ຖ້ຳຈອງອອງ ຕັ້ງຢູ່ບ້ານຈອມອອງ ເມືອງໄຊ ຫ່າງຈາກເທດສະບານເມືອງໄຊ 45 ກິໂລແມັດ (ເປັນເສັ້ນທາງດິນແດງ). ຖ້ໍາຈອມອອງຕັ້ງຢູ່ຫ່າງ ຈາກບ້ານຈອມອອງປະມານ3ກິໂລແມັດ, ທ່າແຮງໃນການພັດທະນາການທ່ອງທ່ຽວຂອງແຂວງແມ່ນເປັນຖໍ້າໃຫຍ່, ຍາວແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງ ປະກອບດ້ວຍສີສັນຕ່າງໆແບບທໍາມະຊາດທີ່ອັດສະຈັນ, ມີຫຼາຍຮູເຂົ້າ-ອອກເຊິ່ງມີຄວາມຍາວທັງຫມົດປະມານ 16 ກວ່າກິໂລແມັດ, ຄວາມກວ້າງຂອງຖໍ້າ ປະມານ 15 - 50 ແມັດແລະຄວາມສູງປະມານ 25-100 ແມັດ.

ຢູ່ໃນຖໍ້າ ບາງບ່ອນມີສາຍນໍ້າໄຫຼຜ່ານ, ມີນົມຜາ, ຫີນຍ້ອຍທີ່ມີລວດລາຍສວຍງາມ,ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດ ພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກໄຟຟ້າຢ່າງສວຍງາມ. ປັດຈຸບັນຖໍ້າດັ່ງກ່າວໄດ້ເອົາ ໄຟຟ້າແສງຕາເວັນເຂົ້າແລ້ວປະມານ 500 ແມັດ. ຢູ່ໃນຖໍ້າຍັງເປັນລັກສະນະເດີມທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ໍານີ້ໄດ້ຜ່ານການສໍາຫຼວດຂອງນັກວິທະສາດ ຈາກສະຫະພັນຢູໂຣບໃນປີ 2009 ແລະປີ 2010 ເປັນຖໍ້າທີ່ເຫມາະສົມໃນການພັດທະນາເປັນສະຖານທີ່ທ່ອງທ່ຽວໃນລະດັບຊາດ.
➢ ປະຫວັດຄວາມເປັນມາຂອງຖ້ໍາຈອມອອງບ້ານຈອມອອງ
ຖ້ໍານີ້ໄດ້ຄົ້ນພົບໃນປີຄສ 2005 ແລະ ເປີດບໍລິການປີຄສ 2007. ຖໍ້າຈອມອອງ ແມ່ນເອີ້ນຕາມຊື່ຂອງບ້ານ, ປະຊາຊົນທ້ອງຖິ່ນເຄີຍເອີ້ນຊື່ຖໍ້ານີ້ໃນເມື່ອກ່ອນວ່າຖໍ້າເຈຍ ຫຼື ຖ້ໍາຂີ້ເຈຍ ຍ້ອນວ່າສະໄຫມກ່ອນ ມີໂຕເຈຍມາອາໄສ ຢູ່ເປັນຈໍານວນຫຼວງຫຼາຍ, ປະຊາຊົນເຂດຈອມອອງ ໄດ້ພາກັນຂຸດເອົາຂີ້ໂຕເຈຍຢູ່ໃນຖ້ໍາມາເຮັດພື້ປືນແກັບ. ດັ່ງນັ້ນ, ປະຊາຊົນເຂດຈອມອອງ ຈຶ່ງໄດ້ພາກັນເອີ້ນຊື່ຂອງຖໍ້ານີ້ວ່າຖໍ້າເຈຍ ຫຼື ຖໍ້າຂີ້ເຈຍ. ແຕ່ທາງພະແນກທ່ອງທ່ຽວໄດ້ ໂຄສະນາໃຫ້ເອີ້ນຊື່ວ່າຖ້ໍາຈອມອອງ ຕາມຊື່ຂອງບ້ານຈົນເຖິງປັດຈຸບັນນີ້.
ບ້ານຈອມອອງອີກປະຫວັດຫນຶ່ງທີ່ເອີ້ນວ່າຈອມອອງ ຍ້ອນວ່າ: ຄໍາວ່າ “ ຈອມ ” ເປັນພາສາກຶມມຸເຊິ່ງແປ ວ່າຕິດຕາມໄປ, ນໍາກົ້ນໄປ, ສ່ວນຄໍາວ່າ “ ອອງ ” ແປວ່າໂຕຕໍ່ດິນ, ໃນສະໄຫມກ່ອນປະຊາຊົນເມືອງນາຫມໍ້ໄດ້ໄປຄ້ອງ ຕໍ່ຫຼືຫາເອົາຮັງໂຕຕໍ່ໂດຍໄດ້ເອົາຍວງຝ້າຍນ້ອຍໆອ່ອນໆມັດອາຫານໃສ່ຕີນໂຕຕໍ່ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປຫາຮັງແລ້ວປະຊາຊົນກໍນໍາໂຕຕໍ່ນັ້ນໄປຈຶ່ງໄປພົບເຫັນເຂດພື້ນທີ່ດັ່ງກ່າວເປັນເຂດທີ່ອຸດົມສົມບູນເຫມາະສົມໃນການຜະລິດກະສິກໍາ, ປູກຝັງ, ລ້ຽງສັດ. ຕໍ່ມາຈຶ່ງພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ແລ້ວຈິ່ງເອີ້ນວ່າບ້ານຈອມອອງຈົນເຖິງ ປັດຈຸບັນ.
ຂໍ້ມູນ: ຈາກປື້ມປະຫວັດສາດແຂວງອຸດົມໄຊ