ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ
ຊື່ເອີ້ນ: ຊົນເຜົ່າອາຄາ ມີຊື່ເອີ້ນຫຼາຍຢູ່ແຕ່ເຂົາເຈົ້າເອີ້ນຕົວເອງວ່າ: “ອາຄາ ສ່ວນເຜົ່າອື່ນ ເອີ້ນເຂົາເຈົ້າວ່າ “ລາວ ສູງກໍ່ ຫຼື “ລາວ ຊື່ທີ່ເຂົາເຈົ້າມັກທີ່ສຸດແມ່ນ “ອາຄາ ອີງຕາມການລົງສຳຫຼວດເກັບກໍາຂໍ້ມູນຕົວຈິງ ຊົນເຜົ່າອາຄາ ຢູ່ໃນສອງເມືອງ (ເມືອງຫຼາ ແລະ ເມືອງນາຫມໍ້) ປະກອບມີຫຼາຍແຊງດ້ວຍກັນເຊັ່ນ: ປູລີອາຄາ, ຈີຈໍອາຄາ, ຈີເປຍອາຄາ,ມູເຕີນອາຄາ, ສຸມາອາຄາ ແລະ ປາຍາອາຄາ.