ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງອຸດົມໄຊ ຄັ້ງທີ X ຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກ ແຂວງອຸດົມໄຊ ຄັ້ງທີ X ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 8 ສິງຫາ 2025 ນີ້ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ ເລຂາ ຄະນະບໍລິຫານງານພັກ ເຈົ້າແຂວງໆອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາແຂວງອຸດົມໄຊ ມີບັນດາສະຫາຍຮອງເລຂາພັກແຂວງ ຄະນະປະຈໍາພັກແຂວງ ກໍາມະການພັກແຂວງ, ຕາງໜ້າຈາກນະຄອນຫຼວງວຽງຈັນ ແຂວງຫຼວງນ້ຳທາ ຫ້ອງວ່າການສູນກາງພັກ ຄະນະຈັດຕັ້ງສູນກາງພັກ ຄະນະກວດກາສູນກາງພັກ ກອງພົນທະຫານຮາບທີ 3, ບັນດາກະຊວງຂັ້ນສູນກາງ ບັນດາສະຫາຍ ອະດີດການນໍາ ພັກ – ລັດ ຂອງແຂວງ ນັກປະຕິວັດອາວຸໂສ ຜູ້ຊົງຄຸນວຸດທິ ນັກຮົບແຂ່ງຂັນ ບັນດາບໍລິສັດ ນັກທຸລະກິດ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ໃຫ້ກຽດກ່າວໄຂກອງປະຊຸມຢ່າງເປັນທາງການ ເຊີ່ງສະຫາຍ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ໄຂຂຶ້ນຢ່າງ ສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສໍາຄັນຕ່າງໆຂອງຊາດ – ຂອງພັກ ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ

ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ກໍ່ຄືມະຕິ, ຄໍາສັ່ງ ແລະ ບົດແນະນໍາຕ່າງໆຂອງ ຄະນະພັກຂັ້ນເທິງ, ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ IX ໄດ້ອອກມະຕິແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ໄດ້ສຸມໃສ່ນໍາພາຊີ້ນໍາ ຈັດຕັ້ງປະຕິບັດ ກ່ຽວກັບການກະກຽມກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄະນະພັກຂັ້ນຕ່າງໆ ໃນຂອບເຂດທົ່ວແຂວງ, ເຊິ່ງມາຮອດປັດຈຸບັນຂະບວນການກະກຽມໃນແຕ່ລະດ້ານ ໄດ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້, ອັນພົ້ນເດັ່ນ ແມ່ນການດໍາເນີນກອງປະຊຸມໃຫຍ່ ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ກອງປະຊຸມໃຫຍ່ຂອງອົງຄະນະພັກ 7 ເມືອງ, ສອງກອງບັນຊາການ ແລະ ຄະນະພັກສຳນັກງານ-ອົງການອ້ອມຂ້າງແຂວງ ສໍາເລັດຕາມຄາດໝາຍ ອັນໄດ້ສ້າງພື້ນຖານ ແລະ ເງື່ອນໄຂໜັກແໜ້ນ ຮອບດ້ານ ໃຫ້ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງໃນມື້ນີ້.

ການດໍາເນີນກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ ຊຶ່ງຜູ້ແທນກອງປະຊຸມຈະໄດ້ພ້ອມກັນລົງເລິກສັງເກດຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025), ການນໍາພາ-ຊີ້ນໍາ ຢ່າງຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນຕະຫຼອດໄລຍະ 5 ປີຜ່ານມາ. ຈະໄດ້ຕົກລົງຢ່າງເປັນເອກະພາບຮັບຮອງເອົາທິດທາງລວມ ແລະ ຄາດໝາຍສູ້ຊົນໃນການພັດທະນາແຂວງອຸດົມໄຊ 5 ປີ (2026-2030) ເພື່ອສ້າງພື້ນຖານອັນໜັກແໜ້ນ ໃນການນໍາເອົາແຂວງອຸດົມໄຊ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ, ຜູ້ແທນສົມບູນກອງປະຊຸມໃຫຍ່ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ X ແລະ ປ່ອນບັດເອົາຜູ້ແທນໄປ ຮ່ວມກອງປະຊຸມໃຫຍຄັ້ງທີ XII ຂອງພັກ. ພິເສດກອງປະຊຸມຈະໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ກຳມະການກົມການເມືອງສູນກາງພັກ, ຊຶ່ງຈະເປັນເຂັມຊີ້ທິດເຍືອງທາງໃຫ້ອົງຄະນະພັກ, ກໍ່ຄືຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ປະຊາຊົນຊາວແຂວງ ອຸດົມໄຊ ເພື່ອເພີ່ມທະວີຄວາມຮັບຜິດຊອບ ຕໍ່ການພັດທະນາ ແຂວງອຸດົມໄຊ ໃຫ້ມີການຫັນປ່ຽນໃໝ່ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້ ແລະ ມີຄວາມສໍາຄັນທີ່ພົວພັນເຖິງການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງອຸດົມໄຊ ໃນຕໍ່ໜ້າ.
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ຈະດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.