ຕອນເຊົ້າຂອງວັນທີ 11 ຕຸລາ 2025 ທີ່ຫ້ອງປະຊຸມຄະນະກຳມະການປະຊາຊົນ ແຂວງເຊີນລາ ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ ແຫ່ງ ສສ ຫວຽດນາມ ໄດ້ພົບປະ ແລະ ແລກປ່ຽນບົດຮຽນ ປະຊົບການນຳກັນ ກ່ຽວກັບວຽກງານແບ່ງຄວາມຮັບຜິດຊອບ ລະຫວ່າງ ເລຂາພັກ ແລະ ປະທານຄະນະກຳມະການປົກຄອງຂັ້ນແຂວງ, ເມືອງ ແລະ ຂັ້ນຕາແສງ, ການກໍານົດແບບແຜນການນຳພາ ແລະ ວິທີເຮັດວຽກ ຂອງ ຄະນະປະຈຳພັກແຂວງ ພາຍໃຕ້ການນຳພາ ຂອງ ເລຂາພັກແຂວງ, ຮັບປະກັນລັກສະນະຊີ້ນຳວຽກງານຮອບດ້ານຂອງພັກ ແລະ ວຽກງານອົງການປົກຄອງແຂວງ ແລະ ເມືອງ, ຮຸບແບບການ ຊີ້ນຳ, ຕິດຕາມ, ກວດກາ, ຊ່ອງແສງ, ລາຍງານ, ການເຮັດໜ້າທີ່ເປັນເສນາທິການ ແລະ ກົນໄກປະສານງານ ລະຫວ່າງ ຫ້ອງວ່າການພັກ, ຫ້ອງວ່າການລັດ, ຫ້ອງວ່າການສະພາ, ບົດຮຽນໃນການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ຂັ້ນເມືອງ ກັບ ຂັ້ຕາແສງ, ບົດຮຽນໃນການຈັດຕັ້ງປະຕິບັດ ວຽກງານ ສູນບໍລິການ ຜ່ານປະຕູດຽວພາກລັດ ແລະ ຮ່ວມງານສະເຫລີມສະຫລອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ.
ໂອກາດການ ພົບປະ ແລະ ແລກປ່ຽນບົດຮຽນ ທີ່ເຕັມໄປດ້ວຍໄມຕຣີຈິດມິດຕະພາບ ບັນຍາມກາດອັນອົນອຸ່ນ ແລະ ສະນິດສະໜົມ ສະຫາຍ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ຕາງໜ້າຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ແລະ ສະຫາຍ ຫງວຽນດີ້ງຫວຽດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງເຊີນລາ ຕາງໜ້າຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ ທັງສອງໄດ້ຜັດປ່ຽນກັນລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ກັນຊາບ, ພ້ອມຕີລາຄາການພົວພັນຮ່ວມມືຮອບດ້ານຂອງສອງແຂວງ ໄລຍະຜ່ານມາ, ມີຫລາຍດ້ານທີ່ສາມາດຍາດໄດ້ເປັນຜົນງານຂອງສອງແຂວງ ແລະ ສະຫາຍ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ຍັງໄດ້ຖືໂອກາດເຊື້ອເຊີນ ຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ຕາມເວລາທີ່ເໝາະສົມ, ອວຍພອນໃຫ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງອຸດົມໄຊ ແລະ ແຂວງເຊີນລາ ຈົ່ງຂຽວສົດງົດງາມ ໝັ້ນຄົງທະນົງແກ່ນ ຕະຫລອດກາລະນານ. ຕອນບ່າຍ ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ຍັງສືບຕໍ່ເດີນທາງໄປ ຢ້ຽມຢາມ ແລະ ຖອດຖອນບົດຮຽນ ຢູ່ ແຂວງລາຍເຈົ່າ ຕື່ມອີກ.
 
ຂ່າວ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ
  • ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ພົບປະ ແລະ ແລກປ່ຽນບົດຮຽນ ນຳ ຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ
    ເພື່ອປະຕິບັດຕາມໜັງສືແຈ້ງເຊີນທາງລັດຖະການຂອງພະແນກການຕ່າງປະເທດ ແຂວງດຽນບຽນ, ເຊີນລາ ແລະ ແຂວງລາຍເຈົ່າ ແຫ່ງ ສສ ຫວຽດນາມ ສະບັບເລກ...
  • ພິທີປະກາດການນຳຂັ້ນສູງຂອງແຂວງ ອອກພັກການ - ເຂົ້າຮັບອຸດໜູນບຳນານ
    ວັນທີ 14 ຕຸລາ 2025 ທີ່ຫ້ອງວ່າການແຂວງ ອຸດົມໄຊ ໄດ້ຈັດພິທີປະກາດການນໍາຂັ້ນສູງຂອງແຂວງ ອຸດົມໄຊ ອອກພັກການ - ເຂົ້າຮັບອຸດໜູນບຳນານ...
  • ການນຳຂັ້ນສູງ ແຂວງອຸດົມໄຊ ຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ
    ເພື່ອປະຕິບັດຕາມໜັງສືແຈ້ງເຊີນທາງລັດຖະການຂອງພະແນກການຕ່າງປະເທດ ແຂວງເຊີນລາ ແລະ ປະຕິບັດຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງອຸດົມໄຊ ...
  • ກອງປະຊຸມ ຄະນະບໍລິຫານງານພັກແຂວງ ສະໄໝສາມັນ ປະຈຳໄຕມາດ I ປີ 2024
    ກອງ​ປ​ະ​ຊຸມ​ ສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 28 ມີນານີ້ ທີ່ຫ້ອງ...
  • ແຂວງອຸດົມໄຊ ພົບປະ ຄະນະ ຄູ - ອານຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົົກຄອງແຫ່ງຊາດ
    ພິທີ ພົບປະ ລະຫວ່າງ ພະແນກການຂອງແຂວງອຸດົມໄຊ ກັບ ຄະນະ ຄູ-ອານຈານ ແລະ ນັກສຶກສາ ການເມືອງ-ການປົກຄອງ ຊຸດທີ II, ສະຖ...
  • ຝຶກອົບຮົມ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈ ພາລະບົດບາດ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ
    ຄະນະປະຈຳສະພາແຫ່ງຊາດ, ກຳມາທິການວຽກງານ ສະມະຊິກສະພາແຫ່ງຊາດ ຮ່ວມກັບ ຄະນະປະຈຳ ສະພາປະຊາຊົນແຂວງ ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງາ...
  • "ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336