ອົງການປົກຄອງແຂວງ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ເດືອນ ຕົ້ນປີ 2025

ກອງປະຊຸມອົງການປົກຄອງແຂວງອຸດົມໄຊ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ເດືອນ (1-3) ຕົ້ນປີ 2025 ໄດ້ຈັດຂື້ນໃນວັນທີ 26 ມີນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີຄະນະສະມາຊິກອົງການປົກຄອງແຂວງ, ພະແນກການ, ອົງການ, ສອງກອງບັນຊາການ ປກຊ-ປກສ ພ້ອມດ້ວຍແຂກເຊີນ ຈາກຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ສະຫຼຸບຕີລາຄາຄືນໝາກຜົນການຈັດຕັ້ງປະຕິບັດວຽກງານ ຕະຫຼອດໄລຍະ 3 ເດືອນ ທີ່ຜ່ານມາ. ເຊິ່ງອົງການປົກຄອງແຂວງ ໄດ້ຈັດຕັ້ງເຄື່ອນໄຫວວຽກງານ ຕາມພາລະບົດບາດ ໃນການ ນໍາພາ-ຊີ້ນໍາ ສາມາດເຮັດໃຫ້ ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ IX ປະຈໍາປີ 2025, 2 ວາລະແຫ່ງຊາດ ແລະ ວຽກງານເຄັ່ງຮ້ອນຂອງລັດຖະບານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ເຫດການທີ່ເກີດຂຶ້ນໄດ້ຮັບການແກ້ໄຂ ເຊິ່ງເຮັດໃຫ້ທົ່ວແຂວງ ສືບຕໍ່ຮັກສາໄດ້ຄວາມສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ໄດ້ຮັບການສືບຕໍ່ພັດທະນາຢ່າງຕໍ່ເນື່ອງ ສະແດງອອກ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງເປັນປົກກະຕິ ເປັນຕົ້ນແມ່ນໄດ້ເຄື່ອນໄຫວປ້ອງກັນເຂດຍຸດທະສາດ, ປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ປ້ອງກັນໄລຍະການສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ 2025 ແລະ ວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ມີຄວາມສະຫງົບ ປອດໄພດີ ໃນນີ້, ສາມາດມ້າງຄະດີຢາເສບຕິດ ໄດ້ 38 ລາຍ, ກັກຜູ້ຕ້ອງຫາ ໄດ້ 46 ຄົນ, ຍິງ 2 ຄົນ, ຍຶດເຄື່ອງຂອງກາງເຮໂຣອິນ ນ້ຳໜັກ 3.17 ກິໂລກຼາມ, ຢາບ້າ ຈໍານວນ 551,299 ເມັດ, ຝິ່ນ ນໍ້າໜັກ 62.4 ກຣາມ ແລະ ເຄື່ອງຂອງກາງຜິດກົດໝາຍອື່ນໆອີກຈໍານວນໜຶ່ງ, ແກ້ໄຂບັນຫາໄຟໄໝ້ ແລະ ເກີດລະເບີດຢ່າງຮຸນແຮງ ຢູ່ ບ້ານນາໝີ, ເມືອງໄຊ ຢ່າງທັນການ.

ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕັ້ງໜ້າເຮັດໃຫ້ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ. ສຳເລັດການຈັດສັນແຜນງົບປະມານແຫ່ງລັດ ຂອງແຂວງ ປະຈຳປີ 2025, ພ້ອມທັງ ສຸມໃສ່ຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານຢ່າງເຂັ້ມງວດ ເຊິ່ງຮອດວັນທີ 24 ມີນາ 2025 ສາມາດຈັດເກັບລາຍຮັບໄດ້ 84.24 ຕື້ກີບ, ເທົ່າກັບ 34.34 % ຂອງແຜນການປີ (ເທົ່າກັບ 0.72% ຂອງ GDP); ດ້ານລາຍຈ່າຍ ປະຕິບັດໄດ້ 61.83 ຕື້ກີບ ເທົ່າກັບ 10% ຂອງແຜນການປີ; ສຸມໃສ່ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງຢ່າງເຂັ້ມງວດ ທັງໝົດ 112 ຄັນ ເຊິ່ງໃນໄລຍະທີ່ຜ່ານມາກໍ່ໄດ້ແກ້ໄຂສໍາເລັດແລ້ວເປັນສ່ວນຫຼາຍ, ສະເພາະ 3 ເດືອນ ຜ່ານມາ ໄດ້ແກ້ໄຂ ຈໍານວນ 42 ຄັນ ຕາມການຕົກລົງຂອງລັດຖະມົນຕີ ກະຊວງການເງິນ, ປະຈຸບັນ ພວມສຸມໃສ່ແກ້ໄຂ ຈໍານວນ 8 ຄັນ ແລະ ວຽກງານທີ່ພົ້ນເດັ່ນອື່ນໆຫຼາຍດ້ານ.

ພ້ອມນີ້ ກອງປະຊຸມບັນດາສະມາຊິກອົງການປົກຄອງແຂວງ, ແຂກເຊີນ ຈາກຂະແໜງການກ່ຽວຂ້ອງ ຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ຊອກຫາດ້ານອ່ອນທີ່ຍັງຄົງຄ້າງ ເພື່ອພ້ອມກັນແກ້ໄຂເຂົ້າໃນທິດທາງແຜນການຕໍ່ໜ້າ ໂດຍຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເປັນວຽກງານທີ່ສໍາຄັນຕົ້ນຕໍ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າທຸກດ້ານ, ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ປັບປຸງແບບແຜນນໍາພາ-ແບບແຜນວິທີເຮັດວຽກຄືນໃໝ່, ພະແນກການ, ອົງການ ທີ່ເປັນສະມາຊິກອົງການປົກຄອງແຂວງ ຕ້ອງໄດ້ນໍາເອົາ ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນໄປຄົ້ນຄວ້າ, ວາງແຜນແກ້ໄຂ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຢ່າງຕັ້ງໜ້າ. ໃນນີ້, ການສ້າງແຜນງານ, ໂຄງການ ແລະ ກິດຈະກໍາຕ່າງໆ ຂອງຂະແໜງການຂັ້ນແຂວງ ແລະ ເມືອງ ຕ້ອງເຮັດຢ່າງມີຈຸດສຸມໃນເງື່ອນໄຂທຶນຮອນ ແລະ ງົບປະມານມີຈໍາກັດ; ຕ້ອງໄດ້ຄົ້ນຄວ້າ, ຂຸດຄົ້ນນໍາໃຊ້ທ່າແຮງທີ່ມີ ເພື່ອເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ.