ນໍ້າຕົກຕາດນໍ້າແຮງ ບ້ານກະຕາງຢາ ຕັ້ງຢູ່ຫ່າງ ຈາກເທດສະບານເມືອງຮຸນປະມານ 24 ກິ ໂລແມັດ. ເປັນເສັ້ນທາງປູຢາງ 4 ກິໂລແມັດຈາກ ນັ້ນເຂົ້າເປັນ ເສັ້ນທາງຍົກລະດັບປູຫີນແຮ່ແລະ ດິນແດງທຽວໄດ້ໃນ ລະດູແລ້ງເທົ່ານັ້ນ. ທ່າແຮງຂອງຕາດແມ່ນເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມອີກແຫ່ງຫນຶ່ງຂອງແຂວງອຸດົມໄຊທີ່ອຸດົມສົນບູນດ້ວຍທໍາມະຊາດ, ຊີວະນາໆພັນ.
ລັກສະນະຂອງຕາດໄດ້ປະກອບມີຫຼາຍພັກເປັນຊັ້ນ ແລະ ເນີນຂຶ້ນໄປ, ແຕ່ລະພັກສາມາດລົງຫຼິ້ນອາບນໍ້າ. ນອກຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ,ການຜະລິດກະສິກໍາຂອງຊາວບ້ານທີ່ມີຄວາມຜູກພັນກັບສະຖານທີ່ແຫ່ງນີ້ມາແຕ່ຊ້ານານ. ເຊິ່ງບ້ານດັ່ງກ່າວນີ້ມີຂອບເຂດ ຊາຍແດນຕິດກັບຫມູ່ບ້ານຕ່າງໆດັ່ງນີ້: ທິດເຫນືອຕິດກັບບ້ານນໍ້າຢືງ, ທິດໃຕ້ຕິດກັບບ້ານລອງອີນ,ທິດຕາເວັນອອກຕິດ ກັບບ້ານດູ່, ບ້ານງິ້ວ ແລະ ທິດຕາເວັນຕົກຕິດກັບບ້ານນໍ້າຫມ້ຽງ.

ນໍ້າຕົກຕາດນໍ້າແຮງເປັນນໍ້າຕົກຕາດທີ່ເກີດຂຶ້ນມາໂດຍທໍາມະຊາດແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ3, ໃນສະໄຫມກ່ອນແມ່ນທ້າວແຊນມີເປັນຜູ້ນໍາພາມາຕັ້ງບ້ານປະກອບມີ15 ຄອບຄົວໄດ້ຕັ້ງຊື່ວ່າບ້ານແຊມມີຫຼັງຈາກນັ້ນມາໄດ້ຕັ້ງຊື່ວ່າ: ບ້ານນໍ້າແຮງເພາະວ່ານໍ້າໄຫຼຕົກລົງໄປສູ່ຕາດມີຄວາມແຮງແລະສົ່ງສຽງດັງສະຫນັ່ນໄປໄກ, ສຽງນັ້ນ ດັງແຮງຫຼາຍສະນັ້ນ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕາດນໍ້າແຮງ. ນໍ້າຕົກຕານໍ້າແຮງປະກອບມີສາມຕາດລຽນກັນຂຶ້ນຄື: ຕາດທີ 1: ມີຄວາມສູງປະມານ 13 ແມັດ, ຕາດທີ 2: ມີຄວາມສູງປະມານ 8 ແມັດແລະຕາດທີ 3: ສູງປະມານ 5 ແມັດ. ນໍ້າຕົກຕາດນໍ້າແຮງມີຄວາມຍາວທັງຫມົດປະມານ 20 ກິໂລແມັດ, ແມ່ນໍ້ານີ້ໄຫຼອອກມາຈາກບ້ານນໍ້າຍີ່ງໄປສູ່ ບ້ານສີບຸນເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດວິທະຍາ ແລະ ຊີວະນາໆພັນ. ອີກສາຍເຫດຫນຶ່ງທີ່ວ່າ ຕາດນໍ້າແຮງ ນັ້ນ ຍ້ອນວ່າແຕ່ກ່ອນນັ້ນ ມີປ່າດົກຫນາປົກຫຸ້ມທີ່ອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນຫນ້າຕາດ ມີເຄືອຫມາກແຫຼະເສັ້ນຫນຶ່ງໃຫຍ່ຢ່ອນລົງມາຫນ້າຕາດເວລານໍ້າຕົກໂຕນຕາດຖືກເຄືອເຂົາດັ່ງກ່າວນັ້ນມັນກະເດັນອອກທັບໃສ່ນໍ້າໂຕນຕາດກາຍເປັນສຽງດັງແຮງອອກໄປຫຼາຍກິໂລແມັດ ບາງຄັ້ງກໍ່ໄດ້ຍິນສຽງດັງໄປຮອດເມືອງຮຸນ.ດ້ວຍ ເຫດນັ້ນປະຊາຊົນເມືອງຮຸນ ຈິ່ງພາກັນເອີ້ນຊື່ຕາດນີ້ວ່າ: ຕາດນໍ້າແຮງ ແລະ ເປັນນໍ້າຕົກຕາດສັກສິດທີ່ຄົນທ້ອງຖິ່ນ ເຄີຍເຄົາລົບນັບຖືວ່າມີເຈົ້າຖິ່ນເຈົ້າຖານປົກປັກຮັກສາທີ່ບໍ່ຄວນລົບລູ່ ໂດຍສະເພາະບໍ່ໃຫ້ຂ້າໂຕແບ້ ແລະ ໂຕຫມາຖິ້ມ ລົງນໍ້າ ຊຶ່ງອາດເຮັດໃຫ້ລະບົບນໍ້າແຫ້ງລົງ ຕາມການເຊື່ອຖືຂອງຊາວບ້ານແຕ່ບູຮານນະການຈົນມາເຖິງວັນນີ້.
ຂໍ້ມູນ: ຈາກປື້ມປະຫວັດສາດແຂວງອຸດົມໄຊ