ທ່ານ ເຈົ້າແຂວງ ພ້ອມດ້ວຍຄະນະ ລົງກວດກາຄວາມຄືບໜ້າຂອງ ໂຄງການພະລັງງານ ໄຟຟ້າແສງຕາເວັນ

ຄວາມຄືບໜ້າໄຟຟ້າແສງຕາເວັນ CGN

ໃນຕອນບ່າຍວັນທີ 29 ພຶດສະພາ 2025 ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າຂອງ ໂຄງການພະລັງງານ ໄຟຟ້າແສງຕາເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ໂດຍໄດ້ຮັບການຕ້ອນຮັບ ຈາກຄະນະຜູ້ບໍລິຫານ ແລະ ພະນັກງານພາຍໃນບໍລິສັດ ພ້ອມທັງຟັງການລາຍງານສະພາບການຈັດຕັ້ງປະຕິບັດໂຄງການ.

ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດ ຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ, ບ້ານຈອມອອງ, ບ້ານກີ່ວແຈບ, ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ເນື້ອທີ່ 2,090 ກວ່າເຮັກຕາ, ມີ 1,009 ຕອນ ໃນນັ້ນ ດິນລວມບ້ານ ມີ 53 ຕອນ, ເນື້ອທີ່ 67 ກວ່າເຮັກຕາ, ດິນທີ່ທົດແທນຄ່າເສຍຫາຍ ມີ 349 ຄອບຄົວ, ມີ 956 ຕອນ, ເນື້ອທີ່ 2,022 ກວ່າເຮັກຕາ. ມີວິຊາການ ແລະ ແຮງງານ ປະມານ 800 ຄົນ.

ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ໂຄງການ ກໍາລັງຕິດຕັ້ງ 1.000 MW, ຜະລິດພະລັງງານໄຟຟ້າ ສະເລ່ຍ 1,700 ກິກາວັດໂມງ/ປີ, ເຊັນສັນຍາ ສຳປະທານ ໃນວັນທີ 12 ກັນຍາ 2024.

ມາຮອດປະຈຸບັນຄວາມຄືບໜ້າໃນການກໍ່ສ້າງ ໂຄງການພະລັງງານ ໄຟຟ້າແສງຕາເວັນ ເມືອງໄຊ ແລະ ເມືອງນາໝໍ້ ທີ່ພົ້ນເດັ່ນ:ວຽກຕິດຕັ້ງແຜງ ໂຊລາເຊວ (Solarcell) ສໍາເລັດວຽກງານການຊົດເຊີຍທີ່ດິນ, ສໍາເລັດວຽກງານການອານາໄມເຂດພື້ນທີ່ສະໜາມ ໂຊລາເຊວ (Solarcell) 95.74%, ສໍາເລັດວຽກງານການກໍ່ສ້າງເສັ້ນທາງເຂດພື້ນທີ່ສະໜາມ ໂຊລາເຊວ (Solarcell) 81.32%, ສໍາເລັດວຽກງານຕິດຕັ້ງເສົາ ໂຊລາເຊວ (Solarcell) 59.78%, ສໍາເລັດວຽກງານຕິດຕັ້ງໂຄງສ້າງ 3.56% ແລະ ສໍາເລັດວຽກງານການຕິດຕັ້ງແຜງ ໂຊລາເຊວ (Solarcell) 1.89%. ວຽກກໍ່ສ້າງສາຍສົ່ງໄຟຟ້າ ສຳເລັດການສຳຫຼວດ ແລະ ຢັ້ງຢືນພື້ນທີ່ຊົດເຊີຍຂອງຖານເສົາ ຈຳນວນ 43 ຕົ້ນ ເທົ່າກັບ 74%, ສໍາເລັດວຽກງານການປົກປັກຮັກສາສິ່ງແວດລ້ອມວິສະວະກໍາສີຂຽວຕາມເສັ້ນທາງເຂົ້າອອກ 66,15% ແລະ ວຽກອື່ນໆອີກຈໍານວນໜຶ່ງ. ພ້ອມນີ້ທາງໂຄງການ ໄດ້ສ້າງຈຸດສັງເກດການປ້ອງກັນໄຟປ່າ ເພື່ອເປັນບ່ອນສັງເກດ, ຕິດຕາມການອານຸລັກທຳມະຊາດ, ຄວາມປອດໄພໃນການເຝົ້າລະວັງ ແລະ ສັງເກດການຕ້ານອັກຄີໄພໃນຂອບເຂດອ້ອມຮອບໂຄງການ. ສ້າງເສັ້ນທາງເບຕົງເຂົ້າໄປຫາພື້ນທີ່ດັ່ງກ່າວ ເພື່ອອຳນວຍຄວາມສະດວກ ແລະ ສາມາດໃຊ້ຈຸດດັ່ງກ່າວເປັນບ່ອນຄ່ຽນຖ່າຍເຄື່ອງ, ວັດສະດຸອຸປະກອນ ຂອງໂຄງການກໍ່ສ້າງໄຟຟ້າແສງຕາເວັນ ແລະ ສະຖານີໄຟຟ້າ; ຄາດວ່າຈະຂາຍໄຟຟ້າຢ່າງເປັນທາງການໃນທ້າຍປີ 2025 ນີ້.

ພາຍຫຼັງໂຄງການໄດ້ສໍາເລັດການກໍ່ສ້າງ ແລະ ກ້າວເຂົ້າສູ່ໄລຍະດໍາເນີນງານ ກໍ່ຈະກາຍເປັນໂຄງການຕົວແບບທີ່ຈະສາມາດສ້າງຜົນປະໂຫຍດທາງກົງ ແລະ ທາງອ້ອມ ໃຫ້ແກ່ທ້ອງຖິ່ນ ຕາມພັນທະຂອງສັນຍາ ແລະ ຈະກາຍເປັນສັນຍາລັກອັນໂດດເດັ່ນໃຫ້ແກ່ ສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ – ຈີນ ຕື່ມອີກ. ຄວາມຄືບໜ້າ ແລະ ຜົນສຳເລັດ ແມ່ນຍ້ອນຄວາມຕັດສິນໃຈສູງຂອງບໍລິສັດຜູ້ພັດທະນາໂຄງການ ທີ່ມີຄວາມຈິງໃຈຢາກໃຫ້ໂຄງການເກີດຂຶ້ນ ແລະ ສຳເລັດຕາມເປົ້າໝາຍທີ່ວາງໄວ້. ທີ່ສຳຄັນ ກໍແມ່ນພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນ ໃນການພັດທະນາແຫຼ່ງພະລັງງານບົ່ມຊ້ອນຕ່າງໆ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງດ້ານໂຄງລ່າງພະລັງງານກັບບັນດາປະເທດໃນພາກພື້ນເວົ້່າລວມ ເວົ້່າສະເພາະແມ່ນ ກັບ ສປ ຈີນ, ແນໃສ່ສ້າງໃຫ້ ສປປ ລາວ ກາຍເປັນຈຸດເຊື່່ອມຕໍ່ດ້ານການຊື້ຂາຍ, ແລກປ່ຽນພະລັງງານທີ່ສໍາຄັນໃນຕໍ່ໜ້າ.

ຂ່າວ: ຄຳພັນ ແກ້ວມະນີ