ປະຫວັດຄວາມເປັນມາຂອງ ຊົນເຜົ່າອີວມຽນ ຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບມາຈາກ ເມືອງ ຢູນນານ.
ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ແຂວງອຸດົມໄຊ
ຊື່ເອີ້ນ: ຊົນເຜົ່າຄີວມຽນ ມີຊື່ເອີ້ນແຕ່ລະໄລຍະ ແລະ ແຕ່ລະສະໄຫມແຕກຕ່າງກັນຄື: ສະໄໝເຮັດການປະຕິວັດ ຊາດປະຊາທິປະໄຕ
ພັກ-ລັດ ພາເອີ້ນ ວ່າ ຊົນເຜົ່າລາວຫ້ວຍ, ເຜົ່າມົ້ງ ແລະ ເຜົ່າອື່ນໆ ເອີ້ນເຂົາວ່າເຜົ່າ ແລນແຕນ, ຈຳນວນຫນຶ່ງພັດເອີ້ນວ່າຢ້າວຂາມ ແລະ ອື່ນໆ.
ຊື່ຈັດໃຫມ່ປັດຈຸບັນແມ່ນເຜົ່າ ອີວມຽນ ແມ່ນຊື່ທີ່ເຂົາເຈົ້າມັກທີ່ສຸດ ເຜົ່າອີວມຽນຈະມີສອງແຊງຄື: ເຜົ່າອີວມຽນຂາວ ແລະ ເຜົ່າອີວມຽນແດງ.
ເຜົ່າອີວມຽນສອງບ້ານຢູ່ເມືອງນາໝໍ້ ຂອງ ແຂວງອຸດົມໄຊ ແມ່ນເຜົ່າອີວມຽນຂາວ (ສວນເຜົ່າອີວມຽນແດງ ແມ່ນຢູ່ເມືອງປາກທາ ແຂວງບໍ່ແກ້ວ ຄືບ້ານຫ້ວຍແມງເສັ້ນທາງຂຶ້ນໄປສູ່ພູຜາຜົນ)
ພາສາ: ພາສາປາກເວົ້າຂອງຊົນເຜົ່າອີວມຽນຢູ່ ແຂວງອຸດົມໄຊ ໄດ້ຈັດຢູ່ໃນຫມວດພາສາມົ້ງ – ອີວມຽນ, ຊົນເຜົ່າ ອີວມຽນ ຢູ່ແຂວງອຸດົມໄຊ ມີໜັງສື ຂຽນເປັນຂອງຕົນເອງເປັນຕົວອັກສອນ ຄ້າຍໆ ກັບຕົວອັກສອນຂອງຈີນ, ມີແຕ່ຄົນເຖົ້າຄົນແກ່ທີ່ສາມາດອ່ານໄດ້ຂຽນເປັນຕົວຫນັງສືນີ້, ສ່ວນຄົນລຸ້ນຫນຸ່ມ ບັດຈຸບັນແມ່ນອ່ານບໍ່ອອກຂຽນໍ່ເປັນຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງເຜົ່າອີວມຽນ: ຊົນເຜົ່າ ອີວມຽນ ແມ່ນເຊື່ອຖືທຸກສິ່ງທຸກຢ່າງ ທີ່ຢູ່ຮອບຕົວລ້ວນແຕ່ມີຜີອາໄສຢູ່ທັງນັ້ນເຜົ່າອີວມຽນ ມີຄວາມເຊື່ອຖືແບບປະສົມປະ ສານກັນເຊັ່ນ: ເຊື່ອຖືຜີ ແລະ ເຊື່ອຖືສາສະໜາບັນພະບູຣຸດຂອງຕົນເອງ, ເຜົ່າອີວມຽນ ສືບທອດຕະກຸນທາງພໍ່ ເປັນຫຼັກ, ລູກຕ້ອງສືບທອດຕະກຸນຂອງພໍ່ຢູ່ສະເໝີ. ລູກສາວທີ່ໄດ້ແຕ່ງງານສ້າງຄອບຄົວແລ້ວໄດ້ໄປຢູ່ນໍາ ຜົວກໍຕາມບໍ່ໄດ້ປ່ຽນແປງຊື່ຕະກຸນຂອງຜົວຍັງຮັກສາຕະກູນຂອງພໍ່ຕົນ, ຊົນເຜົ່າອີວມຽນແມ່ນໄດ້ເປັນລະບົບຄອບຄົວ ໃຫຍ່ທີ່ມີການຂະຫຍາຍຕົວໃນຄອບ ຄົວ ພໍ່ເປັນຜູ້ທີ່ມີບົດບາດສໍາຄັນກ່ວາຫມູ່ ແລະ ໃນສັງຄົມຂອງຊົນເຜົ່າອີວມຽນ ພວກເຮົາຈະເຫັນໄດ້ຜູ້ຊາຍ
ຂອງຊົນເຜົ່າອີວມຽນ ເປັນບຸກຄົນທີ່ມີອາໍນາດ ໃນການຕັດສິນບັນຫາຕ່າງໆ ແລະ ທັງເປັນ ຜູ້ທີ່ມີສິດສືບທອດມູນມໍລະດົກຂອງຕະກູນຕື່ມອີກ.
ລັກສະນະການປຸກສ້າງເຮືອນ: ຂອງຊົນເຜົ່າອີວມຽນ ແມ່ນມີລັກສະນະເຮືອນຊັ້ນດຽວຊູດິນ (ແບບເຮືອນຂອງ ຊົນເຜົ່າມົ້ງ) ເຮືອນຫຼັງຫນຶ່ງຈະມີການ ຈັດແບ່ງເປັນ 3
ປະຕູຈະແຈ້ງຄື: ປະຕູຜູ້ຊາຍເປີດເຂົ້າບ່ອນຫ້ອງຮັບແຂກ, ປະຕູແມ່ຍິງເປີດເຂົ້າສູ່ເຮືອນຄົວ ບ່ອນແຕ່ງຢູ່ຄົວກິນຂອງຄອບ ຄົວ ແລະ ປະຕູ ທີສາມແມ່ນປະຕູໃຫຍ່ສໍາລັບເຮັດພິທີກຳຕ່າງໆ ເຊິ່ງຫນ້າກັບຮ້ານບູຊາຂອງຄອບຄົວ, ຕາມທັດສະນະຂອງຊົນເຜົ່າອີວມຽນແລ້ວເຂົາເຈົ້ານັບຖືເຮືອນ ເປັນສິ່ງສໍາຄັນ ແລະ ສັກສິດທີ່ສຸດ, ຍ້ອນແນວນັ້ນເວລາຈະປຸກສ້າງເຮືອນຫຼັງ ຫນຶ່ງຕ້ອງຊອກຫາມື້ສັນວັນດີທີ່ສຸດ ເພື່ອບໍ່ໃຫ້ຜິດຜີ ແລະ ກໍ່ເພື່ອຄວາມສຸກສົມຫວັງ ຂອງສະມາຊິກພາຍໃນຄອບຄົວ.
ຊົນເຜົ່າອີວມຽນຈະມີສອງລັກສະນະການເກີດລູກຄື: ຖ້າລູກມີພໍ່ ແມ່ນໃຫ້ເກີດໃນເຮືອນຫ້ອງນອນ ຂອງຄູ່ຜົວເມຍ, ແຕ່ກໍລະນີລູກບໍ່ມີພໍ່ (ລູກ ທາງ) ແມ່ນ ໃຫ້ເກີດຢູ່ນອກເຮືອນບ່ອນທີ່ໄດ້ຫ້າງຫາກະກຽມໄວ້ກ່ອນ ໃນບໍລິເວນອ້ອມແອ້ມເຮືອນທາງນອກ, ມີຜູ້ເບິ່ງແຍງດູແລຊ່ວຍເຫຼືອຂອງພໍ່ແມ່ຜົວ ແລະ ຜູ້ທີ່ຊໍານິຊໍານານໃນການປະສູດເປັນຢ່າງດີ.
ຊົນເຜົ່າອີວມຽນ: ມີຮີດຄອງປະເພນີກ່ຽວກັນການສົ່ງສະການເວລາມີຄົນຕາຍໄດ້ມີການຈັດຕັ້ງຄົບງັນ ແລະ ມີການຈັດຕັ້ງພິທີກຕ່າງໆຕາມແຕ່ລະຂັ້ນຕອນລະອຽດຮອບຄອບດີ ຫຼັງຈາກນັ້ນຈິ່ງສົ່ງສະການດ້ວຍການຂຸດຂຸມຝັງ ສົບຢູ່ປ່າຊ້າຂອງບ້ານ (ສໍາລັບຜູ້ທີ່ເຊື່ອຖືຜີ) ສ່ວນຄອບຄົວທີ່ເຊື່ອຖືສາສະຫນາບັນພະບູຣຸດບາງເທື່ອກໍ່ໄດ້ຈູດສົບຄົນຕາຍຄືກັບເຜົ່າລາວ ແລະ ເຜົ່າລື້.
ຊົນເຜົ່າອີວມຽນ ມີບຸນປະເພນີທີ່ສໍາຄັນຫຼາຍຢ່າງຄ້າຍໆ ກັບຊົນເຜົ່າມົ້ງໂດຍສະເພາະແມ່ນບຸນກິນຈຽງ (ເຈຍ ຊຽງຮຽງ) ຈະໄດ້ຈັດຂຶ້ນໃນກາງເດືອນກຸມພາຂອງທຸກໆປີ.
ນອກ ຈາກບຸນກິນຈຽງແລ້ວເຜົ່າອີວມຽນຍັງຈັດຕັ້ງພິທີກຳທີ່ສຳຄັນຕ່າງໆຄື: ພິທີເຮັດຜີບ້ານ ຜີບັນພະບູຣຸດ ແລະ ພິທີກຳອື່ນໆ.
ດ້ານສີລະປະວັນນະຄະດີ: ຊົນເຜົ່າອີວມຽນມີເຄື່ອງດົນຕີພື້ນເມືອງຂອງຕົນເອງຄື: ກອງ, ປີ່, ຄ້ອງ, ແຊ່ງ, ມີ ເພງຮ້ອງທໍານອງເສບ, ມີກອນຂັບລໍາພື້ນເມືອງທີ່ເປັນເອກະລັກຂອງຊົນເຜົ່າເປັນຢ່າງດີ. ນອກຈາກນີ້ເຜົ່າອີວ ມຽນ ຍັງມີເຄື່ອງນຸ່ງຫົ່ມ ແລະ ເຄື່ອງແຕ່ງກາຍທີ່ເປັນເອກະລັກປະຈໍາຊົນເຜົ່າທັງເພດຊາຍ ແລະ ເພດຍິງ ທີ່ປະກອບດ້ວຍສີສັນລວດລາຍ, ສີໄມ້ລາຍມືອັນປານີດ, ຊໍານິຊໍານານໃນການປັກແສ່ວໄດ້ສືບທອດກັນມາແຕ່ປູ່ຍ່າຕາຍາຍດ້ານເສດຖະກິດ: ຊົນເຜົ່າອີວມຽນ ແມ່ນມີອາຊີບເຮັດໄຮ່ປູກເຂົ້າຈ້າວ, ມີສວນປູກພືດຜັກ ແລະ ສັດລ້ຽງເຊັ່ນ: ງົວ, ຄວາຍ, ມ້າ, ແບ້, ຫມູຫນາ ແລະ ສັດປີກເປັດ, ໄກ່,ເຜົ່າອີວມຽນ ມີມູນເຊື້ອດ້ານການທັດຖະ ກາໍ ແມ່ນການຫຍິບຖັກປັກແສ່ວເຄື່ອງນຸ່ງຫົ່ມ ທີ່ມີລວດລາຍປະດັບເອ້ຍ້ອງທີ່ສວຍສົດ ງົດງາມເພື່ອສົ່ງເສີມວັດທະນາທໍາອັນດີງາມ
ຂອງຊາດ ແລະ ຂອງຊົນເຜົ່າຮອດຊົ່ວລູກຊົ່ວຫຼານຕໍ່ໆ ໄປໃນອານາຄົດ.
ຊົນເຜົ່າອີວມຽນ: ຊົນເຜົ່າອີວມຽນແມ່ນຊົນເຜົ່າທີ່ມີຮີດຄອງປະເພນີທີ່ດີງາມວັດທະນະທຳທີ່ປັນເອກະລັກ ຂອງເຜົ່າເຊິ່ງ ພວກເຮົາຄົນລຸ້ນໃຫມ່ ຕ້ອງສົ່ງເສີມ,ອານຸລັກແລະ ຮັກສາໄວ້ໃຫ້ຄົນລຸ້ນຕໍ່ໆໄປໄດ້ສຶບທອດ ແລະ ການນຸ່ງຖືທີ່ມີລັກສະນະອ່ອນຊ້ອຍ, ສວຍງາມແຕ່ຊົນເຜົ່ານີ້ພັດບໍ່ສົ່ງເສີມເລື່ອງ ເຄື່ອງມືຫັດຖະກຳ, ຈັກສານ ແລະການຜະລິດພໍປານໃດ.