ວັນທີ 19 ກຸມພາ 2025 ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ລົງຕິດຕາມ, ຊຸກຍູ້ ໂຄງການຖານເຊື່ອມຕໍ່ພະລັງງານສະອາດຢູ່ ເມືອງໄຊ ແລະ ເມືອງນາໝໍ້ ຂອງ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວຈຳກັດ ພາຍຫລັງທີ່ທ່ານເຈົ້າແຂວງໄປຮອດ ກໍ່ໄດ້ຮັບການຕ້ອນຮັບ ຈາກພະນັກງານພາຍໃນບໍລິສັດພ້ອມຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໂຄງການ ຈາກ ທ່ານ ຫວ່າງຊິວເຜີງ ຮອງປະທານບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຍີລາວຈຳກັດ ແລະ ທ່ານ ຕິ່ງ ກົງຈານ ຜູ້ຈັດການໂຄງການ ຊີຈີເອັນລາວ ໄລຍະທີ1.
ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ,ບ້ານຈອມອອງ,ບ້ານກີ່ວແຈບ,ບ້ານນາຖົ່ວ,ບ້ານນໍ້າບໍ່ຕາໄກ່,ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງຄື: ເມືອງໄຊ ແລະ ເມືອງນາໝໍ້,ໃນເນື້ອທີ່ 20,901,612 ຕາແມັດ,ມີ 1009 ຕອນ ໃນນັ້ນ ດິນລວມບ້ານມີ 53 ຕອນ, ເນື້ອທີ 672,344 ຕາເມັດ, ດິນທີ່ທົດແທນຄ່າເສຍຫາຍ ມີ 349 ຄອບຄົວ, ມີ 956 ຕອນ,ເນື້ອທີ 20,229,268 ຕາແມັດ.ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ໂຄງການ ກໍາລັງຕິດຕັ້ງ 1.000 MWຢູ່ແຂວງອຸດົມໄຊມາຮອດປະຈຸບັນ ຄວາມຄືບໜ້າຂອງໂຄງການ ມີ: ແຜງໂຊລ່າເຊວທີ່ຕິດຕັ້ງສໍາເລັດສາມາດຜະລິດໄຟໄດ້ແລ້ວ 2MW;ເຈາະຂຸມທີ່ຈະຕັ້ງເສົາແຜງໂຊລ່າເຊວໄດ້ປະມານ 60.000 ຂຸມ, ມີວິຊາການ ແລະ ແຮງງານ ທັງໝົດປະມານ 800 ຄົນ.



ໂອກາດນີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຊົມເຊີຍ ແລະ ເປັນຫ່ວງເປັນໄຍຕໍ່ການຈັດຕັ້ງປະຕິບັດວຽກງານຂອງພະນັກງານເພາະດິນຟ້າອາກາດກໍ່ມີການແປງແປງຕະຫຼອດ,ພ້ອມແນະນຳໃຫ້ບໍລິສັດເອົາພື້ນທີ່ເປົ່າຫວ່າງທີ່ຢູ່ກ້ອງແຜງໂຊລ່າເຊວເຮັດເປັນພື້ນທີ່ກະສິກຳ, ປູກຝັງ-ລ້ຽງລັດ ໃຫ້ປະຊາຊົນມີສ່ວນຮ່ວມ,ສ້າງທາງເຂົ້າຫາຈຸດຊົມວິວຂອງໂຄງການ ເພື່ອເປັນການສົ່ງເສີມການທ່ອງທ່ຽວຂອງແຂວງພ້ອມທັງປູກດອກໄມ້ໃສ່ສອງຟາກທາງ,ເພື່ອໃຫ້ສາມາດຮອງຮັບເປັນບ່ອນທ່ອງທ່ຽວອີກແຫ່ງໜື່ງຂອງແຂວງ,ປະກອບສ່ວນສ້າງສາພັດທະນາປະເທດຊາດ,ສ້າງເສດຖະກິດໃຫ້ປະຊາຊົນ ພາຍໃນທ້ອງຖິ່ນມີວຽກເຮັດງານທຳນັບມື້ຫຼາຍຂຶ້ນ.