ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ອົງຄະນະພັກແຂວງ ແຕ່ປີ 1971-1982
ວັນທີ 20 ກໍລະກົດ 1971 ກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງຄັ້ງທີ I ໄດ້ໄຂຂຶ້ນຢູ່ເມືອງໄຊ, ເຊິ່ງມີຜູ້ແທນເຂົ້າຮ່ວມ 49 ສະຫາຍ ຕາງໜ້າໃຫ້ໜ່ວຍພັກ ທັງໝົດໃນທົ່ວແຂວງຈໍານວນ 299 ໜ່ວຍ ແລະ ສະມາຊິກພັກ 1989 ສະຫາຍ. ກອງປະຊຸມໄດ້ເລືອກເອົາຄະນະພັກ 15 ສະຫາຍ, ຄະນະປະຈຳ 5 ສະຫາຍຄື:
- ສະຫາຍ ບຸນທັນ ວັນນະພົນ ເປັນເລຂາພັກແຂວງ, ເຈົ້າແຂວງ:
- ສະຫາຍ ບຸນສົງ ວົງລ້ອມ ເປັນຮອງ ( ຮັບຜິດຊອບວຽກງານເສດຖະກິດ )
- ສະຫາຍ ໜານອ້ວນ ເປັນຄະນະປະຈຳ ( ຮັບຜິດຊອບວຽກງານ ກະສິກກຳແຂວງ )
- ສະຫາຍ ວິຈິດ ເປັນຄະນະປະຈຳ ( ຮັບຜິດຊອບທະຫານທ້ອງຖິ່ນ )
- ສະຫາຍ ບຸນປັນ ນັນທະລາ ເປັນຄະນະປະຈຳ ( ຮັບຜິດຊອບໂຄສະນາອົບຮົມ )
- ສະຫາຍ ນາງ ເນີຍ ເປັນກຳມະການ ( ຮັບຜິດຊອບສະມາຄົມແມ່ຍິງແຂວງ )
- ສະຫາຍ ທອງພັນ ແກ້ວໂພໄຊ ເປັນກຳມະການ ( ຮັບຜິດຊອບວຽກງານຊາວໜຸ່ມ )
- ສະຫາຍ ລາວປາງໄຊ ເປັນກຳມະການ ( ຮັບຜິດຊອບທະຫານລາວສູງ )
- ສະຫາຍ ບຸນລັດ ເປັນກຳມະການ ( ຮັບຜິດຊອບສະຫວັດດີການ-ສັງຄົມ )
- ສະຫາຍ ສົມຈະເລີ ເປັນກຳມະການ ( ຮັບຜິດຊອບແນວໂຮມ )
- ສະຫາຍ ອິນແປງ ເປັນກຳມະການ ( ເປັນເລຂາພັກ ແລະ ເຈົ້າເມືອງໆນາໝໍ້ )
- ສະຫາຍ ຈານບຸນມີ ຈະເລີນໄຊ ເປັນກຳມະການ ( ຮັບຜິດຊອບຫ້ອງການພັກ )
- ສະຫາຍ ບຸນສີ ເປັນກຳມະການ ( ຮັບຜິດຊອບ ປກສ ແຂວງ )
- ສະຫາຍ ຈັນດີ ເປັນກຳມະການ ( ຮັບຜິດຊອບ ວຽກງານຈັດຕັ້ງແຂວງ )
- ສະຫາຍ ລາວກະເປົ່າ ເປັນກຳມະການ ( ຮັບຜິດຊອບວຽກງານຊົນເຜົ່າ )
ປີ 1976 ສູນກາງພັກໄດ້ບົງຕົວເອົາຄະນະປະຈຳ ແລະ ຄະນະພັກອີກ 6 ສະຫາຍ:
+ ຄະນະປະຈຳມີ 2 ສະຫາຍຄື:
- ສະຫາຍ ສົມຈະເລີ
- ສະຫາຍ ບຸນເຮືອງ
+ ຄະນະພັກມີ 4 ສະຫາຍຄື:
- ສະຫາຍ ໄຊເຊັງລີ ເຕັງເບຼຍຈື
- ສະຫາຍ ຈັນວົງ ໄຊຊົງເຊົາ
- ສະຫາຍ ອຸທິດ ແສງເດືອນ
- ສະຫາຍ ທອງດຳ
ຂໍ້ມູນຈາກ: ປື້ມປະຫວັດສາດ ແຂວງອຸດົມໄຊ ສະບັບປັບປຸງ 2022