ຫ້ອງວ່າການແຂວງອຸດົມໄຊ ລົງເຄື່ອນໄຫວວຽກງານຫ້ອງວ່າການຮອບດ້ານຢູ່ເມືອງງາ ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຊີ້ນຳແຜນວຽກໃນຕໍ່ໜ້າໃຫ້ມີປະສິດທິພາບຫຼາຍຂື້ນເປັນຕົ້ນແມ່ນ ວຽກງານການເປັນເສນາທິການອຳນວຍຄວາມສະດວກໃຫ້ການນຳ, ວຽກງານບໍລິຫານ ພິທີການ ການຮັບແຂກ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານຮາກຖານການເມືອງ ແລະວຽກງານອື່ນຢ່າງຮອບດ້ານ ແລະ ຫັນເປັນທັນສສະໄໝເທືອລະກ້າວການລົງເຮັດວຽກຮ່ວມກັບເມືອງຄັ້ງນີ້ ຫ້ອງວ່າການແຂວງໄດ້ນຳເອົາເຄື່ອງຄອມພີວເຕີ ຈຳນວນ 1ຊຸດ, ເຄື່ອງພິ່ນເຕີ 1ຊຸດ ແລະ ລົດຖີບຈຳນວນ 3 ຄັນມອບໃຫ້ເມືອງງາ ເພື່ອຮັບໃຊ້ເຂົ້າໃນວຽກງານຫ້ອງວ່າການຂອງເມືອງ.
ບົດຄວາມທີ່ໜ້າສົນໃຈ
ປີ 2021 ຜ່ານມາ ແຂວງອຸດົມໄຊ ປະຕິບັດການລົງທຶນໃສ່ການພັດທະນາ ໄດ້ລື່ນແຜນການ 7%
ໃນຕະລອດໄລຍະ 1 ປີຜ່ານມາ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດວຽກງານການລົງທຶນໃສ່ການພັດທະນາ ໂດຍຕິດພັນກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ສາມາດເຮັດໃຫ້ການຈັດຕັ້ງປະຕິບັດໄດ້ລື່ນແຜນ…
ທ່ານເຈົ້າແຂວງອຸດົມໄຊ ໂອ້ລົມ ພະນັກງານຫລັກແຫລ່ງ ຂົງເຂດຂະແຫນງການເງິນ
ວັນທີ 14 ກໍລະກົດນີ້ ພະນັກງານຫລັກແຫລ່ງ ຂົງເຂດຂະແຫນງການເງິນ ພາຍໃນເທດສະບານແຂວງອຸດົມໄຊ ເຂົ້າຮ່ວມຮັບຟັງການ ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ…
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ
ໃນຫວ່າງ ວັນທີ 31 ກໍລະກົດ ຫາ ວັນທີ 1 ສິງຫານີ້ ທ່ານ ສອນໄຊ…