ນໍ້າຕົກຕາດນໍ້າແຈ ຕັ້ງຢູ່ທາງທິດຕາເວັນອອກຂອງບ້ານທ່າມື່ນ ເມືອງແບງ ແຂວງອຸດົມໄຊ. ສະພາບເສັ້ນທາງການເຂົ້າເຖິງແມ່ນຍັງມີຄວາມຫຍຸ້ງຍາກ ຍັງເປັນເສັ້ນທາງທະລຸເຂົ້າໄປຫາຕາດ ປະມານ 4 ກິໂລແມັດເປັນເສັ້ນທາງທີ່ຍັງບໍ່ໄດ້ຍົກ ລະດັບ. ທ່າແຮງ ແລະ ສິ່ງດຶງດູດນັກທ່ອງທ່ຽວ ແມ່ນນໍ້າຕົກຕາດ ແລະ ປ່າໄມ້ໃຫຍ່ຢູ່ບໍລິເວນຕາດ ປົກຫຸ້ມດ້ວຍປ່າໄມ້ດົກຫນາ.
ລັກສະນະຂອງຕາດ ປະກອບດ້ວຍສອງພັກ, ພັກທີຫນຶ່ງສູງປະມານ 7 ແມັດ, ພັກທີສອງສູງປະມານ 8 ແມັດໃນປີ 2007 ໄດ້ຮັບການຊ່ວຍເຫຼືອ ຈາກບໍລິສັດສາລິກາໄດ້ທະລຸ ເສັ້ນທາງ ຈາກບ້ານທ່າມື່ນເຂົ້າໄປຫານໍ້າຕົກຕາດ

ຂໍ້ມູນ: ຈາກປື້ມປະຫວັດສາດແຂວງອຸດົມໄຊ