ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X
ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຈາກນະຄອນຫຼວງວຽງຈັນ, ແຂວງຫຼວງນ້ຳທາ, ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ກອງພົນທະຫານຮາບທີ 3, ບັນດາກະຊວງຂັ້ນສູນກາງ, ບັນດາສະຫາຍ ອະດີດການນໍາ ພັກ - ລັດ ຂອງແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກຮົບແຂ່ງຂັນ, ບັນດາບໍລິສັດ, ນັກທຸລະກິດ ແລະ ຜູ້ແທນສົມບູນເຂົ້າຮ່ວມ.


ກອງປະຊຸມໃຫຍ່ຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ ຄໍາຂວັນທີ່ວ່າ: “ ຍົກສູງບົດບາດການນໍາພາ, ຄວາມເປັນແບບຢ່າງນໍາໜ້າຂອງອົງຄະນະພັກແຂວງ; ສຸມທຸກກໍາລັງແຮງສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ເພີ່ມທະວີໃນການຄຸ້ມຄອງ, ບໍລິຫານລັດໃຫ້ສັກສິດ, ເຂັ້ມງວດ ແລະ ທັນສະໄໝ; ນໍາພາແຂວງອຸດົມໄຊ ກ້າວຂຶ້ນຕາມ 4 ໃຈກາງ ”. ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 262 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງ ຈໍານວນ 18,398 ສະຫາຍ ແລະ ແຂກເຊີນຈຳນວນ 79 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ໄດ້ດໍາເນີນດ້ວຍບັນຍາກາດແຫ່ງຄວາມສາມະຄີ ເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ຂອງຜູ້ແທນກອງປະຊຸມ ໄປພ້ອມກັບການຕິດຕາມ ຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ; ກອງປະຊຸມໃຫຍ່ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະສັນຮັບຮອງເອົາລາຍງານການເມືອງ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX. ຜູ້ແທນກອງປະຊຸມໃຫຍ່ ໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການສະຫລຸບຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກແຂວງ ເປັນຕົ້ນແມ່ນ ບັນດາຜົນສໍາເລັດອັນພົ້ນເດັ່ນທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ວັດທະນະທໍາສັງຄົມ, ວຽກງານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ວຽກງານກໍ່ສ້າງພັກ-ພະນັກງານງານ, ວຽກແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການ ຈັດຕັ້ງມະຫາຊົນ, ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ໃນຕະຫຼອດໄລຍະ 5 ປີຜ່ານມາໄດ້ສ້າງພື້ນຖານ ແລະ ທ່າແຮງທີ່ເປັນເງື່ອນໄຂໃໝ່ ໃຫ້ແຂວງອຸດົມໄຊພວກເຮົາ ສືບຕໍ່ພັດທະນາໃຫ້ຖືກຕາມທິດທາງ ແລະ ຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໄດ້ພ້ອມກັນເອກະພາບຕໍ່ການຕີລາຄາ ກ່ຽວກັບດ້ານອ່ອນ, ຂໍ້ຄົງຄ້າງໃນການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະຜ່ານມາ ຊຶ່ງໄດ້ເປັນສາເຫດພາໃຫ້ການຈັດຕັ້ງປະຕິບັດຄາດໝາຍບາງດ້ານບໍ່ບັນລຸຕາມແຜນການທີ່ວາງອອກ ແລະ ໄດ້ເປັນເອກະພາບຮັບ ຮອງເອົາທິດທາງລວມ ແລະ ຄາດໝາຍສູ້ຊົນໃນ 5 ປີ ຕໍ່ໜ້າ (2026-2030) ໂດຍສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການຂອງພັກ, ສຸມໃສ່ກໍ່ສ້າງພັກ-ພະນັກງານໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ອອກແຮງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ; ສຸມໃສ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢ່າງແຂງແຮງ ຮັບປະກັນໃຫ້ທົ່ວແຂວງມີຄວາມສະຫງົບຢ່າງໜັກແໜ້ນ ກາຍເປັນພື້ນຖານແກ່ການພັດທະນາແຂວງໃນຕໍ່ໜ້າ; ພັດທະນາເສດຖະກິດຂອງແຂວງໃຫ້ຂະຫຍາຍຕົວຕໍ່ເນື່ອງ ສຸມໃສ່ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມ 4 ທ່າແຮງ, ພັດທະນາຕົວເມືອງຕາມທິດ 4 ສ ໃຫ້ກາຍເປັນຕົວເມືອງໜ້າຢູ່ ແລະ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງຢ່າງຈະແຈ້ງ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕ ຂອງຕົນເຂົ້າໃນການ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງອຸດົມໄຊ ຊຸດໃໝ່ ບົນພື້ນຖານຫຼັກການ ລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງລວມທັງ ໝົດ 40 ສະຫາຍ, ຍິງ 9 ສະຫາຍ, ເລືອກໄດ້ 35 ສະຫາຍ, ຍິງ 7 ສະຫາຍ ເພື່ອເປັນແກນນຳໃນການສືບຕໍ່ນໍາພາປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ X ໄດ້ເປັນເອກະສັນຢ່າງສົມບູນເລືອກຕັ້ງເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 2 ສະຫາຍ ແລະ ໄດ້ເປັນເອກະສັນກັນຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ໂດຍໄດ້ເລືອກຕັ້ງເອົາ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເປັນເລຂາຄະນະບໍລິ ຫານງານພັກແຂວງຊຸດໃໝ່. ກອງປະຊຸມໄດ້ເລືອກເອົາ ເອົາສະຫາຍ ວາລີ ຈືນໍ່ເຢັງ ເປັນປະທານກວດກາພັກແຂວງສະໄໝທີ X. ພ້ອມນັ້ນຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຜູ້ສົມບູນ ແລະ ສຳຮອງເຂົ້າຮ່ວມກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ ສົມບູນຈໍານວນ 27 ສະຫາຍ, ຍິງ 5 ສະຫາຍ, ຜູ້ແທນສຳຮອງ 5 ສະຫາຍ, ຍິງ 2ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ຖືເປັນກຽດຢ່າງສູງ ຮັບຟັງການໂອ້ລົມຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ ເຊິ່ງຄໍາເຫັນໂອ້ລົມຂອງສະຫາຍ ແມ່ນເຕັມໄປດ້ວຍຄວາມເປັນຫ່ວງເປັນໄຍທັງເປັນເຂັມຊີ້ທິດເຍືອງທາງອັນໃສແຈ້ງ, ເປັນເຫງົ້າພະລັງອັນແຮງກ້າເພື່ອປຸກລະດົມໃຫ້ຜູ້ແທນ, ແຂກເຊີນກອງປະຊຸມໃຫ່ຍ, ພະນັກງານ, ສະມາຊິກພັກ ແລະປະຊາຊົນບັນດາ ເຜົ່າພາຍໃນແຂວງ ຍົກສູງຄວາມຮັບຜິດຊອບ ແລະ ມີຄວາມຕັດສິນໃຈສູງກວ່າເກົ່າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໃຫ້ມີຜົນສໍາເລັດຢ່າງໃຫ່ຍຫຼວງກວ່າເກົ່າ.
ກອງປະຊຸມໃຫ່ຍຮຽກຮ້ອງມາຍັງບັນດາສະຫາຍ ຄະນະບໍລິຫານງານພັກແຂວງ, ຜູ້ແທນກອງປະຊຸມ, ສະມາຊິກພັກ, ພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ, ຊັ້ນຄົນໃນທົ່ວແຂວງອຸດົມໄຊ ຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງ, ບົດບາດການນຳພາ, ຄວາມເປັນແບບຢ່າງນຳໜ້າ ຂອງຕົນໃຫ້ສູງຂຶ້ນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ອົງຄະນະພັກແຂວງຍາດມາໄດ້ໃນໄລຍະທີ່ຜ່ານມາ, ພ້ອມພຽງກັນບຸກບືນສູ້ຊົນ ສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ຍາດໄດ້ຜົນງານ ແລະ ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອນຳພາແຂວງອຸດົມໄຊກ້າວຂຶ້ນຕາມ 4 ໃຈກາງ ຢ່າງໜັກແໜ້ນ.