ປະຫວັດຄວາມເປັນມາຂອງ ຊົນເຜົ່າຫໍ້

ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງແຕ່ຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖືຮີດຄອງປະເພນີແລະວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ.

ໃນຫນຶ່ງ ປີຂອງຊົນເຜົ່າຫໍ້ ຈະມີພິທີແລະງານບຸນປະເພນີຫຼາຍໆຄັ້ງຕໍ່ປີແຕ່ບຸນປະເພນີທີ່ສໍາຄັນກວ່າຫມູ່ແມ່ນບຸນກິນຈຽງ ຫຼືບຸນປີໃຫມ່ຂອງທຸກໆປີ, ຊົນເຜົ່າຫໍ້ ມັກຈະເຮັດຮີດຄອງດ້ວຍການຂ້າໝູເພື່ອລ້ຽງຜີເຮືອນ ( ຜີພໍ່, ຜີແມ່ ) ໃນຄ້ຳ ຄືນແຮມ 14 -15 ຄຳຂອງ ເດືອນ 2 ຫຼື 3 ຂອງທຸກໆປີແມ່ນມື້ເລີ່ມຕົ້ນກິນຈຽງດ້ວຍການຈູດຫມາກກະໂພກມີ ສຽງຟົດສະຫນັ່ນຫວັ່ນໄຫວທົ່ວບໍລິເວນ. ນອກຈາກນີ້ຍັງມີເຄື່ອງ ດົນຕີພື້ນເມືອງ ຫຼາຍຊະນິດຄືເວີ່, ສີຊໍ, ກະຈັບປີ່, ຂຸ່ຍ,ແກ່ ແລະ ອື່ນໆ.