ຄະນະບໍລິຫານງານພັກແຂວງ ສະໄໝທີ I
ການປັບປຸງອົງຄະນະພັກແຂວງ ແລະ ອົງການປົກຄອງແຂວງອຸດົມໄຊ ແຕ່ປີ 1962-2022
- ຢູ່ຂັ້ນແຂວງແຕ່ປີ 1962-2022
ພາຍຫຼັງສ້າງຕັ້ງແຂວງຂຶ້ນແລ້ວ, ສູນກາງພັກໄດ້ບົ່ງຕົວແຕ່ງຕັ້ງຄະນະພັກແຂວງຊຸດທຳອິດຂຶ້ນ ລວມມີ 5 ສະຫາຍ ຄື:
- ສະຫາຍ ບຸນທັນ ວັນນະພົນ ເປັນເລຂາພັກແຂວງ, ເຈົ້າແຂວງ
- ສະຫາຍ ບຸນພາ ສຸລິຍະ ເປັນຮອງເລຂາພັກແຂວງ
- ສະຫາຍ ຄຳລານ ສຸວັນນະຈິດ ເປັນຄະນະພັກແຂວງ
- ສະຫາຍ ບຸນສົງ ວົງລ້ອມ ເປັນຄະນະພັກແຂວງ
- ສະຫາຍ ບົວແພງ ບຸນສຸລິນ (ມາຈາກຫຼວງພະບາງ) ເປັນຄະນະພັກແຂວງ
ຈາກນັ້ນ, ຄະນະພັກແຂວງ ກໍໄດ້ຈັດຕັ້ງ ແລະ ປັບປຸງລະບົບການປົກຄອງ ຂອງຕົນຂຶ້ນ ແຕ່ຂັ້ນແຂວງ ລົງຮອດຂັ້ນບ້ານໃຫ້ເປັນລະບົບ ແລະ ເຂັ້ມແຂງ ພ້ອມທັງວາງໜ້າທີ່ພື້ນຖານ ໂດຍເລັ່ງໃສ່ປັບປຸງກຳລັງປະກອບອາວຸດທ້ອງຖິ່ນໃຫ້ເຂັ້ມແຂງ ເພື່ອຂະຫຍາຍເຂດປົດປ່ອຍ ຂອງຕົນໃຫ້ນັບມື້ນັບກວ້າງອອກ. ເອົາໃຈໃສ່ປັບປຸງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າຢູ່ເຂດປົດປ່ອຍດີຂຶ້ນເທື່ອລະກ້າວ. ໃນເມື່ອເຂດປົດປ່ອຍໄດ້ຂະຫຍາຍຕົວນັບມື້ນັບກວ້າງອອກ ຄວາມຮຽກຮ້ອງຕ້ອງການໃນການນຳພາກໍເພີ່ມຂຶ້ນ. ດັ່ງນັ້ນ, ມາໃນປີ 1968 ສູນກາງພັກ ໄດ້ບົ່ງຕົວແຕ່ງຕັ້ງຄະນະພັກແຂວງ ເພີ່ມເຕີມ ຈຳນວນ 7 ສະຫາຍ ຄື:
- ສະຫາຍ ສົມແພງ ແກ້ວບຸນຫວນ
- ສະຫາຍ ສົມຈະເລີ ໄຊຍະສິດ
- ສະຫາຍ ບຸນເພັດ ກິ່ງສະຫງ່າ
- ສະຫາຍ ທອງຈັນ ສີຫານຸວົງ
- ສະຫາຍ ບຸນປັນ ນັນທະລາ
- ສະຫາຍ ບຸນລັດ ພວງມະວົງ
ສະຫາຍ ທອງພັນ ແກ້ວໂພໄຊ
ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ແຕ່ປີ 1971-1982
ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ກໍລະກົດ 1971 ຢູ່ທີ່ສຳນັກງານຂອງແຂວງ ບ້ານນາແສນຄຳປັດຈຸບັນ ມີຜູ້ແທນເຂົ້າຮ່ວມ 49 ສະຫາຍ ທີ່ຕາງໜ້າໜ່ວຍພັກໃນທົ່ວແຂວງ 299 ໜ່ວຍ ແລະ ສະມາຊິກພັກ ຈຳນວນ 1.989 ສະຫາຍ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຈຳນວນ 15 ສະຫາຍ, ຍິງ 1 ສະຫາຍ; ໃນນີ້ຄະນະປະຈຳພັກແຂວງ 5 ສະຫາຍ ຄື:
- ສະຫາຍ ບຸນທັນ ວັນນະພົນ ເປັນເລຂາພັກແຂວງ, ເຈົ້າແຂວງ
- ສະຫາຍ ບຸນສົງ ວົງລ້ອມ ເປັນຮອງເລຂາພັກແຂວງ, ຮັບຜິດຊອບວຽກງານເສດຖະກິດ
- ສະຫາຍ ໜານອ້ວນ ສິດທິລາດ ເປັນຄະນະປະຈຳພັກແຂວງ, ຮັບຜິດຊອບວຽກງານກະສິກຳແຂວງ
- ສະຫາຍ ວິຈິດ ລັດສະຫວັງ ເປັນຄະນະປະຈຳພັກແຂວງ, ຮັບຜິດຊອບທະຫານທ້ອງຖິ່ນ
- ສະຫາຍ ບຸນປັນ ນັນທະລາ ເປັນຄະນະປະຈຳພັກແຂວງ, ຮັບຜິດຊອບວຽກງານໂຄສະນາອົບຮົມ
- ສະຫາຍ ນາງ ເນີຍ ສຸວັນທອງ ເປັນກຳມະການພັກແຂວງ, ຮັບຜິດຊອບສະມາຄົມແມ່ຍິງແຂວງ
- ສະຫາຍ ທອງພັນ ແກ້ວໂພໄຊ ເປັນກຳມະການພັກແຂວງ, ຮັບຜິດຊອບວຽກງານຊາວໜຸ່ມ
- ສະຫາຍ ລາວປາງໄຊ ເປັນກຳມະການພັກແຂວງ, ຮັບຜິດຊອບທະຫານລາວສູງ
- ສະຫາຍ ບຸນລັດ ພວງມະວົງ ເປັນກຳມະການພັກແຂວງ, ຮັບຜິດຊອບສະຫວັດດີການ-ສັງຄົມ
- ສະຫາຍ ສົມຈະເລີ ໄຊຍະສິດ ເປັນກຳມະການພັກແຂວງ, ຮັບຜິດຊອບແນວໂຮມ
- ສະຫາຍ ອິນແປງ ເສົາຄຳແສງ ເປັນກຳມະການພັກແຂວງ, ເປັນເລຂາພັກເມືອງ, ເຈົ້າເມືອງໆນາໝໍ້
- ສະຫາຍ ຈານບຸນມີ ຈະເລີນໄຊ ເປັນກຳມະການພັກແຂວງ, ຮັບຜິດຊອບຫ້ອງການພັກ
- ສະຫາຍ ບຸນສີ ສຸລິວົງ ເປັນກຳມະການພັກແຂວງ, ຮັບຜິດຊອບ ປກສ ແຂວງ
- ສະຫາຍ ຈັນດີ ເປັນກຳມະການພັກແຂວງ, ຮັບຜິດຊອບວຽກງານຈັດຕັ້ງແຂວງ
- ສະຫາຍ ລາວກະເປົ່າ ເປັນກຳມະການພັກແຂວງ, ຮັບຜິດຊອບວຽກງານຊົນເຜົ່າ