ຄະນະບໍລິຫານງານພັກແຂວງ ສະຫຼຸບວຽກງານ ປະຈຳໄຕມາດ I

ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄຫມທີ IX ປະຈຳໄຕມາດ I ປີ 2025 ໄດ້ຈັດຂຶ້ນໃນວັນທີ 28 ມີນາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ, ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ 7 ເມືອງ, ສອງກອງບັນຊາການ, ພະແນກການ, ອົງການ ອ້ອມຂ້າງ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເປັນການສະຫລູບການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 3 ເດືອນ ຜ່ານມາ ຕໍ່ກັບການບໍລິຫານງານຂອງຄະນະພັກໃນແຕ່ລະຂົງເຂດວຽກງານ ໂດຍສະເພາະແມ່ນການເຄື່ອນໄຫວ ນຳພາ-ຊີ້ນຳ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ປະຈຳໄຕມາດ I ປີ 2025, ທິດທາງແຜນການ ວຽກງານຈຸດສຸມ ປະຈຳໄຕມາດ II ປີ 2025, ການຈັດຕັ້ງແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈຳໄຕມາດ I ແລະ ທິດທາງແຜນການ ປະຈຳໄຕມາດ II ປີ 2025, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຜົນການແກ້ໄຂສະພາບໄຟໄຫມ້ ແລະ ລະເບີດແຕກ ຢູ່ ບ້ານນາໝີ, ເມືອງໄຊ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳໄຕມາດ I ແລະ ທິດທາງແຜນການ ປະຈຳໄຕມາດ II ປີ 2025, ຕິດພັນກັບການແກ້ໄຂ ລົດນຳເຂົ້າບໍ່ຖືກຕ້ອງ, ພ້ອມນີ້ ກອງປະຊຸມຍັງໄດ້ ລາຍງານຫຍໍ້ ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ ແລະ ຄວາມຄືບໜ້າ ກອງປະຊຸມໃຫຍ່ ຮາກຖານພັກ ສຳນັກງານ, ອົງການ ອ້ອມຂ້າງແຂວງ, ການກະກຽມກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ X.

ຕະຫຼອດໄລຍະ 3 ເດືອນ ຜ່ານມາ ພາຍໃຕ້ການ ນຳພາ-ຊີ້ນຳ ຂອງອົງຄະນະພັກແຂວງ ເຮັດໃຫ້ວຽກງານຂົງເຂດຕ່າງໆ ມີຜົນງານທີ່ໂດດເດັ່ນຂຶ້ນ ໂດຍສະເພາະແມ່ນ ວຽກງານການເມືອງ-ແນວຄິດ ໄດ້ນຳເອົາແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍ, ນິຕິກຳຕ່າງໆ ເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້, ນຳພາ-ຊີ້ນຳ ຜັນຂະຫຍາຍ ຈັດຕັ້ງປະຕິບັດ ມະຕິ 04/ກມສພ ວ່າດ້ວຍການ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃຫມ່, ການປະຕິບັດ ນິຕິກຳ ວ່າດ້ວຍການເພີ່ມທະວີ ການຄຸ້ມຄອງປ່າໄມ້ ແລະ ໄຟໄໝ້ລາມປ່າ ແມ່ນສາມາດປະຕິບັດໄດ້ດີ ເຊີ່ງມາຮອດປະຈຸບັນ ຍັງບໍ່ມີເຫດໄຟໄຫມ້ແບບຮຸນແຮງເກີດຂຶ້ນຢູ່ແຂວງອຸດົມໄຊ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຫັນວ່າ ສາມາດຄວບຄຸຸມລາຄາສິນຄ້າໃນທ້ອງຕະຫຼາດ ແລະ ອັດຕາເງິນເຟີ້ ແມ່ນຢູ່ໃນລະດັບຄົງທີ່, ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນການລົງທຶນຂອງລັດ ທີ່ສະພາຮັບຮອງ ແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມແຜນ, ໂດຍສະເພາະແມ່ນ ໂຄງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ, ໂຄງການຊ່ວຍເຫຼືອ ເພື່ອການພັດທະນາ, ທຶນທະນາຄານໄດ້ຮັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຕໍ່ເນື່ອງ, ອັນພົ້ນເດັ່ນແມ່ນ ໂຄງການພັດທະນາ ພະລັງງານແສງຕາເວັນ, ໂຄງການພັດທະນານິຄົມອຸດສະຫະກຳ ອຳມະຕະ ແລະ ໂຄງການອື່ນໆ ມີຄວາມຄືບໜ້າດີ, ການຈັດເກັບລາຍຮັບ ໄດ້ຫັນເປັນທັນສະໄໝຫຼາຍຂຶ້ນ ແລະ ສາມາດອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານເທື່ອລະກ້າວ, ຈັດເກັບລາຍຮັບໄດ້ 84.24 ຕື້ກີບ ເທົ່າກັບ 34.34% ຂອງແຜນການ, ການຜະລິດກະສິກຳເປັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ຕິດພັນກັບ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການສົ່ງເສີມຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງຂອງແຂວງ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ ເປັນຕົ້ນແມ່ນ ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນ, ເສັ້ນທາງຊົນນະບົດ, ພົ້ນເດັ່ນແມ່ນ ເສັ້ນທາງພາຍໃນເທດສະບານແຂວງ ໄດ້ສຳເລັດການປູເບຕົງ 1 ເສັ້ນ ແລະ ຈະປູອັດສະຟານ ຈຳນວນ 7 ເສັ້ນ ນອກນີ້ ຍັງມີໂຄງການອື່ນໆ ທີ່ພວມຈັດຕັ້ງປະຕິບັດຢ່າງຈິງຈັງ. ກອງປະຊຸມ ທ່ານປະທານຍັງມີຄຳຖາມເຈາະຈີ້ມແຕ່ລະໜ້າວຽກ ຕໍ່ ພະແນກການ, ອົງການ ແລະ ບັນດາເມືອງ ຕື່ມອີກ.