ພະທາດໄຊມຸງຄຸນລັດຕະນະມິ່ງເມືອງຕັ້ງຢູ່ບ້ານນາຫວານນ້ອຍ (ຈຸດໃຈກາງເທດສະບານແຂວງ). ພະທາດນີ້ມີ ຄວາມສູງ 18 ແມັດ, ກວ້າງ 18x18 ແມັດເປັນພະທາດທີ່ ສວຍງາມແລະ ເປັນທີ່ສັກກະລະບູຊາຂອງຊາວພຸດໂດຍສະເພາະແມ່ນຊາວແຂວງອຸດົມໄຊແລະ ສາສະນິກະຊົນທົ່ວ ໄປເຂົ້າມາທ່ຽວກາບໄຫວ້ ແລະ ຊົມທີວທັດ ແລະ ສໍາພັດ ບັນຍາກາດຕົວເມືອງໄຊ ແລະ ກາບໄຫວ້ສັກກາລະບູຊາ.
ທ່າແຮງຂອງທາດມິ່ງເມືອງຕັ້ງຢູ່ໃຈກາງເທດສະບານແຂວງເປັນສູນກາງທາງດ້ານວັດທະນະທໍາ, ເປັນເພີ່ງທາງໃຈ, ສະຖານທີ່ສັກກາລະບູຊາກາບໄຫວ້, ສະຖານພັກຜ່ອນ ໃນ ຍາມແລງ ແລະ ເປັນຂວັນບ້ານມິ່ງເມືອງຂອງແຂວງອຸດົມ ໄຊ ຖ້າຜູ້ໃດມາແຂວງອຸດົມໄຊ ບໍ່ໄດ້ຂຶ້ນວັດພູທາດ ກໍ່ ຊໍ່າ
➢ ປະຫວັດຄວາມເປັນມາຂອງພະທາດໄຊມຸງຄຸນລັດຕະນະມິ່ງເມືອງ
ພະທາດໄຊມຸງຄຸນຣັດຕະນະມິ່ງເມືອງ ໄດ້ສ້າງຂຶ້ນໃຫມ່ໃນປີຄສ 1996 ແລະ ເປີດບໍລິການໃນປີຄສ 1997. ເມ່ືອກ່ອນເອີ້ນວ່າ ພະທາດ ຕາມການສັນນິຖານ ທາດດັ່ງກ່າວໄດ້ສ້າງຂຶ້ນໃນສະໄຫມເຈົ້າໄຊຍະເສດຖ າທິລາດ ປະມານ 400-500 ປີກ່ອນນີ້. ພະທາດດັ່ງກ່າວມີຄວາມສູງປະມານ 4-5 ແມັດ ກໍ່ດ້ວຍດິນຈີ່ກາງທາດ. ມາຮອດສະໄຫມຝຣັ່ງປົກຄອງ ບໍລິເວນພະທາດ ໄດ້ເປັນຄ້າຍຂອງຝຣັ່ງໃນສະໄຫມສົງຄາມຝຣັ່ງ ແລະ ອາເລິກາ ແລະ ພະທາດໄດ້ຖືກທໍາລາຍເປເພ່ເຫຼືອແຕ່ກອງດິນຈີ່. ມາຮອດປີ 1990 ບໍລິສັດນໍ້າມັນເຊື້ອໄຟ ໄດ້ສ້າງເສັ້ນທາງຂຶ້ນ ແລະ ມາຮອດປີ 1996 ແຂວງອຸດົມໄຊໄດ້ປະຕິສັງຂອນຄືນໃຫມ່ໂດຍສ້າງທາດຂຶ້ນໃຫມ່ ເຊິ່ງກວມເອົາທາດເກົ່າມີ ລວງສູງ 18 ແມັດ, ກວ້າງ 18x18 ແມັດ, ໄດ້ປ່ຽນຊື່ໃຫມ່ເອີ້ນວ່າພະທາດໄຊມຸງຄຸນຣັດຕະນະມິ່ງເມືອງ ໄດ້ສະຫຼອງ ໃນເດືອນ 3 ເພັງຂອງທຸກໆປີ. ທຶນປັບປຸງແມ່ນຂອງລັດຖະບານມູນຄ່າ 60 ລ້ານກວ່າກີບ, ເລີ່ມສ້າງແຕ່ວັນທີ 09/01/1996 - 9/01/1997ສໍາເລັດ ແລະ ຈັດພິທີສະຫຼອງວັນທີ 19 - 22/2/1997.
ຂໍ້ມູນ: ຈາກປື້ມປະຫວັດສາດແຂວງອຸດົມໄຊ