ວັນທີ 2 ກັນຍາ 2025 ທີ່ສະໂມສອນຂອງແຂວງ ໄດ້ມີພິທີຫວນຄືນມູນເຊື້ອ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945 - 2 ກັນຍາ 2025) ເປັນກຽດຂຶ້ນຫວນຄືນມູນເຊື້ອ ໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ມີກົງສູນໃຫ່ຍ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ, ຄະນະພັກ, ຄະນະນຳ ຈາກ ພະແນກການ, ສອງກອງບັນຊາການ ທະຫານ-ຕຳຫລວດ, ກອງປະຕິບັດງານພິເສດ ທະຫານເຂດ 2, ບໍລິສັດ ຮ່ວມມືສາກົນ 705, ອົງການຈັດຕັ້ງ, ໂຮງຮຽນ, ໂຮງໝໍ, ບໍລິສັດ, ລັດວິສາຫະກິດ, ທະນາຄານ, ສະຖາບັນການເງິນ ພ້ອມດ້ວຍສະມາຄົມຊາວຫວຽດນາມຢູ່ແຂວງອຸດົມໄຊ ເຂົ້າຮ່ວມ.

ພິທີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະພັກແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນ ຄວາມໝາຍ ຂອງການປະຕິວັດ ເດືອນ ສິງຫາ 1945 ຢູ່ ຫວຽດນາມ ໃນແຕ່ລະໄລຍະ. ໃນໄລຍະດັ່ງກ່າວ, ວັນທີ 13 ສິງຫາ 1945 ກອງປະຊຸມພັກທົ່ວປະເທດໄດ້ໄຂຂຶ້ນ ຢູ່ ເມືອງເຕີນຈາວ, ແຂວງຄວຽນກວາງ ແລະ ໄດ້ຕົກລົງ ສ້າງຕັ້ງຄະນະກຳມະການລຸກຮືຂຶ້ນທົ່ວປະເທດ. ຈາກນັ້ນ, ວັນທີ 16 ສິງຫາ ກອງປະຊຸມໃຫຍ່ແຫ່ງຊາດ ໄດ້ມີການສ້າງຕັ້ງ ຄະນະກຳມະການປົດປ່ອຍຊາດ ຫວຽດນາມ ໂດຍມີ ໂຮ່ຈີມິນ ເປັນປະທານ. ອີງຕາມທິດຊີ້ນໍາຂອງພັກ ນັບແຕ່ວັນທີ 14 ສິງຫາ 1945, ໃນຫຼາຍທ້ອງຖິ່ນໄດ້ກຽມພ້ອມລູກຂຶ້ນຍຶດອຳນາດ. ວັນທີ 19 ສິງຫາ 1945, ໄດ້ເກີດການລຸກຮືຂຶ້ນ ຢູ່ ຮ່າໂນ້ຍ, ວັນທີ 23 ສິງຫາ 1945 ຢູ່ ນະຄອນເຫວ້ ແລະ ວັນທີ 25 ສິງຫາ 1945 ຢູ່ ນະຄອນໄຊງ່ອນ, ພາຍໃນສອງອາທິດ ນັບແຕ່ວັນທີ 14 ຫາ ວັນທີ 28 ສິງຫາ 1945 ການລູກຄຮື້ຂື້ນທົ່ວປວງຊົນ ຂອງ ປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະຢ່າງເດັດຂາດ, ໂຄ່ນລົ້ມລະບອບອານານິຄົມ ແລະ ລະບອບສັກດີນາ. ວັນທີ 27 ສິງຫາ 1945, ຄະນະກໍາມະການປົດປ່ອຍຊາດ ໄດ້ຮັບການປະຕິຮູບປ່ຽນເປັນ ລັດຖະບານປະຕິວັດຊົ່ວຄາວ, ວັນທີ 29 ສິງຫາ 1945, ບັນຊີລາຍຊື່ ສະມາຊິກລັດຖະບານ ໄດ້ປະກາດລົງໃນໜັງພິມຮ່າໂນ້ຍຫຼາຍສະບັບ ລວມມີ 15 ທ່ານ ໂດຍມີ ປະທານ ໂຮ່ຈີມິນ ເປັນຜູ້ນໍາ. ວັນທີ 2 ກັນຍາ 1945 ຢູ່ ສະໜາມຫຼວງບາດິງ, ນະຄອນຫຼວງຮ່າໂນ້ຍ, ປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດ ເອກະລາດ, ສິດເສລີພາບ ແລະ ຄວາມສະເໝີພາບ ຂອງຊາວຫວຽດນາມ ຕໍ່ທົ່ວໂລກ ວ່າ: “ຫວຽດນາມມີສິດເສລີພາບ, ເອກະລາດ ແລະ ເປັນປະເທດເສລີພາບ, ເອກະລາດ, ປະຊາຊົນ ຊາດຫວຽດນາມທຸກຄົນ ໄດ້ອຸທິດຈິດໃຈ, ກຳລັງ, ຊີວິດ ແລະ ຊັບສິນທັງໝົດ ເພື່ອຄວາມເປັນເອກະລາດ ແລະ ສິດທິເສລີພາບຂອງຕົນ.”

ປະເທດຫວຽດນາມ ໄດ້ກຳເນີດຂຶ້ນ ເປັນຂີດໝາຍຈຸດເລີ່ມຕົ້ນຂອງຍຸກສະໄໝຂອງປະເທດຊາດ ແມ່ນຍຸກແຫ່ງ ເອກະລາດ, ເສລີພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ. ຜົນສໍາເລັດຂອງການປະຕິວັດ ເດືອນ ສິງຫາ 1945 ແມ່ນໝາກຜົນຂອງການສົມທົບກັນຂອງຫຼາຍປັດໃຈ, ໂດຍສະເພາະແມ່ນການສົມທົບກັນຢ່າງແໜ້ນແຟ້ນ ຂອງບັນດາກາລະໂອກາດທີ່ສະດວກທາງປະຫວັດສາດ ດ້ວຍການກຽມພ້ອມຢ່າງລະອຽດ, ເປັນລະບົບ ແລະ ການນໍາພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໂດຍມີ ປະທານ ໂຮ່ຈີມິນ ເປັນຜູ້ນໍາ.

ໄຊຊະນະດັ່ງກ່າວ ເກີດຈາກການນໍາພາທີ່ຖືກຕ້ອງ ແລະ ທັນການຂອງພັກ, ແນວທາງປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ທີ່ພັກໄດ້ກຳນົດແມ່ນສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນສ່ວນໃຫຍ່ ພັກໄດ້ສະແດງໃຫ້ເຫັນວິໄສທັດ ຍຸດທະສາດ ແລະ ຄວາມສາມາດ ໃນການຈັດຕັ້ງປະຕິບັດທີ່ດີເລີດ ໄດ້ຊີ້ນຳທົ່ວປວງຊົນລຸກຂຶ້ນໃນເວລາອັນເໝາະສົມ, ຍຶດເອົາອໍານາດໃນທົ່ວປະເທດກັບຄືນຢ່າງວ່ອງໄວ ດ້ວຍຈິດໃຈ ແຕ່ຕ້ອງເດັດດ່ຽວຍາດເອົາເອກະລາດ ຄືນມາໃຫ້ໄດ້”. ຜົນສໍາເລັດຂອງການປະຕິວັດ ເດືອນ ສິງຫາ 1945 ໄດ້ເປັນບາດລ້ຽວໃຫຍ່ ໃນປະຫວັດສາດຂອງຊາດຫວຽດນາມ, ໄຊຊະນະດັ່ງກ່າວ ໄດ້ທຳລາຍຕ່ອງໄສ້ ການເປັນຂ້າທາດຂອງພວກລ່າເມືອງແບບເກົ່າແລະໃໝ່ ແລະ ໄດ້ໂຄ່ນລົ້ມ ລະບອບສັກດີນາ ທີ່ປົກຄອງມາເປັນເວລາຫຼາຍສັດຕະວັດ, ນໍາໄປສູ່ການກຳເນີດ ປະເທດ ຫວຽດນາມ. ໄຊຊະນະການປະຕິວັດ ເດືອນ ສິງຫາ ແມ່ນຂີດໝາຍແຫ່ງການພັດທະນາບາດກ້າວອັນໃຫຍ່ຫຼວງຂອງການປະຕິວັດ ຫວຽດນາມ, ເລີ່ມຕົ້ນຍຸກສະໄໝໃໝ່ຂອງຊາດ: ຍຸກແຫ່ງ ເອກະລາດ ແລະ ເສລີພາບ; ຍຸກແຫ່ງ ຊົນຊັ້ນກຳມະກອນ ຜູ້ອອກແຮງງານ ເປັນຜູ້ມີສິດອຳນາດ, ປົກຄອງປະເທດ, ຕັດສິນຊາຕາກຳ ຂອງຊາດ; ຍຸກສະໄໝແຫ່ງ ເອກະລາດຂອງຊາດ ທີ່ຕິດພັນກັບ ລະບອບ ສັງຄົມນິຍົມ.

  • ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ພົບປະ ແລະ ແລກປ່ຽນບົດຮຽນ ນຳ ຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ
    ເພື່ອປະຕິບັດຕາມໜັງສືແຈ້ງເຊີນທາງລັດຖະການຂອງພະແນກການຕ່າງປະເທດ ແຂວງດຽນບຽນ, ເຊີນລາ ແລະ ແຂວງລາຍເຈົ່າ ແຫ່ງ ສສ ຫວຽດນາມ ສະບັບເລກ...
  • ພິທີປະກາດການນຳຂັ້ນສູງຂອງແຂວງ ອອກພັກການ - ເຂົ້າຮັບອຸດໜູນບຳນານ
    ວັນທີ 14 ຕຸລາ 2025 ທີ່ຫ້ອງວ່າການແຂວງ ອຸດົມໄຊ ໄດ້ຈັດພິທີປະກາດການນໍາຂັ້ນສູງຂອງແຂວງ ອຸດົມໄຊ ອອກພັກການ - ເຂົ້າຮັບອຸດໜູນບຳນານ...
  • ການນຳຂັ້ນສູງ ແຂວງອຸດົມໄຊ ຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ
    ເພື່ອປະຕິບັດຕາມໜັງສືແຈ້ງເຊີນທາງລັດຖະການຂອງພະແນກການຕ່າງປະເທດ ແຂວງເຊີນລາ ແລະ ປະຕິບັດຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງອຸດົມໄຊ ...
  • ກອງປະຊຸມ ຄະນະບໍລິຫານງານພັກແຂວງ ສະໄໝສາມັນ ປະຈຳໄຕມາດ I ປີ 2024
    ກອງ​ປ​ະ​ຊຸມ​ ສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 28 ມີນານີ້ ທີ່ຫ້ອງ...
  • ແຂວງອຸດົມໄຊ ພົບປະ ຄະນະ ຄູ - ອານຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົົກຄອງແຫ່ງຊາດ
    ພິທີ ພົບປະ ລະຫວ່າງ ພະແນກການຂອງແຂວງອຸດົມໄຊ ກັບ ຄະນະ ຄູ-ອານຈານ ແລະ ນັກສຶກສາ ການເມືອງ-ການປົກຄອງ ຊຸດທີ II, ສະຖ...
  • ຝຶກອົບຮົມ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈ ພາລະບົດບາດ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ
    ຄະນະປະຈຳສະພາແຫ່ງຊາດ, ກຳມາທິການວຽກງານ ສະມະຊິກສະພາແຫ່ງຊາດ ຮ່ວມກັບ ຄະນະປະຈຳ ສະພາປະຊາຊົນແຂວງ ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງາ...
  • "ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336