ສະພາປະຊາຊົນແຂວງຂື້ນໃນວັນທີ 29 ກັນຍາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ-ຮອງເລຂາພັກເມືອງ, ຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ-ອົງການ, ສອງກອງບັນຊາການ ປກຊ-ປກສ, ທີມງານຈາກສະພາແຫ່ງຊາດ, ສສຂ ປະຈຳເທດສະບານເມືອງໄຊ, ຄະນະເລຂາທິການ ແລະ ພະນັກງານ-ວິຊາການ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ຈຸດປະສົງ ການຝຶກອົບຮົມ ເພື່ອສ້າງຮັບຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທັງເປັນການແນະນໍາ ແລະ ສ້າງຄວາມເອກະພາບ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງ ແລະ ວຽກກະກຽມ ແລະ ດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມະຊິກສະພາປະຊາຊົນແຂວງ ຊຸດທີ 5 ໃຫ້ມີຄວາມເອກະພາບ, ຖືກຕ້ອງ ສອດຄ່ອງ ຕາມກົດໝາຍ ແລະ ເນື້ອໃນຄໍາແນະນໍາຂອງ ຄະນະປະຈຳສະພາແຫ່ງຊາດ. ອົງການອໍານາດແຫ່ງລັດ ໃນ ສປປ ລາວ ນອກຈາກ ອົງການນິຕິບັນຍັດ ຍັງປະກອບມີ ອົງການບໍລິຫານລັດ (ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ) ແລະ ອົງການຕຸລາການ (ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ) ຊຶ່ງເປັນລະບົບສາກົນ. ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງ ປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງ ອໍານາດລັດ, ເປັນອົງການນິຕິບັນຍັດ ມີພາລະບົດບາດ ພິຈາລະນາ, ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານ ຂອງ ປະເທດຊາດ ແລະ ຕິດຕາມ ກວດກາ ການເຄົາລົບ, ປະຕິບັດ ລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດ.

ລັດຖະບານ ແຫ່ງ ສປປ ລາວ ແມ່ນ ອົງການບໍລິຫານແຫ່ງລັດ ຊຶ່ງຖືກຮັບຮອງເອົາ ໂດຍ ກອງປະຊຸມສະພາແຫ່ງຊາດ, ມີຄວາມຮັບຜິດຊອບ ຕໍ່ ສະພາແຫ່ງຊາດ ແລະ ປະທານປະເທດ; ມີພາລະບົດບາດ ຄຸ້ມຄອງບໍລິຫານລັດ ຢ່າງຮອບດ້ານ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເປັນຕົ້ນ: ດ້ານການເມືອງ, ການປົກຄອງ, ເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການ ຕ່າງປະເທດ, ການຄຸ້ມຄອງ, ການນໍາໃຊ້ຊັບພະຍາກອນທຳມະຊາດ ໃຫ້ມີຄຸນປະໂຫຍດສູງສຸດ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມທິດ ຍືນຍົງ. ຊຸດອົບຮົມ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສຳເລັດ

  • ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ພົບປະ ແລະ ແລກປ່ຽນບົດຮຽນ ນຳ ຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ
    ເພື່ອປະຕິບັດຕາມໜັງສືແຈ້ງເຊີນທາງລັດຖະການຂອງພະແນກການຕ່າງປະເທດ ແຂວງດຽນບຽນ, ເຊີນລາ ແລະ ແຂວງລາຍເຈົ່າ ແຫ່ງ ສສ ຫວຽດນາມ ສະບັບເລກ...
  • ພິທີປະກາດການນຳຂັ້ນສູງຂອງແຂວງ ອອກພັກການ - ເຂົ້າຮັບອຸດໜູນບຳນານ
    ວັນທີ 14 ຕຸລາ 2025 ທີ່ຫ້ອງວ່າການແຂວງ ອຸດົມໄຊ ໄດ້ຈັດພິທີປະກາດການນໍາຂັ້ນສູງຂອງແຂວງ ອຸດົມໄຊ ອອກພັກການ - ເຂົ້າຮັບອຸດໜູນບຳນານ...
  • ການນຳຂັ້ນສູງ ແຂວງອຸດົມໄຊ ຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ
    ເພື່ອປະຕິບັດຕາມໜັງສືແຈ້ງເຊີນທາງລັດຖະການຂອງພະແນກການຕ່າງປະເທດ ແຂວງເຊີນລາ ແລະ ປະຕິບັດຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງອຸດົມໄຊ ...
  • ກອງປະຊຸມ ຄະນະບໍລິຫານງານພັກແຂວງ ສະໄໝສາມັນ ປະຈຳໄຕມາດ I ປີ 2024
    ກອງ​ປ​ະ​ຊຸມ​ ສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 28 ມີນານີ້ ທີ່ຫ້ອງ...
  • ແຂວງອຸດົມໄຊ ພົບປະ ຄະນະ ຄູ - ອານຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົົກຄອງແຫ່ງຊາດ
    ພິທີ ພົບປະ ລະຫວ່າງ ພະແນກການຂອງແຂວງອຸດົມໄຊ ກັບ ຄະນະ ຄູ-ອານຈານ ແລະ ນັກສຶກສາ ການເມືອງ-ການປົກຄອງ ຊຸດທີ II, ສະຖ...
  • ຝຶກອົບຮົມ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈ ພາລະບົດບາດ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ
    ຄະນະປະຈຳສະພາແຫ່ງຊາດ, ກຳມາທິການວຽກງານ ສະມະຊິກສະພາແຫ່ງຊາດ ຮ່ວມກັບ ຄະນະປະຈຳ ສະພາປະຊາຊົນແຂວງ ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງາ...
  • "ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336