນແກ່ນສານແຫ່ງຄວາມສາມັກຄີ ແລະ ສະຕິປັນຍາ ຂອງພັກເຮົາ ນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.
ເພື່ອເຮັດໃຫ້ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ກອງປະຊຸມໃຫຍ່ ໄດ້ມອບໝາຍໜ້າທີ່ໃຫ້ ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະພັກທຸກໆຂັ້ນ ເປັນເຈົ້າການ ຄົ້ນຄວ້າ, ກຳແໜ້ນ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເປັນແຜນດໍາເນີນງານຂອງຕົນ ຢ່າງລະອຽດ, ມີການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ໃຫ້ແທດເຖິງ ແລະ ເປັນປະຈຳ ໂດຍມີການ ນໍາພາ-ຊີ້ນໍາ ຢ່າງແຂງແຮງ ແລະ ລວມສູນ ຈາກສູນກາງພັກ. ກອງປະຊຸມໃຫຍ່ໄດ້ຮຽກຮ້ອງມາຍັງ ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ຈົ່ງພ້ອມກັນເຊີດຊູນໍ້າໃຈຮັກຊາດ ແລະ ເພີ່ມທະວີ ຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍ ມານະຈິດປະຕິວັດ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້ ຢ່າງມີໄຊ. ແນໃສ່ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເນື້ອໃນ ຄໍາສັ່ງ ຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ຖືກຕ້ອງ ສອດຄ່ອງ ແລະ ມີປະສິດທິຜົນ. ເຮັດໃຫ້ການເຊື່ອມຊຶມ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແກ່ເປົ້າໝາຍຕ່າງໆ ມີຄວາມເຂົ້າໃຈ ເປັນເອກະພາບ ແລະ ຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງ. ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ ພະນັກງານ ໃນແຕ່ລະຂົງເຂດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຫັນແນວທາງ, ແຜນນະໂຍບາຍ, ເປົ້າໝາຍສູ້ຊົນ ໄປຜັນຂະຫຍາຍໃຫ້ເປັນຮູບປະທໍາ ໄດ້ຮັບຜົນດີ.