ພິທີ ມອບ-ຮັບ ໜ້າທີ ລະຫວ່າງ ທ່ານເຈົ້າແຂວງ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ຈັດຂື້ນ ໃນວັນທີ 16 ກຸມພາ 2021 ຢູ່ທີ່ຫ້ອງ ວ່າການແຂວງອຸດົມໄຊ ໂດຍປະຕິບັດຄຳສັ່ງ ຂອງກົມການເມືອງສູນກາາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃຫ່ມ ກົມການເມືອງສູນກາງພັກ ອອກຄຳສັ່ງ ຍົກຍ້າຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ ອຸດົມໄຊ ຜູ້ເກົ່າ ໄປຮັບໜ້າທີ່ໃຫ່ມຢູ່ ຄະນະໂຄສະນາອົບຮົມສູນກາງພັກ ແລະ ປະຕິບັດມະຕິຕົກລົງ ຂອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ ກົມການເມືອງສູນກາງພັກ ຕົກລົງ ແຕ່ງຕັ້ງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ຜູ້ໃຫ່ມ ພ້ອມທັງເປັນຜູ້ຮັກສາການເຈົ້າແຂວງໆອຸດົມໄຊ ຕາມດຳລັດວ່າດ້ວຍການແຕ່ງຕັ້ງຂອງນາຍົກລັດຖະມົນຕີ.
ບົດຄວາມທີ່ໜ້າສົນໃຈ
ແຂວງອຸດົມໄຊ ປ່ອຍປາ ຈຳນວນ 1 ແສນກ່ວາໂຕ ລົງແມ່ນ້ຳທຳມະຊາດ
ວັນທີ່ 13 ກໍລະກົດ 2023 ນີ້ ທີ່ວັງອະນຸລັກ ເຂດສະໜາມກິລາ ແຂວງ ໄດ້ຈັດພິທີ ປ່ອຍປາ…
ອຳນວຍການ ທຄລ ເຂົ້າລາຍງານວຽກງານ ຕໍ່ທ່ານເຈົ້າແຂວງອຸດົມໄຊ
ທ້າຍອາທິດຜ່ານມານີ້ ທ່ານນາງ ສາຍສະຫມອນ ຈັນທະຈັກ ຜູ້ອໍານວຍການ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ…
ບໍລິສັດ ລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວ ມອບເງິນຊ່ວຍເຫຼືອໃຫ້ແຂວງອຸດົມໄຊ 50.000.000 ກີບ
ຕອນເຊົ້າວັນທີ 14 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ບໍລິສັດ ລາວວີໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວມອບເງິນໃຫ້ແຂວງອຸດົມໄຊ ຈຳນວນເງິນ…